ສາເຫດເຂື່ອນແຕກຢູ່ລາວແມ່ນຍ້ອນການນຳໃຊ້ດິນ: ຕາມຊ່ຽວຊານດ້ານນ້ຳ

ວິທີການກໍ່ສ້າງທີ່ມີຄຸນນະພາບຕ່ຳ ໂດຍການນຳໃຊ້ດິນແທນຊີມັງ ແມ່ນສາເຫດຂອງເຂື່ອນແຕກຢູ່ລາວປີກາຍນີ້, ທີມຊ່ຽວຊານດ້ານນ້ຳສະຫຼຸບ, ເຊິ່ງຂັດກັບຂໍ້ສະຫຼຸບຂອງບໍລິສັດເກົາຫຼີໃຕ້ ທີ່ເປັນຜູ້ດຳເນີນໂຄງການ.

ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມືຶ່ອໜຶ່ງໃນສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໄດ້ພັງລົງ ພາຍຫຼັງມີຝົນຕົນໜັກ ເຮັດໃຫ້ກະແສນ້ຳໄຫຼຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປື, ທັງມີຜູ້ສູນຫາຍອີກຈຳນວນໜຶ່ງ.

ອ່ານຕໍ່…

Max Avary