ສະພາແຫ່ງຊາດອະນຸມັດກົດໝາຍໃໝ່ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ສະພາແຫງຊາດໄດ້ອະນຸມັດກົດໝາຍໃໝ່ ວ່າດ້ວຍມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນ ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ.

ເນື່ອງຈາກປະເທດລາວໄດ້ມີການລວມຕົວໃນພາກພື້ນ, ຈຶ່ງຈຳເປັນຕ້ອງປະກາດໃຊ້ກົດໝາຍເພື່ອປົກປ້ອງປະເທດຈາກການແຂ່ງຂັນການຄ້າທີ່ບໍ່ເປັນທຳ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າ ການປະກາດໃຊ້ກົດໝາຍສະບັບດັ່ງກ່າວແມ່ນສ່ວນໜຶ່ງຂອງພາລະກິດເພື່ອບັນລຸຂໍ້ພັນທະ ໃນຖານະສະມາຊິກຂອງອົງການການຄ້າໂລກ (WTO).

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/na-approves-new-law-laos-safeguard-local-products-unfair-imports-98582