Multilateral development assistance

ທະນາຄານໂລກ

ກຸ່ມທະນາຄານໂລກຮັບຮອງເອົາກອບການເປັນຄູ່ຮ່ວມມືຂອງປະເທດໃໝ່ສຳລັບລາວ

ຄະນະ​ກຳມະການ​ບໍລິຫານ​ຂອງ​ກຸ່ມ​ທະນາຄານ​ໂລກ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຂອບ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ (CPF) ​ໄລຍະ 2023-2026 ​ເພື່ອ​ສະໜັບສະໜູນສປປ​ລາວ ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດຂອງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດໃຫ້ມີຄວາມສະ​ເໝີ​ພາບຍິ່ງຂື້ນ ​ແລະ ​ການ​ພັດທະນາ​ແບບ​ຍືນ​ຍົງ.ໂຄງການ CPF, ເປັນໂຄງການດ້ານການເງິນ ແລະ ການໃຫ້ຄໍາປຶກສາໂຄງການ, ຊຶ່ງສ້າງຂື້ນມາໄດ້ 60 ປີຂອງການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກ, ອີງຕາມການລາຍງານຂອງທະນາຄານໂລກເມື່ອບໍ່ດົນມານີ້.ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ທະນາຄານໂລກເນັ້ນໃຫ້ເຫັນໂອກາດ ແລະ ສິ່ງທ້າທາຍຕ່າງໆຕໍ່ເສດຖະກິດລາວ

ເສດຖະກິດຂອງລາວຄາດວ່າຈະຟື້ນຕົວຢ່າງຕໍ່ເນື່ອງໃນໄລຍະກາງ, ແຕ່ການຂະຫຍາຍຕົວຈະຍັງຕໍ່າກວ່າລະດັບກ່ອນເກີດພະຍາດລະບາດຢູ່ໃນລະດັບ 4,5 ສ່ວນຮ້ອຍໃນປີ 2022. ຄາດວ່າເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບ 3,6 ສ່ວນຮ້ອຍ, ຫຼຸດລົງຈາກການເຕີບໂຕ 4 ສ່ວນຮ້ອຍທີ່ຄາດການໄວ້ໃນເດືອນມີນາ 2021.ຄວາມສ່ຽງຕົ້ນຕໍທີ່ສາມາດຂັດຂວາງການຂະຫຍາຍຕົວຂອງເສດຖະກິດຢູ່ໃນລາວລວມມີການເຕີບໂຕຊ້າລົງຕໍ່ກັບຄູ່ຮ່ວມມື ແລະ ການຊັກຊ້າໃນການເຜີຍແຜ່ໂຄງການສັກຢາກັນພະຍາດຢູ່ໃນພາກພື້ນດ້ວຍມາດຕະການການລະບາດຂອງຊຸມຊົນ ລວມໄປເຖິງບັນຫາສະພາບຄ່ອງຂອງເງິນຕາຕ່າງປະເທດ ທີ່ຍັງມີໜີ້ສິນແຫ່ງຊາດຍັງຄົງສູງຢູ່. ອ່ານເພິ່ມເຕີມ   ...

ສົມສັກ ປ້ອງຂາວ

ສປປ ລາວ: ທະນາຄານໂລກອະນຸມັດທຶນເພີ່ມເຕີມ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ

ວໍຊິງຕັນ, 2 ທັນວາ 2019 – ຄະນະບໍລິຫານທະນາຄານໂລກ ໄດ້ມີການອະນຸມັດທຶນເພີ່ມເຕີມມູນຄ່າ $22.5 ລ້ານໂດລາ ສຳລັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ເຊິ່ງເປັນໜຶ່ງໃນພາຫະນະຕົ້ນຕໍຂອງລັດຖະບານ ສປປ ລາວ ໃນການແກ້ໄຂຄວາມທຸກຍາກໃນພື້ນທີ່ຊົນນະບົດ.ທຶນເພີ່ມເຕີມດັ່ງກ່າວ ຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳກ່ຽວກັບການກະສິກຳ ພາຍໃຕ້ຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງລັດຖະບານ ໂດຍສຸມໃສ່ພື້ນຖານໂຄງລ່າງການຜະລິດ ຫຼື ການກະເສດ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ໂພຊະນາການຂອງປະຊາຊົນ, ແລະ ຂະຫຍາຍການເຂົ້າເຖິງກອງທຶນແນວປູກ ສຳລັບກຸ່ມທີ່ຕ້ອງການພັດທະນາຕົນເອງ.ອ່ານຕໍ່ ...

World Bank

ທະນາຄານໂລກຈະໃຫ້ທຶນກູ້ຢືມສຳລັບການປະຕິຮູບການຂະຫຍາຍຕົວສີຂຽວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ຕົກລົງປ່ອຍສິນເຊື່ອຈຳນວນ US$40 ລ້ານໂດລາໃຫ້ແກ່ລັດຖະບານລາວ ເພື່ອສົ່ງເສີມການປະຕິຮູບການຂະຫຍາຍຕົວສີຂຽວ.ສະຖາບັນການເງິນໂລກດັ່ງກ່າວໄດ້ຖະແຫຼງໃນອາທິດນີ້ວ່າ ຄະນະບໍລິຫານໄດ້ທຳການອະນຸມັດຂໍ້ຕົກລົງເງິນກູ້ດັ່ງກ່າວໃນວັນທີ 28 ພຶດສະພານີ້. ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍງານກ່ຽວກັບກຳນົດການໃນການລົງນາມໃນຂ້ຕົກລົງເງິນກູ້ດັ່ງກ່າວຂອງລັດຖະບານລາວ ຮ່ວມກັບທາງທະນາຄານ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/world-bank-finance-lao-green-growth-reform-97551

ທະນາຄານໂລກອະນຸມັດທຶນກູ້ຢືມສຳລັບການຄຸ້ມຄອງການເງິນພາກລັດໃນລາວ

ໂຄງການທີ່ມີຊື່ວ່າ ການເສີມຂະຫຍາຍການຄຸ້ມຄອງການເງິນພາກລັດໂດຍນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ (E-FITS) ຈະດຳເນີນການໃນລາວ ເພື່ອປັບປຸງການລາຍງານດ້ານການເງິນ ແລະ ສ້າງຄວາມສາມາດດ້ານການຄຸ້ມຄອງ ສຳລັບການເກັບກຳລາຍຮັບ, ຂະບວນການດຳເນີນງານຂອງລັດ ແລະ ການຄຸ້ມຄອງງົບປະມານ.ລາວຍັງຈະໄດ້ຮັບປະໂຫຍດຈາກໂຄງການປະຕິຮູບການບໍລິຫານການເງິນພາກລັດ ພາຍໃຕ້ການສະໜັບສະໜູນຈາກສະຫະພາບຢູໂຣບ ໂດຍຜ່ານທະນາຄານໂລກ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ທະນາຄານໂລກຢືນຢັນການສະໜັບສະໜູນການລິເລີ່ມການການຂະຫຍາຍຕົວສີຂຽວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກຢືນຢັນພັນທະໃນການສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດການລິເລີ່ມການຂະຫຍາຍຕົວສີຂຽວ ຕາມເຈົ້າໜ້າທີ່ການນຳຂອງທະນາຄານ.“ວິໄສທັດການຂະຫຍາຍຕົວສີຂຽວຂອງລັດຖະບານລາວ ຈະເປັນກຸນແຈເພື່ອຮັບປະກັນວ່າ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຢູ່ບົນພື້ນຖານທີ່ກວ້າງຂວາງ ແລະ ບໍ່ແມ່ນມາຈາກການນຳໃຊ່້ຊັບພະຍາກອນທຳມະຊາດຂອງປະເທດ,” ທ່ານນາງ ວິກຕໍເຣຍ ວັກວາ ຮອງປະທານທະນາຄານໂລກສຳລັບພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກກ່າວ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງທະນາຄານໂລກ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ

ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...

The Laotian Times

ຄະນະອຳນວຍການທະນາຄານໂລກອະນຸມັດການຊ່ວຍເຫຼືອດ້ານໂພຊະນາການ ແລະ ການບໍລິຫານງົບປະມານພາກລັດໃນ ສປປ ລາວ

ວໍຊິງຕັນ, 14 ມີນາ 2019 – ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍເຫຼືອງວດໃໝ່ຈຳນວນ US$72 ລ້ານໂດລາ ໃນສາມໂຄງການ ເຊິ່ງໄດ້ຜ່ານການອະນຸມັດໃນມື້ນີ້ຈາກຄະນະອຳນວຍການບໍລິຫານຂອງທະນາຄານໂລກ, ເຊິ່ງຈະສຸມໃສ່ການຫຼຸດຜ່ອນການຂາດສານອາຫານ ແລະ ການປັບປຸງທາງດ້ານງົບປະມານ ແລະ ການໃຫ້ການບໍລິການຂອງພາກລັດ.ອ່ານຕໍ່ ...

ທີມງານທະນາຄານໂລກ

ລັດຖະບານ, ADB ແລະ WB ທົບທວນການຈັດຕັ້ງປະຕິບັດໂຄງການໃນລາວ

ລັດຖະບານ, ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ຮ່ວມກັບເປີດສາການຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃຕ້ທຶນການຊ່ວຍເຫຼືອຂອງ ADB  ແລະ WB ໃນລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ທະນາຄານໂລກສະໜັບສະໜູນການສົ່ງເສີມການຂະຫຍາຍທຸລະກິດແບບຍືນຍົງ

ທະນາຄານໂລກໄດ້ອະນຸມັດທຶນຈຳນວນ 13 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການປະຕິຮູບສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ແລະ ເພື່ອຫຼຸດຜ່ອນຈຳນວນວັນທີ່ໃຊ້ໃນການຈົດທະບຽນທຸລະກິດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pyegu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!