ສປປ ລາວ: ທະນາຄານໂລກອະນຸມັດທຶນເພີ່ມເຕີມ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ

ວໍຊິງຕັນ, 2 ທັນວາ 2019 – ຄະນະບໍລິຫານທະນາຄານໂລກ ໄດ້ມີການອະນຸມັດທຶນເພີ່ມເຕີມມູນຄ່າ $22.5 ລ້ານໂດລາ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ເຊິ່ງເປັນໜຶ່ງໃນພາຫະນະຕົ້ນຕໍຂອງລັດຖະບານ ສປປ ລາວ ໃນການແກ້ໄຂຄວາມທຸກຍາກໃນພື້ນທີ່ຊົນນະບົດ.

ທຶນເພີ່ມເຕີມດັ່ງກ່າວ ຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳກ່ຽວກັບການກະສິກຳ ພາຍໃຕ້ຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງລັດຖະບານ ໂດຍສຸມໃສ່ພື້ນຖານໂຄງລ່າງການຜະລິດ ຫຼື ການກະເສດ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ໂພຊະນາການຂອງປະຊາຊົນ, ແລະ ຂະຫຍາຍການເຂົ້າເຖິງກອງທຶນແນວປູກ ສຳລັບກຸ່ມທີ່ຕ້ອງການພັດທະນາຕົນເອງ.

ອ່ານຕໍ່…

World Bank