News
ເປີດໂຕໂຄງການປູກພືດທົດແທນການປູກຝິ່ນ
ພິມີເປີດໂຄງການລາວ-ຈີນທີ່ຈະຊຸກຍູ້ໃຫ້ປະຊາຊົນຢູ່ແຂວງຜົ້ງສາລີ ປູກພືດກະສິກໍາແທນການປູກຝິ່ນ, ດ້ວຍມູນຄ່າການລົງທຶນປະມານ 161 ລ້ານຢວນ. ຂໍ້ຕົກລົງກ່ຽວກັບໂຄງການດັ່ງກ່າວໄດ້ລົງນາມກັນໃນອາທິດແລ້ວນີ້ຢູ່ທີ່ບ້ານແສວໃຈ, ເມືອງຍອດອູ, ລະຫວ່າງແຂວງຫົວພັນ ແລະ ບໍລິສັດຈີນ. ໂຄງການດັ່ງກ່າວຈະດໍາເນີນໄປເປັນເວລາ 30 ປີນັບແຕ່ມື້ລົງນາມ, ໂດຍບໍລິສັດຈີນຈະເຮັດວຽກຮ່ວມກັບປະຊາຊົນທ້ອງຖິ່ນໃນການປູກພືດ.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ເຈົ້າໜ້າທີ່ກວດລ້າງໄຮ່ຢາຝິ່ນທີ່ຫຼວງນ້ຳທາ ແລະ ຊຽງຂວາງ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ໄດ້ບຸກທຳລາຍໄຮ່ຢາຝິ່ນ 17 ເຮັກຕາໃນແປດບ້ານຂອງເມືອງລອງ ແຂວງພາກເໜືອຂອງລາວ.ທ່ານພັນຕີ ສິນນະກອນ ຂຸນວົງພົມ ຮອງຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ໃນວັນສຸກແລ້ວນີ້ວ່າ ເຈົ້າໜ້າທີ່ຕຳຫຼວດເມືອງ ສົມທົບກັບພະແນກກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໄດ້ລົງກວດລ້າງໄຮ່ຝິ່ນຈຳນວນ 17 ເຮັກຕາ ໃນບ້ານແມ່ຂອງ, ສາມສົບ, ຈາຄຳລີ, ພັນງົວ, ໄອແສງ, ສົບປັນເກົາ, ຈາຄຳຕັນ ແລະ ສົບປັນໃໝ່.ອ່ານຕໍ່ ...
ພົມພົງ ເຫຼົາອິນ