ພະລັງງານ

ການຜະລິດໄຟຟ້າ

ຂັ້ນຕອນການສືບສວນສອບສວນການແຕກຂອງເຂື່ອນ

ຄະນະກຳມະການສອງຄະນະໄດ້ຮັບການຈັດຕັ້ງຂຶ້ນ ເພື່ອດຳເນີນການສືບສວນສອບສວນຫາສາເຫດຂອງການແຕກຂອງສັນເຂື່ອນໄຟຟ້ານ້ຳຕົກ ທີ່ແຂວງອັດຕະປື ກໍຄືຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໆກ່ຽວຂ້ອງ. ການແຕກຂອງສັນເຂື່ອນ D ເຊິ່ງເປັນໜຶ່ງໃນຫ້າສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ທີ່ສົ່ງຜົນໃຫ້ເກີດໄພນ້ຳຖ້ວມໃນວັນທີ 23 ກໍລະກົດ ເຮັດໃຫ້ມີການສູນເສຍ 35 ຊິວີດ ແລະ 99 ຄົນຍັງຄົງສູນຫາຍ. ຫຼານພັນຄົນຕ້ອງສູນເສຍທີ່ຢູ່ອາໄສອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານຈະກວດກາມາດຕະການເຂື່ອນໄຟຟ້າທັງໝົດ ແລະ ງົດໂຄງການພະລັງງານໄຟຟ້ານ້ຳຕົກໃໝ່ຊົ່ວຄາວ

ລັດຖະບານຖະແຫຼງວ່າຈະກວດສອບມາດຕະຖານຄວາມປອດໄພໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດ ຫຼັງເຫດໄພພິບັດຄັ້ງໃຫຍ່ ເນື່ອງຈາກການແຕກຂອງສັນເຂື່ອນທີ່ແຂວງອັດຕະປື.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະມົນຕີກະຊວງພະລັງງານຈະຮ່ວມສືບສວນກໍລະນີເຂື່ອນແຕກ

ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ພ້ອມທີ່ຈະຮ່ວມມືກັບຜູ້ມີສ່ວນຮ່ວມທຸກພາກສ່ວນ ໃນພາລະກິດຂອງລັດຖະບານໃນການສືບສວນສອບສວນ ສາເຫດແທ້ຈິງຂອງການແຕກພັງຂອງສັນເຂື່ອນ D ຂອງໂຄງການເຂື່ຶອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊມີມູນຄ່າມະຫາສານ, ເຊິ່ງຍັງບໍ່ມີສະຫຼຸບຕົວເລກຄວາມເສຍຫາຍຈາກທາງການ

ຂອບເຂດຂອງການສູນເສຍ ແລະ ຜົນເສຍຫາຍຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແມ່ນມີມູນຄ່າມະຫາສານ, ເຊິ່ງປະຈຸບັນຍັງບໍ່ມີການສະຫຼຸບການປະເມີນມູນຄ່າຄວາມເສຍຫາຍຢ່າງເປັນທາງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ຢືນຢັນພົບຊິ້ນສ່ວນຂອງຜູ້ປະສົບເຄາະເພີ່ມເຕີມ

ເມືອງສະໜາມໄຊ ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບພາລະກິດກູ້ໄພໃນການຄົ້ນຫາຜູ້ປະສົບເຄາະທີ່ສູນຫາຍ ເຊິ່ງໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຈ້ງວ່າໄດ້ພົບຊິ້ນສ່ວນຊາກສົບຂອງຜູ້ປະສົບເຄາະເພີ່ມເຕີມໃນວັນທີ 28 ກໍລະກົດ. ນັບແຕ່ເກີດເຫດໄພພິບັດດັ່ງກ່າວໃນວັນທີ 23 ກໍລະກົດມານີ້ ທີມກູ້ໄພໄດ້ຄົ້ນພົບຊິ້ນສ່ວນຂອງຜູ້ສູນຫາຍແລ້ວ 10 ຄົນ.ອ່ານຕໍ່ ...

ບຸນແພງ ໄພມະນີວົງ

ນາຍົກກ່າວ: ລາວຈະຮ່ວມມືກັບເກົາຫຼີ ແລະ ໄທເພື່ອສືບສວນສອບສວນຫາສາເຫດເຂື່ອນແຕກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງໃນວານນີ້ວ່າ ລັດຖະບານລາວຈະເຮັດວຽກຮ່ວມກັບບັນດາບໍລິສັດຜູ້ຖືຫຸ້ນໂຄງການເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ເພື່ອສືບສວນສອບສວນຫາສາເຫດທີ່ແທ້ຈິງຂອງການແຕກພັງຂອງສັນເຂື່ອນຂອງໂຄງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ພາລະກິດການຄົ້ນຫາ ແລະ ກູ້ໄພທີ່ເມືອງສະໜາມໄຊຫາກໍ່ໄດ້ 30 ເປີເຊັນ

ອັດຕະປື: ມາຮອດຕອນແລງວານນີ້ ພາລະກິດການຄົ້ນຫາ ແລະ ກູ້ໄພຫາກໍ່ປະຕິບັດໄດ້ 30 ເປີເຊັນຂອງພື້ນທີ່ທັງໝົດ ໃນ 13 ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກຄວາມສະຫຼັບສັບຊ້ອນຂອງພູມມີປະເທດ ແລະ ສະພາບທີ່ບໍ່ເອື້ອອຳນວຍເຮັດໃຫ້ການຄົ້ນຫາຊັກຊ້າ ຕາມການລາຍງານຂອງການນຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ ແລະ ພູນຊັບ ເທວົງສາ

ເຂື່ອນໄຟຟ້ານ້ຳເທີນ 2 ງົດການຜະລິດກະແສໄຟຟ້າ ເພື່ອສົ່ງເສີມຄວາມພະຍາຍາມໃນການປ້ອງກັນໄພນນ້ຳຖ້ວມ

ຕາມການລາຍງານຂອງຜູ້ຮັບເໝົາໂຄງການ, ໜຶ່ງໃນເຂື່ອນໄຟຟ້ານ້ຳຕົກທີ່ໃຫຍ່ທີ່ສຸດໃນລາວໄດ້ສັ່ງຢຸດການຜະລິດກະແສໄຟຟ້າເປັນການຊົ່ວຄາວ ເພື່ອຫຼຸດຄວາມສ່ຽງໃນການເກີດໄພນ້ຳຖ້ວມໃນພື້ນທີ່ລຸ່ມແມ່ນ້ຳເຊບັ້ງໄຟ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ແຈ້ງການໃນອາທິດນີ້ວ່າ ທາງບໍລິສັດໄດ້ທຳການປິດເຄື່ອງຈັນປັ່ນໄຟ ຈຳນວນຫ້າໃນຫົກເຄື່ອງໃນໂຮງງານໄຟຟ້າຂອງຕົນ ໃນໃຈກາງແຂວງຄຳມ່ວນ ມາຕັ້ງແຕ່ວັນທີ 24 ກໍລະກົດ ເພື່ອຊະງັກການປ່ອຍນ້ຳລົງສູ່ແມ່ນ້ຳເຊບັ້ງໄຟ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະມົນຕີພະລັງງານກ່າວສາເຫດສັນເຂື່ອນແຕກແມ່ນຍ້ອນການກໍ່ສ້າງຕ່ຳກວ່າມາດຕະຖານ

(ຂປລ) ທ່ານ ຄຳມະນີ ອິນທິລາດ ກ່າວຕໍ່ສື່ມວນຊົນທີ່ວຽງຈັນໃນວັນພະຫັດນີ້ວ່າ ການພັງຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ຄັ້ງວັນທີ່ 23 ກໍລະກົດ ແມ່ນມີສາເຫດມາຈາກການກໍ່ສ້າງຕ່ຳກວ່າລະດັບມາດຕະຖານ. ສັນເຂື່ອນດັ່ງກ່າວໄດ້ພັງລົງໃນເວລາ 20.00 ຂອງວັນຈັນ ວັນທີ 23 ກໍລະກົດ ສົ່ງຜົນໃຫ້ນ້ຳປະລິມານ 0.5 ຕື້ແມັດກ້ອນໄຫຼຖ້ວມເຮືອນຊານປະຊາຊົນຈຳນວນຫຼວງຫຼາຍ ໃນຕອນໃຕ້ຂອງເມືອງສະໜາມໄຊ. ມາຮອດວານນີ້ ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 27 ຄົນ ແລະ ອີກ 131 ຄົນຍັງສູນຫາຍ.ອ່ານຕໍ່ ...

ຂປລ

ບໍລິສັດເຂື່ອນໄຟຟ້າສະແດງຄວາມຮັບຜິດຊອບຕໍ່ເຫດໄພນ້ຳຖ້ວມຄັ້ງຮ້າຍແຮງ

ຕາງໜ້າພະນັກງານຈາກບໍລິສັດພະລັງງານເຊປຽນ-ເຊນ້ຳນ້ອຍຕົກລົງວ່າບໍລິສັດຈະຮັບຜິດຊອບຢ່າງເຕັມສ່ວນຕາມລະບຽບກົດໝາຍ ຕາມສັນຍາສຳປະທານ ສຳລັບຜົນກະທົບທີ່ສັນເຂື່ອນ D ໄດ້ພັງທະລາຍ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງໃຫຍ່ ແລະ ມະຫັນຕະໄພທຳລາຍລ້າງຢູ່ເມືອງສະໜາມໄຊ, ແຂວງອັດຕະປື.ອ່ານຕໍ່ ...

ເອກກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nCP9M
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!