News
ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ "ຜິດປະຕູ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.
ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.ອ່ານເພິ່ມເຕີມ ...
ສຳນັກຂ່າວສານປະເທດລາວ
ແມ່ຍິງ ແລະ ເດັກຍິງລາວ 53 ຄົນຖືກກັກຕົວຈາກການເຂົ້າກວດສອບບາຮ້ອງເພງຢູ່ພາກໃຕ້ຂອງໄທ
ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານເຂົ້າປິດລ້ອມ ແລະ ກັກຕົວຄົນລາວ 53 ຄົນ-ເປັນຍິງ 50 ຄົນ ແລະ ເດັກຍິງ 3 ຄົນ ເຊິ່ງຖືກຕັ້ງຂໍ້ຫາວ່າຄ້າປະເວນີ ໃນການບຸກກວດສອບບາຮ້ອງເພງທີ່ຈັງຫວັດນາລາທິວາດ ທາງພາກໃຕ້ຂອງປະເທດໄທ, ຕາມການລາຍງານຂອງເຈົ້າໜ້າທີ່ກ່ຽວຂ້ອງໃນວັນສຸກຜ່ານມານີ້.ອ່ານຕໍ່ ...
BenarNews