ຜູ້ຜະລິດຖົງໄມ້ໄຜ່ໝາຍຂະຫຍາຍຕະຫຼາດ

ຍີ້ຫໍ້ ໄຜ່ເອັກສ໌ຄູສີບ ເຊິ່ງເປັນຜະລິດຕະພັນຫັດຖະກຳເຮັດດ້ວຍໄມ້ໄຜ່ແບບພື້ນບ້ານເຊັ່ນ ຖົງ ກຳລັງເປັນທີ່ນິຍົມໃນບັນດາຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ, ຫວັງຂະຫຍາຍຕະຫຼາດໄປຕ່າງປະເທດ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ຊາວນາແຂວງໄຊຍະບູລີເຮັດສົງຄາມຕ້ານການລະບາດຂອງແມງໄມ້

ອຳນາດການປົກຄອງແຂວງໄຊຍະບູລີສຸມຄວາມພະຍາຍາມຕ້ານການລະບາດຂອງເພ້ຍຫຼັງຂາວທີ່ເມືອງຊຽງຮ່ອນ ເມືອງເງິນ ແລະ ເມືອງຫົງສາຫຼັງຈາກທີ່ສັດຕູພືດດັ່ງກ່າວທຳລາຍໄຮ່ເຂົ້າຂອງຊາວບ້ານ. ແມງໄມ້ດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ນາກວ່າ 2000 ເຮັກຕາ ສ້າງຄວາມສູນເສຍເປັນມູນຄ່າລວມຫຼາຍຕື້ກີບ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເອດີບີສົ່ງເສີມທຸລະກິດດ້ານການກະສິກຳແບບທັນສະພາບໃນລາວ

ທະນາຄານພັດທະນາອາຊີ (ເອດີບີ) ໄດ້ອະນຸມັດກ້ອນທຶນຊ່ວຍເຫຼືອ ເພື່ອສົ່ງເສີມຊາວກະສິກອນ ແລະ ທຸລະກິດກະສິກຳໃນລາວ ໃນການສ້າງຕ້ອງໂສ້ແຫ່ງຄຸນຄ່າດ້ານກະສິກຳແບບທັນຕໍ່ສະພາບອາກາດ ແລະ ຍືນຍົງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ທຶນສະໜັບສະໜູນການພັດທະນາກະສິກຳ

ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

EU, AFD ສະໜັບສະໜູນການປັບປຸງດ້ານໂພຊະນາການໃນແຂວງພາກເໜືອ

ສະຫະພາບຢູໂຣບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຄາດຄະເນງົບຊ່ວຍເຫຼືອກວ່າ 5.7 ຕື້ຢູໂຣ ແຕ່ປີ 2018-2022 ສຳລັບໂຄງການສົ່ງເສີມກະສິກຳທີ່ຜົນຕໍ່ໂພຊະນາການ ໃນພາກເໜືອຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນາຟຣີ ສົ່ງເສີມການເລືອກແນວເຂົ້າປູກໃນແຂວງພາກເໜືອ

ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ສົ່ງເສີມຊາວກະສິກອນ ແລະ ອຳນາດການປົກຄອງທ້ອງຖິ່ນໃນການເລືອກປູກແນວພັນເຂົ້າໄກ່ນ້ອຍ ເພື່ອປັບປຸງຜົນຜະລິດ ແລະ ສະມັດຖະພາບການຜະລິດ.ອ່ານຕໍ່ ...

ວຽງຈັນທາມສ໌

ເກົາຫຼີໝາຍຕາໂຄງການໄຮ່ສະຕຣໍເບີຣີຢູຊຽງຂວາງ

ວັນທີ 3 ກໍລະກົດ ທ່ານ ດຣ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳເກົາຫຼີໄຕ້ ແລະ ຄະນະໄດ້ພົບປະກັບທ່ານ ບຸນທອນ ຈັນທະພອນ ວ່າການຫົວໜ້າພັກແຂວງຊຽງຂວາງ ເພື່ອຫາລືຄວາມເປັນໄປໄດ້ໃນການສ້າງໄຮ່ສະຕຣໍເບີຣີຢູແຂວງຊຽງຂວາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ກວດພົບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ຢູ່ຕະຫຼາດສະຫວັນໄຊ ນະຄອນໄກສອນພົມວິຫານ

ພະແນກການຕ່າງໆທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ນະຄອນໄກສອນ ພົມວິຫານ ໄດ້ສົມທົບກັນລົງເຄື່ອນໄຫວເກັບກຳ ແລະກວດສອບສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ສົດ ທີ່ຈຳໜ່າຍຢູ່ຕະຫລາດສະຫວັນໄຊ ເທສະບານແຂວງ ໃນວັນທີ 26 ມິຖຸນາ 2018 ໃນຂະນະທີ່ປະຊາຊົນຈຳນວນຫລວງຫລາຍ ທັງຜູ້ຊື້ ແລະຜູ້ຂາຍຕ່າງກໍ່ໃຫ້ຄວາມສົນໃຈຕິດຕາມຢ່າງຈົດຈໍ່.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຄົນລາວຍັງຕ້ອງຊື້ເຂົ້າແພງ

ຄົນລາວຍັງຕ້ອງຊື້ເຂົ້າໃນລາຄາສູງໃນພາກພື້ນ ທັງໆທີ່ປະເທດລາວເປັນຜູ້ຜະລິດເຂົ້າລາຍໃຫຍ່, ຕາມບົດລາຍງານການຕິດຕາມດ້ານເສດຖະກິດໃນລາວຂອງທະນາຄານໂລກ. ເຂົ້າແມ່ນສິນຄ້າກະສິກຳທີ່ໃຫຍ່ທີ່ສຸດຂອງລາວ. ການປູກເຂົ້າກວມເອົາ 75% ຂອງພື້ນທີ່ດິນປູກຝັງຂອງປະເທດ ແລະ 90% ຂອງການຜະລິດແມ່ນປູກເຂົ້າໜຽວ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ

ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pYz3c
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!