ພະລັງງານ

ການຜະລິດໄຟຟ້າ

ລັດຖະບານລາວ, ບໍລິສັດລົງນາມຂໍ້ຕົກລົງການສ້າງເຂື່ອນໄຟຟ້ານ້ຳຕົກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ສອງບໍລິສັດເອກະຊົນໄດ້ລົງນາມໃນການພັດທະນາໂຄງການເຂື່ອນໄຟຟ້າ ເຊບັ້ງໄຟ 1 (ແກ້ງແກວ).ຂໍ້ຕົກລົງການສ້າງເຂື່ອນດັ່ງກ່າວໄດ້ມີລານລົງນາມທີ່ວຽງຈັນໃນວັນສຸກຜ່ານມາ ໂດຍຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ບໍລິສັດທັນສະໄໝກໍ່ສ້າງຂົວທາງ ຈຳກັດ ແລະ ບໍລິສັດພະລັງງານສະອາດ ນາຣາ ຈຳກັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/lao-govt-companies-sign-agreement-developing-hydro-power-plant-98645

ລາວອະນຸມັດໂຄງການເຂື່ອນໄຟຟ້າຕາດສະໂກຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເປີດໄຟຂຽວໃຫ້ແກ່ບໍລິສັດໄຟຟ້າຕາດສະໂກຍຈຳກັດ ໃນການດຳເນີນໂຄງການພະລັງງານໄຟຟ້ານ້ຳຕົກຕາດສະໂກຍ ເມືອງເຊໂປນ ແຂວງສະຫວັນນະເຂດ.ຂໍ້ຕົກລົງການສຳປະທານໂຄງການແມ່ນໄດ້ຮັບການລົງນາມຫວ່າງໆໝໍ່ໆມານີ້ ທີ່ວຽງຈັນ ລະຫວ່າງທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ສິນນະວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສຸຣະສັກ ພັນເຣືອງວົງ ປະທານບໍລິສັດ B.Grimm Power (ລາວ) ຈຳກັດ, ແລະ ທ່ານ ພິມພາ ເອກະພົນ ອຳນວຍການບໍລິຫານກຸ່ມບໍລິສັດການລົງທຶນ ແລະ ກໍ່ສ້າງ ດາວສະຫວັນ ຈຳກັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/laos-approves-tadsakoi-hydropower-plant-97988

ລາວ ແລະ ບໍລິສັດ SK ເອັນຈິເນຍຣິງ ບໍ່ເຫັນດີກ່ຽວກັບສາເຫດການແຕກຂອງເຂື່ອນ

ບໍລິສັດກໍ່ສ້າງຂອງເກົາຫຼີໃຕ້ບໍ່ຍອມຮັບຂໍ້ສະຫຼຸບຫຼ້າສຸດຂອງລັດຖະບານລາວ ທີ່ກ່າວອ້າງກ່ຽວກັບສາເຫດຂອງການແຕກຂອງເຂື່ອນໄຟຟ້ານ້ຳຕົກໃນປີກາຍນີ້ຢູ່ລາວ.ບໍລິສັດ  SK ເອັນຈິເນຍຣິງ  & ຄອນສະຕຣັກເຊິນ ກ່າວໃນກອງປະຊຸມສື່ມວນຊົນໃນວັນທີ 29 ພຶດສະພາວ່າ ທາງບໍລິສັດບໍ່ສາມາດຍອມຮັບ ກ່ຽວກັບຂໍ້ສະຫຼຸບດັ່ງກ່າວໄດ້ ເນື່ອງຈາກມັນຂາດພື້ນຖານ ແລະ ຂໍ້ມູນທີ່ເປັນວິທະຍາສາດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/05/29/sk-engineering-laos-dam-collapse/

ພົບການນຳໃຊ້ດິນແທນຊີມັງໃນຖານຂອງເຂື່ອນທີ່ແຕກຢູ່ລາວ

ວຽງຈັນ (AsiaNews/Agencies) – ການແຕກຂອງສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດ 2018 ແມ່ນຍ້ອນວິທີການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ໂດຍການນຳໃຊ້ດິນແທນຊີມັງ.ລັດຖະບານລາວໄດ້ຈັດຖະແຫຼງການວານນີ້ ເພື່ອໃຫ້ຂໍ້ສະຫຼຸບກ່ຽວກັບການສືບສວນສອບສວນກໍລະນີດັ່ງກ່າວຂອງທີມຜູ້ຊ່ຽວຊານອິດສະຫຼະ (IEP).ພາຍຫຼັງການແຕກຂອງໂຄງສ້າງເຂື່ອນ, ມວນນ້ຳປະລິມານຫ້າຕື້ແມັດກ້ອນໄດ້ໄຫຼເຂົ້າຖ້ວມ 12 ບ້ານຢູ່ແຂວງຈຳປາສັກ ແບະ ອັດຕະປືທາງພາກໃຕ້ຂອງລາວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ພ້ອມຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...

AsiaNews.it
http://asianews.it/news-en/Soil-instead-of-concrete-in-the-foundations-of-collapsed-dam-47144.html

ນັກສືບສວນ: ການແຕກຂອງເຂື່ອນໃນລາວ ບໍ່ແມ່ນເຫດສຸດວິໄສ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ປີກາຍນີ້ ບໍ່ນັບວ່າເປັນເຫດສຸດວິໄສ, ເຈົ້າໜ້າທີ່ການນຳລັດຖະບານກ່າວວານນີ້.ຮອງປະທານຄະນະກຳມະການສືບສວນສອບສວນແຫ່ງຊາດ (NIC) ເຊິ່ງຈັດຕັ້ງໂດຍລັດຖະບານ ເພື່ອທຳການສວບສວນຫາສາເຫດຂອງໄພພິບັດດັ່ງກ່າວ ເຊິ່ງເຮັດໃຫ້ມີຊາວບ້ານລົ້ມຕາຍຫຼາຍສິບ ແລະ ອີກຫຼາຍພັນຕ້ອງສູນເສຍທີ່ຢູ່ອາໄສ, ຄະນະກຳມະການເຜີຍຜົນການສືບສວນສອບສວນໃນກອງປະຊຸມສື່ມວນຊົນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ສາເຫດເຂື່ອນແຕກຢູ່ລາວແມ່ນຍ້ອນການນຳໃຊ້ດິນ: ຕາມຊ່ຽວຊານດ້ານນ້ຳ

ວິທີການກໍ່ສ້າງທີ່ມີຄຸນນະພາບຕ່ຳ ໂດຍການນຳໃຊ້ດິນແທນຊີມັງ ແມ່ນສາເຫດຂອງເຂື່ອນແຕກຢູ່ລາວປີກາຍນີ້, ທີມຊ່ຽວຊານດ້ານນ້ຳສະຫຼຸບ, ເຊິ່ງຂັດກັບຂໍ້ສະຫຼຸບຂອງບໍລິສັດເກົາຫຼີໃຕ້ ທີ່ເປັນຜູ້ດຳເນີນໂຄງການ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມືຶ່ອໜຶ່ງໃນສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໄດ້ພັງລົງ ພາຍຫຼັງມີຝົນຕົນໜັກ ເຮັດໃຫ້ກະແສນ້ຳໄຫຼຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປື, ທັງມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...

Max Avary

ການແຕກຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍ່ແມ່ນເຫດສຸດວິໄສ, ຕາມບົດລາຍງານ

(ຂປລ) ຜົນການສືບສວນສອບສວນ ໂດຍທີມຜູ້ຊ່ຽວຊານມືອາຊີບອິດສະຫຼະ ໃຫ້ຮູ້ວ່າຕົ້ນຕໍສາເຫດຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກບໍ່ແມ່ນເຫດສຸດວິໄສ.ໃນວັນອັງຄານຜ່ານມາ ຄະນະກຳມະການສືບສວນສອບສວນແຫ່ງຊາດໄດ້ເປີດເຜີຍຜົນຂອງການສືບສວນສອບສວນ ເຊິ່ງດຳເນີນໂດຍທີມຜູ້ຊ່ຽວຊານອິດສະຫຼະ (IEP).ອ່ານຕໍ່ ...

ຂປລ

ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ຊາບບ້ານທີ່ຖືກຍົກຍ້າຍພູມລຳເນົາຈາກໂຄງການເຂື່ອນຍັງຄົງບໍ່ມີແຫຼ່ງລາຍຮັບ

ຊາວບ້ານທີ່ຖືກອົບພະຍົບຈາກໂຄງການເຂື່ອນໄຟຟ້າດອນສະໂຮງທີ່ກຳລັງດຳເນີນການກໍ່ສ້າງໃກ້ກັບຊາຍແດນກຳປູເຈຍ ຍັງຄົງບໍ່ມີວຽກເຮັດງານທຳ ແລະ ລາຍຮັບ ຫຼັງຈາກສາມປີຂອງການດຳເນີນໂຄງການ ທັງໆທີ່ລັດຖະບານສັນຍາວ່າຈະໃຫ້ການຊ່ວຍເຫຼືອ.ການກໍ່ສ້າງເຂື່ອນໄຟຟ້າແມ່ນ້ຳຂອງດັ່ງກ່າວ ແມ່ນຢູ່ພາຍໃຕ້ການດຳເນີນການຂອງບໍລິສັດມາເລເຊຍ ຮ່ວມກັບລັດຖະບານລາວ ເຊິ່ງເລີ່ມຕົ້ນມາແຕ່ເດືອນມັງກອນ 2016, ແຕ່ວ່າປະຊາຊົນທີີ່ຖືກຍົກຍ້າຍພູມລຳເນົາ ຍັງຄົງໄດ້ຮັບການຊ່ວຍເຫຼືອພຽງເລັກນ້ອຍຈາກພາກສ່ວນລັດ ຫຼື ເອກະຊົນທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວ.ອ່ານຕໍ່ ...

Sidney Khotpanya

ການຈຳໜ່າຍໄຟຟ້າຊ່ວຍສົ່ງເສີມການແລກປ່ຽນເງິນຕາຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດໄຟຟ້າ ຄາດວ່າຈະມີບົດບາດສຳຄັນໃນການສະໜອງການແລກປ່ຽນເງິນຕາຕ່າງປະເທດໃນຊຸມປີຕໍ່ໜ້າ ຕາມຂໍ້ມູນຈາກທະນາຄານກາງ.ຫວ່າງບໍ່ດົນມານີ້ ທະນາຄານກາງໄດ້ເຜີຍແຜ່ບົດລາຍງານເສດຖະກິດປະຈຳປີຫຼ້າສຸດ ເຊິ່ງສະໜອງຂໍ້ມູນໃຫ້ຜູ້ອ່ານ ໄດ້ທົບທວນການປ່ຽນແປງທາງດ້ານປັດໄຈທີ່ສົ່ງເສີມການແລກປ່ຽນເງິນຕາຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

E6hK8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!