ພະລັງງານ

ການຜະລິດໄຟຟ້າ

ຂໍ້ສົງໃສກ່ຽວກັບຍອດຕົວເລກຜູ້ເສຍຊີວິດຈາກເຫດເຂື່ອນແຕກໃນລາວ ແລະ ບົດບາດຂອງຜູ້ຮັບເໝົາ

ຍອດຕົວເລກຜູ້ເສຍຊີວິດຢ່າງເປັນທາງການທີ່ວຽງຈັນຈາກເຫດເຂື່ອນແຕກທາງພາກໃຕ້ຂອງລາວ ໃນເດືອນກໍລະກົດທີ່ຜ່ານມາ ບໍ່ສາມາດເຊື່ອຖືໄດ້, ຕາມການກ່າວຂອງກຸ່ມອົງການຈັດຕັ້ງສັງຄົມພົນລະເຮືອນຂອງໄທ.ເປຣມຣຶດີ ດາວຣຸ້ງ, ນັກອະນຸລັກສິ່ງແວດລ້ອມທີ່ມີຊື່ສຽງ ທີ່ເປັນສ່ວນໜຶ່ງຂອງໜ່ວຍງານຕິດຕາມການລົງທຶນກ່ຽວກັບເຂື່ອນໄຟຟ້າໃນລາວ ກ່າວວ່າຕົວເລກຜູ້ເສຍຊີວິດຢ່າງເປັນທາງການປະມານ 40 ຄົນຂອງລາວ ແມ່ນແຕກຕ່າງຈາກ “ບົດລາຍງານເບື້ອງຕົ້ນທີ່ມີຜູ້ສູນຫາຍກວ່າ 800 ຄົນ”.ອ່ານຕໍ່ ...

ຈິມ ໂພລລາດ

ບໍລິສັດ SK E&C ພະຍາຍາມຫຼຸດຕົ້ນທຶນໃນການກໍ່ສ້າງ ເຮັດໃຫ້ຕ້ອງປັບຕົວແບບການກໍ່ສ້າງ ແລະ ສົ່ງຜົນເຮັດໃຫ້ເຂື່ອນແຕກໃນລາວ

ບໍລິສັດ SK E&C ພະຍາຍາມສ້າງກຳໄລເພີ່ມເຕີມດ້ວຍການປັບປ່ຽນຮູບແບບ ແລະ ຕົວແບບການກໍ່ສ້າງເຂື່ອນໄຟຟ້າໃນລາວ ເຊິ່ງໄດ້ສົ່ງຜົນເຮັດໃຫ້ເຂື່ອນແຕກໃນເດືອນກໍລະກົດຜ່ານມາ, ຕາມການຢືນຢັນຈາກເອກະສານພາຍໃນ ໃນວັນທີ 14 ຕຸລານີ້. ໃນຕົວຈິງ, ຄວາມສູງຂອງສັນເຂື່ອນທີ່ແຕກ ແລະ ສັນເຂື່ອນສ່ວນອື່ນໆທີ່ສ້າງໂດຍບໍລິສັດ SK E&C ໂດຍສະເລ່ຍແມ່ນ 6.5 ແມັດ ເຊິ່ງຕ່ຳກວ່າຕົວແບບການກໍ່ສ້າງພື້ນຖານໃນເອກະສານ.ອ່ານຕໍ່ ...

ຊຽວ ຢອງຈີ

ການຊ່ວຍເຫຼືອຫຼາຍລ້ານຫຼຽນສຳລັບຜູ້ປະສົບເຄາະເຂື່ອນແຕກ

ເຈົ້າຂອງໂຄງການພະລັງງານໄຟຟ້ານ້ຳຕົກ ເຊປຽນ-ເຊນ້ຳນ້ອຍສືບຕໍ່ຊ່ວຍເຫຼືອຈຳນວນເງິນຫຼາຍລ້ານໂດລາ ສຳລັບຜູ້ປະສົບໄພຈາກສັນເຂື່ອນແຕກ ເພື່ອພາລະກິດບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຕາມການລາຍງານຂອງຮອງນາຍົກລັດຖະມົນຕີ ອາທິດແລ້ວນີ້.ນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ ແມ່ນເປັນສາເຫດມາຈາກການແຕກຂອງໜຶ່ງໃນສັນເຂື່ອນຂອງໂຄງການ ໃນວັນທີ 23 ກໍລະກົດຜ່ານມາ. ເຊິ່ງໂຄງການດັ່ງກ່າວຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ 4 ກຸ່ມນັກລົງທຶນ ຄື ສອງບໍລິສັດຈາກເກົາຫຼີໃຕ້, ແລະ ໜຶ່ງບໍລິສັດຈາກໄທ ແລະ ລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດ Ratch ເລື່ອນກຳນົດການເລີ່ມດຳເນີນການຂອງເຂື່ອນລາວ 

ຕາມຂໍ້ມູນຈາກ ບໍລິສັດ Ratchaburi Electricity Generating Holding Plc (Ratch), ວັນທີເລີ່ມດຳເນີນການທາງການຄ້າ (COD) ຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນລາວ ຈະເລື່ອນໄປຈົນເຖິງທ້າຍປີ 2019 ຈາກກຳນົດການເດີມແມ່ນໃນເດືອນກຸມພາ, ເນື່ອງຈາກການແຕກຂອງສັນເຂື່ອນໃນວັນທີ 23 ກໍລະກົດ 2018. ອ່ານຕໍ່ ...

ຍຸດທະນາ ໄພຣວັນ

ບົດປະເມີນຜົນກະທົບເຂື່ອນຂອງລາວ "ໄດ້ມາຈາກການກ່າຍ"

ວຽງຈັນ — ກຸ່ມອົງການທີ່ປຶກສາກ່າວວ່າ ສ່ວນໜຶ່ງຂອງການປະເມີນຜົນກະທົບດ້ານສິ່ງແວດລ້ອມສຳລັບໂຄງການເຂື່ອນໄຟຟ້າທີ່ປາກລາຍທີ່ກຳລັງຖົກຖຽງນັ້ນແມ່ນກ່າຍຄຳເວົ້າມາຈາກບົດປະເມີນຜົນກະທົບຂອງເຂື່ອນໄຟຟ້າປາກແບງທີ່ມີເນື້ອໃນອັນດຽວກັນ.ອ່ານຕໍ່ ...

ຮຸນ ຣິກສ໌ມີ

NTPC ປະສົບຜົນສຳເລັດໃນດ້ານສິ່ງແວດລ້ອມ ແລະ ສັງຄົມໃນໂຄງການພະລັງງານໄຟຟ້ານ້ຳຕົກ

ບໍລິສັດພະລັງງານໄຟຟ້ານ້ຳຕົກ ນ້ຳເທີນ 2 (NTPC) ສຳເລັດໃນການເຮັດຂໍຕົກລົງສຳປະທານກ່ຽວກັບແຜນການຕັ້ງຖິ່ນຖານໃໝ່ ແລະ ສະເໜີການປິດໄລຍະການຈັດຕັ້ງປະຕິບັດການຕັ້ງຖິ່ນຖານໃໝ່ ພາຍໃຕ້ໂຄງການອະເນກປະສົງນ້ຳເທີນ 2,  ຕາມບົດລາຍງານຫຼ້າສຸດຂອງໜ່ວຍຊ່ຽວຊານຕ່າງປະເທດ (POE) ຂອງບໍລິສັດ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ໄທຈະປ່ຽນຈາກການ​ເປັນ​ຜູ້​ຊື້ ໄຟ​ຟ້າເທົ່າ​ນັ້ນ ໄປ​ເປັນ​ຜູ້​ຮ່ວມ​ສົ່ງ​​ໄຟ​ຟ້າ​ຈາກ​ລາວໄປ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​ໄທ​ບໍ່​ມີ​ແຜນ​ການ​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ເພີ້ມ​ຂຶ້ນ ແຕ່​ຈະ​ພັດ​ທະ​ນາ​ໂຄງ​ຂ່າຍ​ເພື່ອ​ຮອງຮັບການ​ສົ່ງ​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ຜ່ານ​ໄທ ໄປ​ມາ​ເລ​ເຊຍ-ສິງ​ກະ​ໂປ.ອ່ານຕໍ່ ...

ບັນນາທິການວີໂອເອ

ລາວຖືກກ່າວຫາວ່ານຳໃຊ້ການສຳຫຼວດຜົນກະທົບຈາກການສ້າງເຂື່ອນແບບຈົດກ່າຍຂໍ້ມູນ

ວຽງຈັນ/ພະນົມເປັນ — ກຸ່ມພັນທະມິດຕໍ່ສູ້ເພື່ອປົກປ້ອງແມ່ນ້ຳຂອງກ່າວຫາວ່າ ລາວທຳການການປະເມີນຜົນກະທົບທາງການສຳລັບໂຄງການເຂື່ອນນ້ຳຂອງແຫ່ງໃໝ່ດ້ວຍວິທີການຈົດກ່າຍຈາກໂຄງການທີ່ຜ່ານມາ.ອ່ານຕໍ່ ...

ຮຸນ ຣີກສ໌ມີ & ເດວິດ ບອຍ

ລາວມຸ່ງໝັ້ນໃນການສ້າງເຂື່ອນໄຟຟ້ານ້ຳຂອງໃຫ້ເປັນໂຄງການແບບຍືນຍົງ

ເຈົ້າໜ້າທີ່ລະດັບສູງກ່າວໃນກອງປະຊຸມຫາລືລະດັບພາກພື້ນວ່າ ລັດຖະບານລາວມີເຈດຈຳນົງອັນແຮງກ້າໃນການສ້າງໂຄງການພະລັງງານໄຟຟ້ານ້ຳຕົກໃນແມ່ນ້ຳຂອງໃນຮູບລັກສະນະທີ່ຍືນຍົງ ທັງສະແດງຄວາມຫວັງວ່າຜູ້ມີສ່ວນຮ່ວມທຸກພາກສ່ວນຈະສະໜັບສະໜູນຄວາມມຸ່ງໝັ້ນຂອງລາວໃນການຜະລິດກະແສໄຟຟ້າ.ອ່ານຕໍ່  ...

ເອກະພອນ ພູທອນສີ

ກອງປະຊຸມປຶກສາຫາລືຜູ້ມີສ່ວນຮ່ວມແມ່ນ້ຳຂອງລະດັບພາກພື້ນຄັ້ງທີ 5 ຈັດຂຶ້ນທີ່ວຽງຈັນ

(ຂປລ) ກອງປະຊຸມປຶກສາຫາລືຜູ້ມີສ່ວນຮ່ວມລະດັບພາກພື້ນຄັ້ງທີ 5 ຂອງຄະນະກຳມາທິການແມ່ນ້ຳຂອງໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນທີ 20-21 ກັນຍານີ້ ເພື່ອເປີດໂອກາດໃຫ້ແກ່ຜູ້ມີສ່ວນຮ່ວມທຸກພາກສ່ວນໃນການຫາລື, ທົບທວນ ແລະ ມີສ່ວນຮ່ວມໃນແຜນການສຳລັບໂຄງການເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍທີ່ນຳສະເໜີ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cvbuS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!