ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ (19-30 ກັນຍາ 2021)

ເນື່ອງຈາກຕົວເລກການແຜ່ລະບາດຂອງຜູ້ຕິດເຊື້ອໂຄວິດເພິ່ມຂື້ນຢ່າງໄວວາ, ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງອອກມາດຕະການລອດດາວໃນລະຫວ່າງວັນທີ 19-30 ກັນຍາ 2021. ຊຶ່ງລາຍລະອຽດມີໃຫ້ດາວໂຫຼດເປັນ 2 ພາສາດັ່ງຕໍ່ໄປນີ້: ສະບັບພາສາລາວ >>>  ກົດທີ່ນີ້ English version >>> Click Here  ...

ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center  ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.The Open Development Initiative (ODI) ພາຍໃຕ້  the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ...

ເທສະການດົນຕີວັງວຽງເລື່ອນການຈັດງານອອກໄປຍ້ອນເປັນຫ່ວງຕໍ່ການລະບາດຂອງໂຄວິດ-19

ອຳນາດການປົກຄອງຂອງລາວໄດ້ອອກແຈ້ງການກຳນົດການຈັດງານເທສະການດົນຕີວັງວຽງປີ 2020 ຍ້ອນຄວາມເປັນຫ່ວງຕໍ່ການລະບາດຂອງພະຍາດໂຄວິດ-19. ງານດັ່ງກ່າວຈະຖືກກຳນົດເວລາການຈັດງານຂື້ນອີກຄັ້ງ ເຊັ່ນດຽວກັບກັບງານແລ່ນມາລາທອນສາກົນວຽງຈັນ. ຂໍ້ມູນເພິ່ມເຕີມ  ...

ໄພບູນ ທະນະບົວສີ

ດາວໂຫຼດ: pdf

ແຈ້ງອັບເດດສະຖານະການຫຼ້າສຸດ: ເລກທີ 2 - ພະຍຸໝູນເຂດຮ້ອນໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ, ສປປ ລາວ - 10 ກັນຍາ 2019, ເວລາ 20:30 (UTC+7)

ກ. ໃນວັນທີ 29 ສິງຫາ (ວັນພະຫັດ) ແລະ 2 ກັນຍາ (ວັນຈັນ) 2019, ກົມອຸຕຸນະຍົມວິທະນາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສປປ ລາວ ໄດ້ລາຍງານພື້ນທີ່ສ່ຽງໄພຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ເນື່ອງຈາກການພັດຜ່ານຂອງຄວມກົດດັນອາກາດຕ່ຳ, ພະຍຸໝູນເຂດຮ້ອນ ໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ. ຕໍ່ມາ ໄດ້ມີລາຍງານໄພນ້ຳຖ້ວມຢູ່ຫົກແຂວງຄື: ອັດຕະປື, ຈຳປາສັກ, ຄຳມ່ວນ, ສາລະວັນ, ສະຫວັນນະເຂດ, ແລະ ເຊກອງ.ຂ. ລັດຖະບານ ສົມທົບກັບຄະນະກຳມະການຄຸ້ມຄອງ ແລະ ຄວບຄຸມໄພພິບັດທ້ອງຖິ່ນຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົ່ງທີມຊ່ວຍເຫຼືອສຸກເສີນຈາກກອງທັບ, ຕຳຫຼວດ ...

ASEAN Coordinating Centre for Humanitarian Assistance

ດາວໂຫຼດ: pdf

ອັບເດດສະຖານະການ: ເລກທີ 3 - ພະຍຸໝູນເຂດຮ້ອນໂພດູ (ເຈັັນນີ) ແລະ ພະຍຸດີເພຼັສເຊິນ ກາຈິກິ, ສປປ ລາວ - 08 ກັນຍາ 2019

ອີງຕາມກົມສະຫວັດດີການສັງຄົມ, ທີມງານຮັບມືເຫດສຸກເສີນຈາກກອງທັບ, ຕຳຫຼວດ ແລະ ຂະແໜງສາທາລະນະສຸກ ພ້ອມດ້ວຍລົດບັນທຸກ, ເຮືອ, ລົດ, ຍົນ, ເຄື່ອງມື ແລະ ອຸປະກອນຕ່າງໆ ເດີນທາງລົງພື້ນທີ່ເພື່ອຊ່ວຍເຫຼືອສຸກເສີນ.ການນຳລັດຖະບານໄດ້ລົງຢ້ຽມຢາມພື້ນທີ່ທີ່ໄດ້ຮັບຜົນກະທົບ ເພື່ອສັງເກດການສະພາບຂອງຜູ້ໄດ້ຮັບຜົນກະທົບ, ແລະ ນຳໄປສູ່ການສືບຕໍ່ຮັບມືເຫດສຸກເສີນ. ແລະ ຍັງໃຫ້ກຳລັງໃຈຜູ້ປະສົບໄພ ແລະ ສະໜັບສະໜູນທີມຊ່ວຍເຫຼືອ.ຄະນະກຳມະການຄຸ້ມຄອງ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຍັງຄົງສືບຕໍ່ດຳເນີນການຮັບມືເຫດສຸກເສີນ ແລະ ປະຕິບັດການບັັນເທົາທຸກ.ລັດຖະບານໄດ້ລະດົມອາຫານ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພ.ມາເຖິງປະຈຸບັນ ລະດັບນ້ຳຖ້ວມຍັງຄົງບໍ່ຫຼຸດລົງໃນຫຼາຍພື້ນທີ່. ຍິ່ງໄປກວ່ານັ້ນ ພະຍາກອນອາກາດຍັງຢືນຢັນວ່າ ຝົນຍັງຈະສືບຕໍ່ຕົກໃນພື້ນທີ່ປະສົບໄພ ໃນສອງສາມວັນຕໍ່ໜ້າ.ສູນ AHA ຍັງຄົງຮຽກຮ້ອງການຊ່ວຍເຫຼືອສຳລັບ ສປປ ລາວ ເພື່ອສະໜັບສະໜູນພາລະກິດຮອງຮັບ ແລະ ບັນເທົາທຸກເຫດສຸກເສີນ. ອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງ ສປປ ...

ສູນປະສານງານການຊ່ວຍເຫຼືອເພື່ອມະນຸດສະທຳ ASEAN

ດາວໂຫຼດ: pdf

ເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ

ກົມອຸຕຸນິຍົມເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ ເນື່ອງຈາກຄວາມກົດດັນອາກາດຕ່ຳພັດຜ່ານພື້ນທີ່ພາກເໜືອ ແລະ ພາກກາງຂອງລາວແຕ່ວັນທີ 10-13 ສິງຫາ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນຊອນຕິນຈະກຳໜ່ຳພາກເໜືອ ແລະ ພາກກາງຂອງລາວ

ມີການອອກແຈ້ງເຕືອນສະພາບອາກາດ ສຳລັບຫຼາຍພື້ນທີ່ໃນພາກເໜືອ ແລະ ພາກກາງແຕ່ວັນທີ 18-20 ກໍລະກົດ ຈາກພະຍຸລະດູຮ້ອນຊອນຕິນຈະພັດເຂົ້າລາວຜ່ານຫວຽດນາມ. ອຸຕຸນິຍົມເຕືອນວ່າ ພະຍຸດັ່ງກ່າວມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະເຮັດໃຫ້ເກີດຝົນຟ້າຄະນອງ ແລະ ລົມແຮງ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

J3jVz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!