ກະຊວງການຄ້າແກ້ໄຂບັນຫາກ່ຽວກັບສິດທິທາງການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງປະເທດທີ່ສົ່ງອອກສິນຄ້າເຂົ້າສູ່ຕະຫຼາດລາວຈະບໍ່ຈຳເປນຕ້ອງມີໃບອະນຸຍາດດຳເນີນທຸລະກິດພາຍໃນປະເທດ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າໄດ້ແກ້ໄຂບັນຫາທີ່ເປັນປະເດັນດັ່ງກ່າວແລ້ວ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຊັນຮັບຮອງຂໍ້ຕົກລົງຂອງລັດຖະມົນຕີ ສະບັບລົງວັນທີ 6 ມິຖຸນາ ເພືື່ອອະນຸຍາດໃຫ້ບໍລິສັດຕ່າງປະເທດສົ່ງອອກສິນຄ້າມາລາວໂດຍບໍ່ຕ້ອງຂໍໃນອະນຸຍາດໃນການດຳເນີນທຸລະກິດພາຍໃນປະເທດ.

ຕາມກົດໝາຍ, ທຸກໆບໍລິສັດທີ່ເຄື່ອນໄຫວທຸລະກິດໃນລາວ ຈຳເປັນຕ້ອງຂໍໃບຢັ້ງຢືນການລົງທະບຽນທຸລະກິດໃນລາວ ແລະ ໃບອະນຸຍາດດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ ບໍລິສັດພາຍໃນຈຳນວນໜຶ່ງໄດ້ຮ້ອງຮຽນວ່າ ບໍລິສັດຕ່າງຊາດມີການຂາຍສິນຄ້າໃນລາວໂດຍບໍ່ມີໃບອະນຸຍາດ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-resolves-trading-rights-issue-98717