Multilateral development assistance
ທະນາຄານໂລກ
ກຸ່ມທະນາຄານໂລກຮັບຮອງເອົາກອບການເປັນຄູ່ຮ່ວມມືຂອງປະເທດໃໝ່ສຳລັບລາວ
ຄະນະກຳມະການບໍລິຫານຂອງກຸ່ມທະນາຄານໂລກໄດ້ປຶກສາຫາລືກ່ຽວກັບຂອບການຮ່ວມມືລະຫວ່າງປະເທດ (CPF) ໄລຍະ 2023-2026 ເພື່ອສະໜັບສະໜູນສປປລາວ ໃນການຮັກສາສະຖຽນລະພາບຂອງເສດຖະກິດ, ແບ່ງປັນຜົນປະໂຫຍດຂອງການເຕີບໂຕຂອງເສດຖະກິດໃຫ້ມີຄວາມສະເໝີພາບຍິ່ງຂື້ນ ແລະ ການພັດທະນາແບບຍືນຍົງ.ໂຄງການ CPF, ເປັນໂຄງການດ້ານການເງິນ ແລະ ການໃຫ້ຄໍາປຶກສາໂຄງການ, ຊຶ່ງສ້າງຂື້ນມາໄດ້ 60 ປີຂອງການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກ, ອີງຕາມການລາຍງານຂອງທະນາຄານໂລກເມື່ອບໍ່ດົນມານີ້.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
ທະນາຄານໂລກເນັ້ນໃຫ້ເຫັນໂອກາດ ແລະ ສິ່ງທ້າທາຍຕ່າງໆຕໍ່ເສດຖະກິດລາວ
ເສດຖະກິດຂອງລາວຄາດວ່າຈະຟື້ນຕົວຢ່າງຕໍ່ເນື່ອງໃນໄລຍະກາງ, ແຕ່ການຂະຫຍາຍຕົວຈະຍັງຕໍ່າກວ່າລະດັບກ່ອນເກີດພະຍາດລະບາດຢູ່ໃນລະດັບ 4,5 ສ່ວນຮ້ອຍໃນປີ 2022. ຄາດວ່າເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບ 3,6 ສ່ວນຮ້ອຍ, ຫຼຸດລົງຈາກການເຕີບໂຕ 4 ສ່ວນຮ້ອຍທີ່ຄາດການໄວ້ໃນເດືອນມີນາ 2021.ຄວາມສ່ຽງຕົ້ນຕໍທີ່ສາມາດຂັດຂວາງການຂະຫຍາຍຕົວຂອງເສດຖະກິດຢູ່ໃນລາວລວມມີການເຕີບໂຕຊ້າລົງຕໍ່ກັບຄູ່ຮ່ວມມື ແລະ ການຊັກຊ້າໃນການເຜີຍແຜ່ໂຄງການສັກຢາກັນພະຍາດຢູ່ໃນພາກພື້ນດ້ວຍມາດຕະການການລະບາດຂອງຊຸມຊົນ ລວມໄປເຖິງບັນຫາສະພາບຄ່ອງຂອງເງິນຕາຕ່າງປະເທດ ທີ່ຍັງມີໜີ້ສິນແຫ່ງຊາດຍັງຄົງສູງຢູ່. ອ່ານເພິ່ມເຕີມ ...
ສົມສັກ ປ້ອງຂາວ
ສປປ ລາວ: ທະນາຄານໂລກອະນຸມັດທຶນເພີ່ມເຕີມ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ
ວໍຊິງຕັນ, 2 ທັນວາ 2019 – ຄະນະບໍລິຫານທະນາຄານໂລກ ໄດ້ມີການອະນຸມັດທຶນເພີ່ມເຕີມມູນຄ່າ $22.5 ລ້ານໂດລາ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ເຊິ່ງເປັນໜຶ່ງໃນພາຫະນະຕົ້ນຕໍຂອງລັດຖະບານ ສປປ ລາວ ໃນການແກ້ໄຂຄວາມທຸກຍາກໃນພື້ນທີ່ຊົນນະບົດ.ທຶນເພີ່ມເຕີມດັ່ງກ່າວ ຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳກ່ຽວກັບການກະສິກຳ ພາຍໃຕ້ຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງລັດຖະບານ ໂດຍສຸມໃສ່ພື້ນຖານໂຄງລ່າງການຜະລິດ ຫຼື ການກະເສດ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ໂພຊະນາການຂອງປະຊາຊົນ, ແລະ ຂະຫຍາຍການເຂົ້າເຖິງກອງທຶນແນວປູກ ສຳລັບກຸ່ມທີ່ຕ້ອງການພັດທະນາຕົນເອງ.ອ່ານຕໍ່ ...
World Bank
ທະນາຄານໂລກຈະໃຫ້ທຶນກູ້ຢືມສຳລັບການປະຕິຮູບການຂະຫຍາຍຕົວສີຂຽວຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ຕົກລົງປ່ອຍສິນເຊື່ອຈຳນວນ US$40 ລ້ານໂດລາໃຫ້ແກ່ລັດຖະບານລາວ ເພື່ອສົ່ງເສີມການປະຕິຮູບການຂະຫຍາຍຕົວສີຂຽວ.ສະຖາບັນການເງິນໂລກດັ່ງກ່າວໄດ້ຖະແຫຼງໃນອາທິດນີ້ວ່າ ຄະນະບໍລິຫານໄດ້ທຳການອະນຸມັດຂໍ້ຕົກລົງເງິນກູ້ດັ່ງກ່າວໃນວັນທີ 28 ພຶດສະພານີ້. ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍງານກ່ຽວກັບກຳນົດການໃນການລົງນາມໃນຂ້ຕົກລົງເງິນກູ້ດັ່ງກ່າວຂອງລັດຖະບານລາວ ຮ່ວມກັບທາງທະນາຄານ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/world-bank-finance-lao-green-growth-reform-97551
ທະນາຄານໂລກອະນຸມັດທຶນກູ້ຢືມສຳລັບການຄຸ້ມຄອງການເງິນພາກລັດໃນລາວ
ໂຄງການທີ່ມີຊື່ວ່າ ການເສີມຂະຫຍາຍການຄຸ້ມຄອງການເງິນພາກລັດໂດຍນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ (E-FITS) ຈະດຳເນີນການໃນລາວ ເພື່ອປັບປຸງການລາຍງານດ້ານການເງິນ ແລະ ສ້າງຄວາມສາມາດດ້ານການຄຸ້ມຄອງ ສຳລັບການເກັບກຳລາຍຮັບ, ຂະບວນການດຳເນີນງານຂອງລັດ ແລະ ການຄຸ້ມຄອງງົບປະມານ.ລາວຍັງຈະໄດ້ຮັບປະໂຫຍດຈາກໂຄງການປະຕິຮູບການບໍລິຫານການເງິນພາກລັດ ພາຍໃຕ້ການສະໜັບສະໜູນຈາກສະຫະພາບຢູໂຣບ ໂດຍຜ່ານທະນາຄານໂລກ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ທະນາຄານໂລກຢືນຢັນການສະໜັບສະໜູນການລິເລີ່ມການການຂະຫຍາຍຕົວສີຂຽວຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກຢືນຢັນພັນທະໃນການສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດການລິເລີ່ມການຂະຫຍາຍຕົວສີຂຽວ ຕາມເຈົ້າໜ້າທີ່ການນຳຂອງທະນາຄານ.“ວິໄສທັດການຂະຫຍາຍຕົວສີຂຽວຂອງລັດຖະບານລາວ ຈະເປັນກຸນແຈເພື່ອຮັບປະກັນວ່າ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຢູ່ບົນພື້ນຖານທີ່ກວ້າງຂວາງ ແລະ ບໍ່ແມ່ນມາຈາກການນຳໃຊ່້ຊັບພະຍາກອນທຳມະຊາດຂອງປະເທດ,” ທ່ານນາງ ວິກຕໍເຣຍ ວັກວາ ຮອງປະທານທະນາຄານໂລກສຳລັບພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກກ່າວ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງທະນາຄານໂລກ.ອ່ານຕໍ່ ...
ເອກະພອນ ພູທອນສີ
ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ
ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...
The Laotian Times
ຄະນະອຳນວຍການທະນາຄານໂລກອະນຸມັດການຊ່ວຍເຫຼືອດ້ານໂພຊະນາການ ແລະ ການບໍລິຫານງົບປະມານພາກລັດໃນ ສປປ ລາວ
ວໍຊິງຕັນ, 14 ມີນາ 2019 – ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍເຫຼືອງວດໃໝ່ຈຳນວນ US$72 ລ້ານໂດລາ ໃນສາມໂຄງການ ເຊິ່ງໄດ້ຜ່ານການອະນຸມັດໃນມື້ນີ້ຈາກຄະນະອຳນວຍການບໍລິຫານຂອງທະນາຄານໂລກ, ເຊິ່ງຈະສຸມໃສ່ການຫຼຸດຜ່ອນການຂາດສານອາຫານ ແລະ ການປັບປຸງທາງດ້ານງົບປະມານ ແລະ ການໃຫ້ການບໍລິການຂອງພາກລັດ.ອ່ານຕໍ່ ...
ທີມງານທະນາຄານໂລກ
ລັດຖະບານ, ADB ແລະ WB ທົບທວນການຈັດຕັ້ງປະຕິບັດໂຄງການໃນລາວ
ລັດຖະບານ, ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ຮ່ວມກັບເປີດສາການຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃຕ້ທຶນການຊ່ວຍເຫຼືອຂອງ ADB ແລະ WB ໃນລາວ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ທະນາຄານໂລກສະໜັບສະໜູນການສົ່ງເສີມການຂະຫຍາຍທຸລະກິດແບບຍືນຍົງ
ທະນາຄານໂລກໄດ້ອະນຸມັດທຶນຈຳນວນ 13 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການປະຕິຮູບສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ແລະ ເພື່ອຫຼຸດຜ່ອນຈຳນວນວັນທີ່ໃຊ້ໃນການຈົດທະບຽນທຸລະກິດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌