ການຄ້າ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການຄ້າ

ລາວເປີດຕົວລະບົບການຄ້າປະຕູດຽວແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ມີການເປີດນຳໃຊ້ລະບົບການຄ້າປະຕູດຽວແຫ່ງຊາດ (LNSW) ທີ່ເດີ່ນສາງທ່ານາແລ້ງ – ເພື່ອສົ່ງເສີມຄວາມໂປ່ງໃສ ແລະ ອຳນວຍຄວາມສະດວກດ້ານການຄ້າ. ບາດກ້າວດັ່ງກ່າວແມ່ນເພື່ອສ້າງປະໂຫຍດສູງສຸດໃຫ້ແກ່ປະຊາຊົນລາວໃນການຈໍລະຈອນສິນຄ້າ. ພິທີເປີດດັ່ງກ່າວໄດ້ມີຂຶ້ນໃນວັນຈັນຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈອມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.ກົມພາສີໄດ້ມີການຮ່ວມມືກັບອົງການ Bereau Veritas ໃນໂຄງການການຄ້າປະຕູດຽວແຫ່ງຊາດລາວ ມາແຕ່ປີ 2013.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/laos-launches-national-single-window-99106

ລາວປັບປຸງລະບຽບການດ້ານການຄ້າສຳລັບບໍລິສັດຕ່າງປະເທດ

ບໍລິສັດຕ່າງປະເທດທີ່ຕ້ອງການສົ່ງອອກສິນຄ້າມາປະເທດລາວ ແມ່ນບໍ່ຈຳເປັນຕ້ອງຂໍໃບອະນຸຍາດດຳເນີນທຸລະກິດພາຍໃນປະເທດ ຕາມລະບຽບການການຄ້າໃໝ່ຂອງກະຊວງການຄ້າ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ສະບັບໃໝ່ ໃນວັນທີ 6 ມິຖຸນາ ເພື່ອຍົກເລີກລະບຽບການທີ່ບໍລິສັດຕ່າງປະເທດຕ້ອງຂໍໃບອະນຸຍາດດຳເນີນທຸລະກິດພາຍໃນ ໃນການສົ່ງອອກສິນຄ້າມາປະເທດລາວ.ພາຍໃຕ້ລະບຽບການໃໝ່ນີ້ ບໍລິສັດຕ່າງປະເທດທີ່ຕ້ອງການສົ່ງອອກສິນຄ້າມາປະເທດລາວ ຕ້ອງຍື່ນໃບຄຳຮ້ອງຂໍສິດທາງການຄ້າ ໂດຍກົງຕໍ່ກົມການນຳເຂົ້າ ແລະ ສົ່ງອອກ.ອ່ານຕໍ່  ...

ໂຕະຂ່າວ
https://laotiantimes.com/2019/06/19/laos-improves-trade-regulations-foreign-companies/

ກະຊວງການຄ້າແກ້ໄຂບັນຫາກ່ຽວກັບສິດທິທາງການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງປະເທດທີ່ສົ່ງອອກສິນຄ້າເຂົ້າສູ່ຕະຫຼາດລາວຈະບໍ່ຈຳເປນຕ້ອງມີໃບອະນຸຍາດດຳເນີນທຸລະກິດພາຍໃນປະເທດ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າໄດ້ແກ້ໄຂບັນຫາທີ່ເປັນປະເດັນດັ່ງກ່າວແລ້ວ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຊັນຮັບຮອງຂໍ້ຕົກລົງຂອງລັດຖະມົນຕີ ສະບັບລົງວັນທີ 6 ມິຖຸນາ ເພືື່ອອະນຸຍາດໃຫ້ບໍລິສັດຕ່າງປະເທດສົ່ງອອກສິນຄ້າມາລາວໂດຍບໍ່ຕ້ອງຂໍໃນອະນຸຍາດໃນການດຳເນີນທຸລະກິດພາຍໃນປະເທດ.ຕາມກົດໝາຍ, ທຸກໆບໍລິສັດທີ່ເຄື່ອນໄຫວທຸລະກິດໃນລາວ ຈຳເປັນຕ້ອງຂໍໃບຢັ້ງຢືນການລົງທະບຽນທຸລະກິດໃນລາວ ແລະ ໃບອະນຸຍາດດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ ບໍລິສັດພາຍໃນຈຳນວນໜຶ່ງໄດ້ຮ້ອງຮຽນວ່າ ບໍລິສັດຕ່າງຊາດມີການຂາຍສິນຄ້າໃນລາວໂດຍບໍ່ມີໃບອະນຸຍາດ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-resolves-trading-rights-issue-98717

ສະພາແຫ່ງຊາດອະນຸມັດກົດໝາຍໃໝ່ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ສະພາແຫງຊາດໄດ້ອະນຸມັດກົດໝາຍໃໝ່ ວ່າດ້ວຍມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນ ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ.ເນື່ອງຈາກປະເທດລາວໄດ້ມີການລວມຕົວໃນພາກພື້ນ, ຈຶ່ງຈຳເປັນຕ້ອງປະກາດໃຊ້ກົດໝາຍເພື່ອປົກປ້ອງປະເທດຈາກການແຂ່ງຂັນການຄ້າທີ່ບໍ່ເປັນທຳ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າ ການປະກາດໃຊ້ກົດໝາຍສະບັບດັ່ງກ່າວແມ່ນສ່ວນໜຶ່ງຂອງພາລະກິດເພື່ອບັນລຸຂໍ້ພັນທະ ໃນຖານະສະມາຊິກຂອງອົງການການຄ້າໂລກ (WTO).ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/na-approves-new-law-laos-safeguard-local-products-unfair-imports-98582

ລັດຖະບານຈະອຳນວຍຄວາມສະດວກໃຫ້ແກ່ທຸລະກິດການສົ່ງອອກ

ລັດຖະບານໄດ້ລຶບລ້າງທຸລະກິດການສົ່ງອອກສິນຄ້າບາງປະເພດ ອອກຈາກລາຍການທຸລະກິດຄວບຄຸມ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການສົ່ງອອກສິນຄ້າລາວສູ່ຕະຫຼາດຕ່າງປະເທດ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ຫຼ້າສຸດ ກະຊວງໄດ້ຖະແຫຼງວ່າ ລັດຖະບານຈະບໍ່ຈັດປະເພດການສົ່ງອອກສິນຄ້າບໍລິໂພກທົ່ວໄປເຂົ້າໃນລາຍການທຸລະກິດຄວາມຄຸມ. ນີ້ກໍໝາຍຄວາມວ່າຜູ້ສົ່ງອອກສິນຄ້າປະເພດດັ່ງກ່າວບໍ່ຈຳເປັນຕ້ອງຂໍອະນຸຍາດຈາກເຈົ້າໜ້າທີ່ ກ່ອນດຳເນີນການສົ່ງອອກສິນຄ້າ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ອຸປະສັກໃນຊາຍແດນຈຳກັັດໂອກາດໃນການນຳເຂົ້າສິນຄ້າຂອງລາວ: ຕາມບົດລາຍງານ

ວຽງຈັນ (ວຽງຈັນທາມສ໌/ANN) ຄວາມຮູ້ດ້ານຂະບວນການທີ່ຈຳກັດຂອງເຈົ້າໜ້າທີ່ລັດຖະບານ ແລະ ນັກຄ້າຂາຍໃນພື້ນທີ່ຊາຍແດນ ເປັນສາເຫດໃຫ້ເກີດອຸປະສັກດ້ານການຄ້າໃນເຂດຊາຍແດນລະຫວ່າງລາວ, ໄທ ແລະ ຫວຽດນາມ.ເຖິງຢ່າງໃດກໍຕາມ, ໃນຂະນະທີ່ບັນຫາໃນບາງຂົງເຂດວຽກງານແມ່ນເປັນທີ່ຮູ້ກັນດີ, ບົດຄົ້ນຄວ້າຂອງກົມການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ໂຄງການອຳນວຍຄວາມສະດວກດ້ານການພັດທະນາການຄ້າ ໄລຍະ 2 ໃຫ້ຮູ້ວ່າ ນັກຄ້າຂາຍສ່ວນໃຫຍ່ແມ່ນບໍ່ຮູ້ກ່ຽວກັບບັນຫາເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ນາຍົກສັ່ງກວດກາຂັ້ນຕອນການຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ມີການຈັດຕັ້ງຄະນະດຳເນີນງານ ເພື່ອທຳການກວດກາການດຳເນີນງານທີ່ດ່ານຊາຍແດນ ເພື່ອຈຸດປະສົງອຳນວຍຄວາມສະດວກດ້ານການຄ້າ ແລະ ການບໍລິການຂ້າມຊາຍແດນ, ທັງເປັນການຫຼຸດຜ່ອນການຮົ່ວໄຫຼຂອງງົບປະມານ.ທ່ານນາຍົກໄດ້ອອກຄຳສັ່ງແນະນຳດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານຂອງລັດຖະບານສຳລັບເດືອນພຶດສະພາ, ໃນກອງປະຊຸມປະຈຳເດືອນເມສາຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນໃນອາທິດແລ້ວນີ້.ຄະນະດຳເນີນງານດັ່ງກ່າວຈະເປັນຜູ້ເກັບກຳຂໍ້ມູນຂ່າວສານ ແລະ ໃຫ້ຄຳແນະນຳໃນການແກ້ໄຂປະເດັນ ທີ່ເປັນຕົ້ນເຫດຂອງບັນຫາໃນດ່ານຊາຍແດນ ທີ່ສົ່ງຜົນຕໍ່ການຮົ່ວໄຫຼຂອງລາຍຮັບຂອງລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຂະແໜງການລັດ ແລະ ຫົວໜ່ວຍທຸລະກິດ ທຳຄວາມເຂົ້າໃຈກ່ຽວກັບອະນຸສັນຍາ CISG

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງການທຸລະກິດ ເຂົ້າຮ່ວມກອງປະຊຸມວິຊາການ ແນໃສ່ເສີມຂະຫຍາຍຄວາມເຂົ້າໃຈຕໍ່ກັບເນື້ອໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ພາຍໃຕ້ອະນຸສັນຍາຂອງສະຫະປະຊາຊາດວ່າດ້ວຍພັນທະສັນຍາການຊື້ຂາຍສິນຄ້າສາກົນ (CISG).ກອງປະຊຸມກ່ຽວກັບ CISG ດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວານນີ້ ພາຍໃຕ້ການສະໜັບສະໜູນຂອງໂຄງການ USAID LUNA II.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່, ຜູ້ປະກອບການທຸລະກິດຮຽນຮູ້ກ່ຽວກັບ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ FTA 

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກຂະແໜງການເອກະຊົນເຂົ້າຮ່ວມກອງປະຊຸມວິຊາການ ເພື່ອຮຽນຮູ້ກ່ຽວກັບກົດລະບຽບ ແລະ ຜົນປະໂຫຍດຂອງການນຳໃຊ້ “ຖະແຫຼງການວ່າດ້ວຍແຫຼ່ງກຳເນີດສິນຄ້າ” ພາຍໃຕ້ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ ເຂດການຄ້າເສລີອາຊຽນ-ອອສ໌ເຕຣເລຍ-ນິວຊີແລນ (AANZFTA) ສຳລັບລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ ພາຍໃນເດືອນພຶດສະພານີ້​, ຕາມການເປີດເຜີຍຂອງການນຳໃນກອງປະຊຸມໃນວັນສຸກຜ່ານມາ.ການຍົກລະດັບດັ່ງກ່າວຈະອີງໃສ່ຫຼັກການ, ເກນ ແລະ ເງື່ອນໄຂ ທີ່ກຳນົດໃນແຜນງານມາດຕະຖານເພື່ອການຮັບປະກັນ ແລະ ອຳນວຍຄວາມສະດວກດ້ານການຄ້າໂລກ (SAFE) ຂອງອົງການສຸລະກາກອນໂລກ ແລະ ຂໍ້ຕົກລົງກ່ຽວກັບການອຳນວຍຄວາມສະດວກດ້ານການຄ້າຂອງອົງການການຄ້າໂລກ (WTO-TFA).ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xLZNv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!