ອັບເດດສະຖານະການ: ເລກທີ 3 – ພະຍຸໝູນເຂດຮ້ອນໂພດູ (ເຈັັນນີ) ແລະ ພະຍຸດີເພຼັສເຊິນ ກາຈິກິ, ສປປ ລາວ – 08 ກັນຍາ 2019

  • ອີງຕາມກົມສະຫວັດດີການສັງຄົມ, ທີມງານຮັບມືເຫດສຸກເສີນຈາກກອງທັບ, ຕຳຫຼວດ ແລະ ຂະແໜງສາທາລະນະສຸກ ພ້ອມດ້ວຍລົດບັນທຸກ, ເຮືອ, ລົດ, ຍົນ, ເຄື່ອງມື ແລະ ອຸປະກອນຕ່າງໆ ເດີນທາງລົງພື້ນທີ່ເພື່ອຊ່ວຍເຫຼືອສຸກເສີນ.
  • ການນຳລັດຖະບານໄດ້ລົງຢ້ຽມຢາມພື້ນທີ່ທີ່ໄດ້ຮັບຜົນກະທົບ ເພື່ອສັງເກດການສະພາບຂອງຜູ້ໄດ້ຮັບຜົນກະທົບ, ແລະ ນຳໄປສູ່ການສືບຕໍ່ຮັບມືເຫດສຸກເສີນ. ແລະ ຍັງໃຫ້ກຳລັງໃຈຜູ້ປະສົບໄພ ແລະ ສະໜັບສະໜູນທີມຊ່ວຍເຫຼືອ.
  • ຄະນະກຳມະການຄຸ້ມຄອງ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຍັງຄົງສືບຕໍ່ດຳເນີນການຮັບມືເຫດສຸກເສີນ ແລະ ປະຕິບັດການບັັນເທົາທຸກ.
  • ລັດຖະບານໄດ້ລະດົມອາຫານ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພ.
  • ມາເຖິງປະຈຸບັນ ລະດັບນ້ຳຖ້ວມຍັງຄົງບໍ່ຫຼຸດລົງໃນຫຼາຍພື້ນທີ່. ຍິ່ງໄປກວ່ານັ້ນ ພະຍາກອນອາກາດຍັງຢືນຢັນວ່າ ຝົນຍັງຈະສືບຕໍ່ຕົກໃນພື້ນທີ່ປະສົບໄພ ໃນສອງສາມວັນຕໍ່ໜ້າ.
  • ສູນ AHA ຍັງຄົງຮຽກຮ້ອງການຊ່ວຍເຫຼືອສຳລັບ ສປປ ລາວ ເພື່ອສະໜັບສະໜູນພາລະກິດຮອງຮັບ ແລະ ບັນເທົາທຸກເຫດສຸກເສີນ. ອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງ ສປປ ລາວ, ຜ່ານໜ່ວຍງານຈຸດສຸມແຫ່ງຊາດ, ຮຽກຮ້ອງເຄື່ອງຊ່ວຍເຫຼືອບັນເທົາທຸກ ຈາກການປະມວນຂອງລະບົບຄຸ້ມຄອງໄພພິບັດສຸກເສີນຂອງ ອາຊຽນ (DELSA) ດັ່ງນີ້:
    • ເຄື່ອງໃຊ້ສຳລັບຄອບຄົວ 1,000 ຊຸດ
    • ເຄື່ອງໃຊ້ສຸຂະອະນາໄມສ່ວນບຸກຄົນ 3,500 ຊຸດ
    • ເຄື່ອງໃຊ້ໃນເຮືອນຄົວ 1,000 ຊຸດ
    • ມຸ້ງກັນຍຸງ 1,400 ດາງ
    • ຖັງໃສ່ເຄື່ອງ 1,400 ຖັງ (10L)
  • ທີມປະເມີນ ແລະ ຮັບມືສຸກເສີນ (ASEAN-ERAT) ຍັງຄົງສືບຕໍ່ລະດົມເຄື່ອງຊ່ວຍເຫຼືອທີ່ຈຳເປັນ.
  • ສູນປະຕິບັດການສຸກເສີນຂອງ AHA (EOC) ຈັດລະດັບເຕືອນໄພໃນປະຈຸບັນເປັນສີສົ້ມ (ລະດັບກະກຽມຮັບມື).
  • ສູນ AHA ຈະສືບຕໍ່ເຝົ້າຕິດຕາມ ແລະ ລາຍງານສະຖານະການຫຼ້າສຸດເປັນໄລຍະໆ.

ສູນປະສານງານການຊ່ວຍເຫຼືອເພື່ອມະນຸດສະທຳ ASEAN

ດາວໂຫຼດ: pdf