ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການກຽມພ້ອມຮັບມືຕໍ່ໄພພິບັດ ແລະ ຮັບມືສຸກເສີນ

ອັດຕະປືສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ

ວຽງຈັນທາມສ໌ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງອັດຕະປືສັນຍາຈະສືບຕໍ່ຊ່ວຍສະໜອງສິ່ງຈຳເປັນພື້ນຖານ ໃຫ້ແກ່ປະຊາຊົນທີ່ສູນເສຍທີ່ຢູ່ອາໄສ ເນື່ອງຈາກເຂື່ອນແຕກ ລວມເຖິງໃຫ້ຄຳປຶກສາເປັນໄລຍະໆໃນການປະເມີນຄວາມຕ້ອງການຂອງເຂົາເຈົ້າ.ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໄດ້ກ່າວໃນວານນີ້ວ່າ ອຳນາດການປົກຄອງມີແຜນສືບຕໍ່ສະໜອງເຂົ້າສານຈຳນວນ 20 ກິໂລຕໍ່ຄົນຕໍ່ເດືອນ ຈົນກວ່າການຜະລິດກະສິກຳຈະກັບສູ່ສະພາບປົກກະຕິ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ປະສົບໄພພິບັດທີ່ລອດຊີວິດຈາກເຂື່ອນ PNPC ໃນລາວຍັງຄົງຜະເຊີນຄວາມຫຍຸ້ງຍາກ

 ຜູ້ປະສົບໄພພິບັດທີ່ລອດຊີວິດຈາກໄພພິບັດເຂື່ອນແຕກໃນເດືອນກໍລະກົດ 2018 ເຊິ່ງເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ ຍັງຄົງຜະເຊີນກັບຄວາມຫຍຸ້ງຍາກທັງດ້ານຮ່າງກາຍ ແລະ ຈິດໃຈ, ຕາມເຈົ້າໜ້າທີ່ບັນເທົາທຸກຊາວເກົາຫຼີໃຕ້.ໄພພິບັດດັ່ງກ່າວເກີດຂຶ້ນຍ້ອນສັນເຂື່ອນຂອງໂຄງການໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ (PNPC) ໄດ້ແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນໃນແຂວງຈຳປາສັກ ແລະ ອັດຕະປື, ສ່ວນອີກຫຼາຍຄົນຍັງຄົງສູນຫາຍ.ອ່ານຕໍ່  ...

Radio Free Asia

ອຳນາດການປົກຄອງແຈ້ງຍຸດທະສາດເພື່ອປ້ອງກັນໄຟປ່າ

ລັດຖະບານແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງການເກີດໄຟປ່າເນື່ອງຈາກອຸນຫະພູມຮ້ອນຂຶ້ນ ແລະ ປ່າໄມ້ກໍມີລັກສະນະແຫ້ງແລ້ງ.ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຮັບຜິດຊອບວຽກງານການຄຸ້ມຄອງໄຟປ່າ ໄດ້ອອກແຈ້ງການຫວ່າງໝໍ່ໆມານີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນຕາມຂັ້ນຕອນເພື່ອປ້ອງກັນການເກີດໄຟປ່າໃນລະດູແລ້ງນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຜູ້ປະສົບໄພເຂື່ອນແຕກໃນລາວໄດ້ຮັບຄ່າທຳຂັວນ

ເງິນຈຳນວນ US$710,000 ໂດລາ (ກວ່າ 6 ຕື້ກີບ) ໄດ້ຮັບການເບີກຈ່າຍໃຫ້ແກ່ຄອບຄົວຜູ້ປະສົບໄພ 71 ຄົນທີ່ເສຍຊີວິດ ຫຼື ຍັງຄົງສູນຫາຍເນື່ອງຈາກເຫດສັນເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື.ຜູ້ປະສົບໄພຈຳນວນ 71 ຄົນດຈາກເຫດເສົ້າສະຫຼົດໃນເດືອນກໍລະກົດ 2018 ດັ່ງກ່າວລວມມີ 22 ຜູ້ສູນຫາຍ ແລະ 49 ຜູ້ເສຍຊີວິດ.ຄອບຄົວຂອງຜູ້ປະສົບເຄາະແຕ່ລະລາຍໄດ້ຮັບຄ່າທຳຂັວນຄອບຄົວລະ US$10,000 ໂດລາ ຕາມການແຈ້ງການຂອວສຳນັກງງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຄະນະກຳມະການຊີ້ນຳລະດັບຊາດທົບທວນໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຈັດຕັ້ງລັດຖະບານໄດ້ທຳການທົບທວນ ແລະ ຕິດຕາມການປະຕິບັດໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ທີ່ໄດ້ມີການລິເລີ່ມມາຕັ້ງແຕ່ເດືອນສິງຫາ 2017. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນ US$30 ລ້ານໂດລາໃນຮູບຂອງທຶນກູ້ຢືມ ແລະ ອີກ US$1 ລ້ານໂດລາເປັນທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນ ສຳລັບວຽກງານຄຸ້ມຄອງຄວາມສ່ຽງ ແລະ ໄພພິບັດ ເຊິ່ງຈະສືບຕໍ່ດຳເນີນການອີກເປັນໄລຍະຫ້າປີ.ອ່ານຕໍ່   ...

ໂຕະຂ່າວ

ທົບທວນການຮັບມືໄພນ້ຳຖ້ວມທີ່ແຂວງຄຳມ່ວນ

(ຂປລ) ຄະນະລັດຖະບານ, ເອກອັກຄະລັດຖະທູດ ແລະ ຕາງໜ້າອົງການສະຫະປະຊາຊາດ ເດີນທາງໄປທີ່ແຂວງຄຳມ່ວນໃນວັນທີ 21-22 ມັງກອນ ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອລ້າສຸກເສີນ ທີ່ ສປປ ລາວ ໄດ້ຮັບຈາກກອງທຶນເພື່ອການຮັບມືກັບເຫດສຸກເສີນສູນກາງຂອງສະຫະປະຊາຊາດ (CERF) ໃນທ້າຍເດືອນຕຸລາທີ່ຜ່ານມາ.ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ US$3.5 ລ້ານໂດລາດັ່ງກ່າວ ເປັນການຊ່ວຍເຫຼືອເພື່ອມະນຸດສະທຳ ສຳລັບຜູ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນປີກາຍນີ້ ທີ່ແຂວງຄຳມ່ວນ. ການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອດັ່ງກ່າວ ປະຈຸບັນແມ່ນດຳເນີນມາໄດ້ເຄິ່ງທາງແລ້ວ ແລະ ມາເຖິງຂັ້ນຕອນການປະເມີນຜົນໄດ້ຮັບຈາກການປະຕິບັດຈົນເຖິງປະຈຸບັນ.ອ່ານຕໍ່ ...

ຂປລ

ຖືກປະປ່ອຍຕາມຍະຖາກຳ

ຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນ່ໍ້ຳນ້ອຍແຕກໃນລາວຍັງຄົງຢູ່ໃນທີ່ພັກຕາມຍະຖາກຳ ພາຍໃຕ້ອະນາຄົດອັນບໍ່ແນ່ນອນເຖິງແມ່ນວ່າຈະເປັນໄລຍະຫົກເດືອນມາແລ້ວ ຫຼັງຈາກການແຕກຂອງສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ທຳລາຍເຮືອນຊານປະຊາຊົນເປັນຈຳນວນຫຼວງຫຼາຍໃນພາກໃຕ້ຂອງລາວ, ຜູ້ປະສົບໄພຍັງຄົງຕ້ອງພັກອາໄສຢູ່ໃນທີ່ພັກຊົ່ວຄາວ ໂດຍບໍ່ຮູ້ຊະຕາກຳໃນອະນາຄົດ.ຜູ້ທີ່ອາໄສຕາມແຄັມທີ່ພັກຊົ່ວຄາວຍັງຄົງຂາດແຄນເຊິ່ງເຄື່ອງໃຊ້ສອຍທີ່ຈຳເປັນ ເນື່ອງຈາກສິ່ງຂອງທີ່ໄດ້ຮັບຈາກການບໍລິຈາກນັບມື້ໝົດໄປ ແລະ ບໍ່ມີສຳນັກຂ່າວໃດສົນໃຈພາດຫົວຂ່າວ. ອ່ານຕໍ່ ...

PRATCH RUJIVANAROM

ລັດອະນຸມັດງົບປະມານພິເສດສຳລັບການຟື້ນຟູຈາກໄພນ້ຳຖ້ວມ

ລັດອະນຸມັດງົບປະມານພິເສດ 500 ຕື້ກີບ (58 ລ້ານໂດລາ) ເພື່ອປົວແປງພື້ນຖານໂຄງລ່າງສາທາລະນະທີ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກໄພນ້ຳຖ້ວມປີກາຍນີ້, ເຊິ່ງໝາຍເຖິງພາລະກິດການຟື້ນຟູຈະສາມາດເລີ່ມລົງມືໃນໄວໆນີ້. ການອະນຸມັດແຜນງົບປະມານດັ່ງກ່າວແມ່ນຢູ່ໃນກອງປະຊຸມປະຈຳປີຂອງຂະແໜງການແຜນການ-ການເງິນ ຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງຈັດຂຶ້ນໃນຕົ້ນອາທິດນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ອັດຕະປືຮຽກຮ້ອງຜູ້ຮັບເໝົາໃຫ້ເລັ່ງມືຈັດສັນທີ່ຢູ່ອາໄສສຳລັບຜູ້ປະສົບໄພ

ອຳນາດການປົກຄອງແຂວງອັດຕະປືຮຽກຮ້ອງຜູ້ຮັບເໝົາໃຫ້ເລັ່ງມື ໃນການກໍ່ສ້າງທີ່ຢູ່ອາໄສຊົ່ວຄາວທີ່ເມືອງສະໜາມໄຊ ໃຫ້ສຳເລັດພາຍໃນເດືອນນີ້.ຕາມແຜນເບື້ອງຕົ້ນ ການກໍ່ສ້າງທີ່ຢູ່ອາໄສຊົ່ວຄາວສຳລັບຜູ້ປະສົບໄພຈາກເຂື່ອນ ເຊປຽນ ເຊນ້ຳນ້ອຍແຕກ ແມ່ນໃຫ້ສຳເລັດພາຍໃນເດືອນພະຈິກ 2018, ແຕ່ການກໍ່ສ້າງຍັງຄົງດຳເນີນມາຈົນເຖິງປະຈຸບັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກເປັນຫ່ວງກ່ຽວກັບສະຫວັດດີການສຳລັບຜູ້ປະສົບໄພນ້ຳຖ້ວມ

ການກໍ່ສ້າງ ແລະ ການສ້ອມແປງທີ່ພັກອາໄສຊົ່ວຄາວ ແລະ ຖາວອນສຳລັບປະຊາຊົນທີ່ໄດ້ສູນເສຍທີ່ຢູ່ອາໄສ ຕ້ອງໄດ້ຮັບການເລັ່ງມື, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວເນັ້ນຕໍ່ອຳນາດການປົກຄອງແຂວງອັດຕະປືໃນວັນຈັນນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TU92p
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!