ແຈ້ງອັບເດດສະຖານະການຫຼ້າສຸດ: ເລກທີ 2 – ພະຍຸໝູນເຂດຮ້ອນໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ, ສປປ ລາວ – 10 ກັນຍາ 2019, ເວລາ 20:30 (UTC+7)

ກ. ໃນວັນທີ 29 ສິງຫາ (ວັນພະຫັດ) ແລະ 2 ກັນຍາ (ວັນຈັນ) 2019, ກົມອຸຕຸນະຍົມວິທະນາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສປປ ລາວ ໄດ້ລາຍງານພື້ນທີ່ສ່ຽງໄພຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ເນື່ອງຈາກການພັດຜ່ານຂອງຄວມກົດດັນອາກາດຕ່ຳ, ພະຍຸໝູນເຂດຮ້ອນ ໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ. ຕໍ່ມາ ໄດ້ມີລາຍງານໄພນ້ຳຖ້ວມຢູ່ຫົກແຂວງຄື: ອັດຕະປື, ຈຳປາສັກ, ຄຳມ່ວນ, ສາລະວັນ, ສະຫວັນນະເຂດ, ແລະ ເຊກອງ.

ຂ. ລັດຖະບານ ສົມທົບກັບຄະນະກຳມະການຄຸ້ມຄອງ ແລະ ຄວບຄຸມໄພພິບັດທ້ອງຖິ່ນຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົ່ງທີມຊ່ວຍເຫຼືອສຸກເສີນຈາກກອງທັບ, ຕຳຫຼວດ ແລະ ແພດສາທາລະນະສຸກ, ພ້ອມດ້ວຍລົດບັນທຸກ, ເຮືອ, ລົດ, ຍົນເຮລິຄອບເຕີ, ເຄື່ອງມື ແລະ ອຸປະກອນຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອບັນເທົາທຸກເຊັ່ນ: ເຮືອຢາງກູ້ໄພ 35 ລຳ, ນ້ຳດື່ມ 2,200 ແກັດ, ແລະ ເຕັ້ນທີ່ພັກ 100 ດາງ.

ອ່ານຕໍ່…

ASEAN Coordinating Centre for Humanitarian Assistance

ດາວໂຫຼດ: pdf