ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການກຽມພ້ອມຮັບມືຕໍ່ໄພພິບັດ ແລະ ຮັບມືສຸກເສີນ

ລັດຖະບານວາງແຜນຟື້ນຟູຫຼັງໄພພິບັດສຳລັບພື້ນທີ່ທີ່ໄດ້ຮັບຜົນກະທົບ

(ຂປລ) ລັດຖະບານກະກຽມ ແລະ ອະນຸມັດແຜນຟື້ນຟູຫຼັງໄພພິບັດ ເຊິ່ງຈະຈັດຕັ້ງປະຕິບັດໃນ 124 ເມືອງທີ່ໄດ້ຮັບຜົນກະທົບຈາກໄພິບັດ. ການຈັດຕັ້ງປະຕິບັດແຜນໃນບັນດາຕົວເມືອງທີ່ຖືກຜົນກະທົບດັ່ງກ່າວ ຈະນຳໃຊ້ງົບປະມານກວ່າ 3,166 ຕື້ກີບ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດຖະບານບໍ່ເຮັດຕາມສັນຍາໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ

ຜູ້ລອດຊີວິດຈາກໄພພິບັດຈາກໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນເດືອນກໍລະກົດຜ່ານມາ ທີ່ຢູ່ແຂວງຈຳປາສັກ, ປະເທດລາວ ຍັງຄົງຮຽກຮ້ອງເງິນບັນເທົາທຸກຈາກລັດຖະບານທ້ອງຖິ່ນ ແລະ ສູນກາງ ຫຼັງຈາກທີ່ບໍ່ໄດ້ຮັບເງິນເບ້ຍລ້ຽງຕາມທີ່ໄດ້ຮັບສັນຍາມາເປັນເວລາສອງເດືອນ ຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ.ສອງເດືອນກ່ອນ ລັດຖະບານໄດ້ຕົກລົງຈະຈ່າຍເບ້ຍລ້ຽງຈຳນວນ 12 ໂດລາຕໍ່ເດືອນໃຫ້ແກ່ຜູ້ປະສົບໄພຈາກເຂື່ອນແຕກ ເຊິ່ງໄດ້ທຳລາຍສູນເສຍທີ່ຢູ່ອາໄສ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງໃນປະມານ 12 ບ້ານໃນພື້ນທີ່ລຸ່ມນ້ຳແຂວງຈຳປາສັກ ແລະ ອັດຕະປື.ອ່ານຕໍ່ ...

Max Avary

ລັດປະເມີນເງິນຊ່ວຍເຫຼືອທີ່ໄດ້ຮັບຫຼັງຈາກໄພນ້ຳຖ້ວມ

ລັດຖະບານໄດ້ຮັບເງິນບໍລິຈາກກວ່າ 20 ຕື້ກີບ, 93 ລ້ານບາດໄທ ແລະ 14 ລ້ານໂດລາສະຫະລັດຈາກຜູ້ບໍລິຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມພາລະກິດບັນເທົາທຸກ ແລະຟື້ນຟູຫຼັງໄພພິບັດ ສຳລັບໄພນ້ຳຖ້ວມຄັ້ງຮ້າຍແຮງ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານ ແລະ ຄູ່ຮ່ວມພັດທະນາກຽມຫາລືການຟື້ນຟູໄພພິບັດໃນກອງປະຊຸມໂຕະມົນປະຈຳປີ

(ຂປລ) ກອງປະຊຸມໂຕະມົນ, ກອງປະຊຸມໃຫຍ່ເພື່ອຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືດ້ານການພັດທະນາຂອງ ສປປ ລາວ, ຈະຈັດຂຶ້ນທີ່ນະຄອນວຽງຈັນໃນວັນທີ 4-5 ທັນວານີ້.ກອງປະຊຸມໂຕະມົນແມ່ນນຳໂດຍກະຊວງແຜນການ ແລະ ການລົງທຶນ, ທັງລວມເອົາອົງການຈັດຕັ້ງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອລາຍງານຄວາມຄືບໜ້າ ແລະ ຫາລືກ່ຽວກັບວິທີການໃນການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືດ້ານການພັດທະນາຂອງ ສປປ ລາວ.ອ່ານຕໍ່ ...

ຂປລ

ກະຊວງສ້າງຄວາມເຂັ້ມແຂງດ້ານການປະສານງານລະຫວ່າງທີມແພດສຸກເສີນ

ເຈົ້າໜ້າທີ່ຝ່າຍລາວ ພ້ອມດ້ວຍຕາງໜ້າອົງການອະນາໄມໂລກ (WHO) ປະຊຸມກັນທີ່ວຽງຈັນເພື່ອຫາລືວິທີການໃນການປັບປຸງການປະສານງານລະຫວ່າງທີມແພດສຸກເສີນ.ການປັບປຸງການປະສານງານຈຳເປັນຕ້ອງມີການລວມສູນການບໍລິການຂອງທີມແພດດັ່ງກ່າວ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມພ້ອມຮັບມືໃນການປິ່ນປົວຜູ້ໄດ້ຮັບຜົນກະທົບໃນເວລາເກີດໄພພິບັດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເຈົ້າແຂວງກັບຄຳກ່ຽວກັບງົບປະມານຄາດຄະເນສຳລັບການຈັດສັນທີ່ຢູ່ອາໄສສຳລັບພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

ເຈົ້າແຂວງທີ່ປະສົບໄພນ້ຳຖ້ວມຈາກເຂື່ອນແຕກຂອງລາວໃນຊ່ວງປີນີ້ ໄດ້ເປີດເຜີຍການຄາດຄະເນງົບປະມານໂຄງການສຳລັບຜູ້ປະສົບໄພທີ່ສູນເສຍທີ່ຢູ່ອາໄສ, ໂດຍໃຫ້ຕົວເລກທີ່ຂັດແຍ່ງກັບແຫຼ່ງຂໍ້ມູນທາງການທີ່ເຫັນວ່າສູງເກີນຈຳເປັນ ແລະ ຂັດແຍ່ງກັບຕົວເລກທີ່ເປີດເຜີຍໃນການສຳພາດກ່ອນໜ້ານີ້.ອ່ານຕໍ່ ...

ຣິຊາດ ຟິນນີ

ລັດຖະບານຕ້ອງການງົບ 6 ພັນຕື້ກີບສຳລັບຟື້ນຟູຈາກໄພພິບັດ

ລັດຖະບານຄາດຄະເນວ່າຈະຕ້ອງນຳໃຊ້ງົບປະມານ 6 ພັນຕື້ກີບ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມໃນທົ່ວປະເທດສຳລັບປີນີ້, ເຊິ່ງໃນນັ້ນຄວາມຕ້ອງການສູງສຸດແມ່ນຢູ່ໃນຂະແໜງການຂົນສົ່ງ ແລະ ກະສິກຳ.ພາລະກິດການຟຶ້ນຟູດັ່ງກ່າວຈະແບ່ງເປັນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເຊິ່ງແນໃສ່ຂະແໜງການສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ແລະ ບັນຫາທີ່ກ່ຽວເນື່ອງອື່ນໆ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ພົບຊິ້ນສ່ວນຂອງສອງຜູ້ປະສົບໄພທີ່ສູນຫາຍທີ່ແຂວງອັດຕະປື

ໃນວັນພຸດ ແລະ ວັນພະຫັດທີ່ຜ່ານມາ ໄດ້ມີການຄົ້ນພົບຊິ້ນສ່ວນຂອງສອງໃນ 31 ຜູ້ປະສົບໄພທີ່ຍັງສູນຫາຍຈາກເຫດໄພນ້ຳຖ້ວມກະທັນຫັນ ອັນເນື່ອງມາຈາກສັນເຂື່ອນແຕກໃນເດືອນກໍລະກົດທີ່ຜ່ານມາ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ໄພສິທອງ ຈັນດາລາ

ຮອງນາຍົກກ່າວ, ພາລະກິດການຄົ້ນຫາທີ່ສະໜາມໄຊໄດ້ສິ້ນສຸດລົງ, ຂະນະທີ່ 31 ຄົນຍັງຄົງສູນຫາຍ

ຮອງນາຍົກລັດຖະມົນຕີຖະແຫຼງໃນວານນີ້ວ່າ ຍັງມີອີກ 31 ຄົນທີ່ຍັງຄົງບໍ່ພົບຮ່ອງຮອຍ ຕໍ່ກັບພາລະກິດການຄົ້ນຫາຜູ້ປະສົບໄພພິບັດນ້ຳຖ້ວມກະທັນຫັນ ໃນວັນທີ 23 ກໍລະກົດທີ່ຜ່ານມາ ຍ້ອນສັນເຂື່ອນແຕກ ທີີ່ເມືອງສະໜາມໄຊ ແຂວງອັດຕະປື.ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຕັດສິນໃຈຢຸດເຊົາການຄົ້ນຫາຢ່າງເປັນທາງການສຳລັບຜູ້ທີ່ຍັງສູນຫາຍຫຼັງ ພາຍຫຼັງທີ່ພົບວ່າພາລະກິດບໍ່ມີຄວາມຄືບໜ້າ ແລະ ບໍ່ສາມາດຢືນຢັນຜູ້ປະສົບໄພທີ່ສູນຫາຍມາໄດ້ໄລຍະໜຶ່ງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການພັດທະນາການແຈ້ງຂ່າວສານໄພພິບັດ

(ຂປລ) ວັນທີ 13 ຕຸລາຂອງແຕ່ລະປີ ແມ່ນວັນສາກົນເພື່ອການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ວັນຄຸ້ມຄອງໄພພິບັດອາຊຽນ.ໃນ ສປປ ລາວ – ຕໍ່ກັບຜົນກະທົບຈາກພະຍຸເຂດຮ້ອນ ສົນຕິນ ແລະ ເບບິນກາ ແລະ ໄພນ້ຳຖ້ວມໃນທຸກໆແຂວງທົ່ວປະເທດ – ມື້ນີ້ເປັນໂອກາດອັນດີທິ່ຈະສົ່ງເສີມຄວາມຮູ້ໃຫ້ແກ່ມະຫາຊົນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ເພື່ອຮັບປະກັນ ແລະ ສົ່ງເສີມການມີສ່ວນຮ່ວມຂອງໝົດທຸກຄົນ. ຄຳຂັວນໃນປີນີ້ “ການຫຼຸດຜ່ອນການສູນເສຍທາງດ້ານເສດຖະກິດຈາກໄພພິດ” ແມ່ນມີຄວາມໝາຍຄວາມສຳຄັນກວ່າທຸກໆປີ ແລະ ເປັນລາຍການທີ່ສຳຄັນໃນວາລະການຫາລື ສຳລັບ ສປປ ລາວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3PTYt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!