News
ການເປີດຕົວໂຄງການພັດທະນາໃໝ່ເຂດເສດຖະກິດພິເສດສີພັນດອນ
ແຜນການຂອງໂຄງການດັ່ງກ່າວໄດ້ສຳເລັດໃນວັນທີ 25 ກໍລະກົດນີ້ ພາຍຫຼັງການປຶກສາຫາລືເປັນເວລາ 45 ວັນຂອງລັດຖະບານ ແລະ ຜູ້ຮັບເໝົາ. ໂຮງແຮມ Mekong Intercontinental ເປັນໜຶ່ງໃນໂຄງການ ຄາດວ່າຈະເປັນໂຮງແຮມທີ່ສູງທີ່ສຸດໃນປະເທດລາວ. ໂຄງການອື່ນໆກ່ຽວກັບການກໍ່ສ້າງສາງສິນຄ້າຂະໜາດໃຫຍ່. ການກໍ່ສ້າງສາງເກັບມ້ຽນແຫ່ງໃໝ່ໃນເນື້ອທີ່ 120,000 ຕາແມັດ ໄດ້ເລີ່ມຂຶ້ນໃນມື້ດຽວກັນກັບການກໍ່ສ້າງຂອງໂຮງແຮມ. ຄາດວ່າສາງດັ່ງກ່າວຈະປັບປຸງລະບົບຂົນສົ່ງສິນຄ້າລະຫວ່າງໄທ, ກຳປູເຈຍ, ຈີນ ແລະ ລາວ. ໂຄງການກໍ່ສ້າງເຂດເສດຖະກິດພິເສດສີທັນດອນໄລຍະທຳອິດໄດ້ເລີ່ມແຕ່ປີ 2018 ແລະ ຄາດວ່າຈະສຳເລັດໃນປີ 2025. ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ໂສມໜ້າທຳອິດຂອງໂຄງການພັດທະນາເຂດເສດຖະກິດພິເສດກຳລັງເລີ່ມຕົ້ນຂື້ນ
ອີງຕາມການລາຍງານຂອງຂ່າວສານເສດຖະກິດ – ສັງຄົມ, ໄລຍະທຳອິດຂອງການກໍ່ສ້າງໂຄງການເຂດເສດຖະກິດພິເສດ ສີພັນດອນ ໄດ້ເລີ່ມຕົ້ນໃນປີ 2018 ແລະມີກຳນົດສຳເລັດໃນປີ 2025. ຮອງປະທານບໍລິສັດ ສີພັນດອນ ຮ່ວມພັດທະນາຈຳກັດ, ທ່ານ ລາຕີ ສີສຸພັນທອງ ກ່າວວ່າເຂດເສດຖະກິດພິເສດສີພັນດອນ ໄດ້ສຳເລັດການປຸກສ້າງເຮືອນວິນລາແລ້ວ 21 ຫຼັງ ເຊິ່ງເປັນສ່ວນໜຶ່ງ ຂອງສະຖານທີ່ພັກຜ່ອນ, ອາຄານໂຮງແຮມຫລັງໃໝ່, ສູນບໍລິການຫລັງການຂາຍ ພ້ອມທັງເຮືອນເລກ 43 ກິໂລແມັດແຄມທາງຄອນກີດອ້ອມດອນໂຂງ.ອ່ານເພິ່່ມເຕີມທີ່ ...
ໄພບູນ ທະນາບົວສີ
ບັນຫາການຈ່າຍຄ່າຊົດເຊີຍກຳນົດຄວາມຄືບໜ້າຂອງໂຄງການເຂດເສດຖະກິດພິເສດມະຫານະທີສີທັນດອນ
ເຂດເສດຖະກິດພິເສດໃໝ່ຢູ່ແຂວງຈຳປາສັກ ທີ່ເອີ້ນກັນວ່າ ມະຫານະທີສີພັນດອນຈະບໍ່ສາມາດດຳເນີນໄດ້ຖ້າບໍ່ສຳເລັດການຈ່າຍຄ່າຊົດເຊີຍສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ ຕາມການລາຍງານຂອງການນຳອຳນາດການປົກຄອງເຂດເສດຖະກິດພິເສດແຂວງ. ລັດຖະບານໄດ້ເຊັນສັນຍາສຳປະທານກັບບໍລິສັດຮັບເໝົາຈີນ (ບໍລິສັດການລົງທຶນມະຫານະທີສີທັນດອນ (ຮອງກົງ)ລາວ ຈຳກັດ) ຮ່ວມກັບບໍລິສັດແອວທີວີກໍ່ສ້າງຂົວທາງຈຳກັດ ສຳລັບໂຄງການກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...
ສົມສັກ ພົງຂາວ
