ນາຍົກສັ່ງກວດກາຂັ້ນຕອນການຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ມີການຈັດຕັ້ງຄະນະດຳເນີນງານ ເພື່ອທຳການກວດກາການດຳເນີນງານທີ່ດ່ານຊາຍແດນ ເພື່ອຈຸດປະສົງອຳນວຍຄວາມສະດວກດ້ານການຄ້າ ແລະ ການບໍລິການຂ້າມຊາຍແດນ, ທັງເປັນການຫຼຸດຜ່ອນການຮົ່ວໄຫຼຂອງງົບປະມານ.

ທ່ານນາຍົກໄດ້ອອກຄຳສັ່ງແນະນຳດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານຂອງລັດຖະບານສຳລັບເດືອນພຶດສະພາ, ໃນກອງປະຊຸມປະຈຳເດືອນເມສາຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນໃນອາທິດແລ້ວນີ້.

ຄະນະດຳເນີນງານດັ່ງກ່າວຈະເປັນຜູ້ເກັບກຳຂໍ້ມູນຂ່າວສານ ແລະ ໃຫ້ຄຳແນະນຳໃນການແກ້ໄຂປະເດັນ ທີ່ເປັນຕົ້ນເຫດຂອງບັນຫາໃນດ່ານຊາຍແດນ ທີ່ສົ່ງຜົນຕໍ່ການຮົ່ວໄຫຼຂອງລາຍຮັບຂອງລັດຖະບານ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ