ຮອງນາຍົກກ່າວ, ພາລະກິດການຄົ້ນຫາທີ່ສະໜາມໄຊໄດ້ສິ້ນສຸດລົງ, ຂະນະທີ່ 31 ຄົນຍັງຄົງສູນຫາຍ

ຮອງນາຍົກລັດຖະມົນຕີຖະແຫຼງໃນວານນີ້ວ່າ ຍັງມີອີກ 31 ຄົນທີ່ຍັງຄົງບໍ່ພົບຮ່ອງຮອຍ ຕໍ່ກັບພາລະກິດການຄົ້ນຫາຜູ້ປະສົບໄພພິບັດນ້ຳຖ້ວມກະທັນຫັນ ໃນວັນທີ 23 ກໍລະກົດທີ່ຜ່ານມາ ຍ້ອນສັນເຂື່ອນແຕກ ທີີ່ເມືອງສະໜາມໄຊ ແຂວງອັດຕະປື.

ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຕັດສິນໃຈຢຸດເຊົາການຄົ້ນຫາຢ່າງເປັນທາງການສຳລັບຜູ້ທີ່ຍັງສູນຫາຍຫຼັງ ພາຍຫຼັງທີ່ພົບວ່າພາລະກິດບໍ່ມີຄວາມຄືບໜ້າ ແລະ ບໍ່ສາມາດຢືນຢັນຜູ້ປະສົບໄພທີ່ສູນຫາຍມາໄດ້ໄລຍະໜຶ່ງ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ