ຊາບບ້ານທີ່ຖືກຍົກຍ້າຍພູມລຳເນົາຈາກໂຄງການເຂື່ອນຍັງຄົງບໍ່ມີແຫຼ່ງລາຍຮັບ

ຊາວບ້ານທີ່ຖືກອົບພະຍົບຈາກໂຄງການເຂື່ອນໄຟຟ້າດອນສະໂຮງທີ່ກຳລັງດຳເນີນການກໍ່ສ້າງໃກ້ກັບຊາຍແດນກຳປູເຈຍ ຍັງຄົງບໍ່ມີວຽກເຮັດງານທຳ ແລະ ລາຍຮັບ ຫຼັງຈາກສາມປີຂອງການດຳເນີນໂຄງການ ທັງໆທີ່ລັດຖະບານສັນຍາວ່າຈະໃຫ້ການຊ່ວຍເຫຼືອ.

ການກໍ່ສ້າງເຂື່ອນໄຟຟ້າແມ່ນ້ຳຂອງດັ່ງກ່າວ ແມ່ນຢູ່ພາຍໃຕ້ການດຳເນີນການຂອງບໍລິສັດມາເລເຊຍ ຮ່ວມກັບລັດຖະບານລາວ ເຊິ່ງເລີ່ມຕົ້ນມາແຕ່ເດືອນມັງກອນ 2016, ແຕ່ວ່າປະຊາຊົນທີີ່ຖືກຍົກຍ້າຍພູມລຳເນົາ ຍັງຄົງໄດ້ຮັບການຊ່ວຍເຫຼືອພຽງເລັກນ້ອຍຈາກພາກສ່ວນລັດ ຫຼື ເອກະຊົນທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວ.

ອ່ານຕໍ່…

Sidney Khotpanya