News
ຊາວປະມົງລາວກັບສູ່ປະເທດມາເລເຊຍຖ່າມກາງຄວາມສ່ຽງຕ່າງໆ
ຊາວລາວຫລາຍພັນຄົນ ໄດ້ອອກຈາກບ້ານເກີດເມືອງນອນ ເພື່ອໄປເຮັດວຽກ ໃນອຸດສາຫະກຳການປະມົງທີ່ປະເທດມາເລເຊຍ ຊຶ່ງເປັນບ່ອນທີ່ພວກເຂົາເຈົ້າ ມີຄວາມສ່ຽງຕໍ່ການຖືກຂົ່ມເຫັງຈາກນາຍຈ້າງ ເນື່ອງຈາກສະຖານະພາບການເປັນຢູ່ທີ່ຜິດກົດໝາຍ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ຄາດຄະເນວ່າ ຫວ່າງມໍ່ໆມານີ້ ມີຊາວລາວປະມານ 2,000 ຄົນ ໄດ້ເດີນທາງໄປປະເທດມາເລເຊຍ ແບບຜິດກົດໝາຍ ເພື່ອຫາປາ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດນັ້ນ, ແຮງງານລາວ 700 ຄົນໄດ້ກັບມາຈາກປະເທດຈາກປະເທດມາເລເຊຍ, ແຕ່ສ່ວນໃຫຍ່ໄດ້ກັບຄືນປະເທດ ເນື່ອງຈາກສະພາບເສດຖະກິດໃນປະເທດຂອງເຂົາເຈົ້າຊຸດໂຊມລົງຍ້ອນອັດຕາເງິນເຟີ້ສູງ.ອ່ານເພິ່ມເຕີມ ...
ສຸພັດຕາ
ອົງການອາຫານໂລກສະໜັບສະໜູນເງິນ 1 ລ້ານໂດລາສະຫະລັດເພື່ອລ້ຽງອາຫານຊາວຜູ້ອົບພະຍົບທີ່ກັບມາ
ອົງການອາຫານໂລກ (WFP) ໄດ້ມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ໃນການສະໜອງອາຫານໃຫ້ແກ່ຜູ້ອົບພະຍົບທີ່ກັບຄືນມາ ແລະ ຈັດສັນທີ່ພັກຊົ່ວຄາວຢູ່ສູນກັກກັນໃນແຂວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ, ຈຳປາສັກ ແລະແຂວງໄຊຍະບູລີ. ພວກເຮົາເຫຼົ່ານັ້ນ ຈະໄດ້ຮັບອາຫານທີ່ມີທາດບຳລຸງ 3 ຄາບຕໍ່ມື້ ເຊິ່ງຊ່ວຍປ້ອງກັນພະຍາດ ແລະ ຮັກສາສຸຂະພາບຂອງເຂົາເຈົ້າ, ພ້ອມດຽວກັນນັ້ນກໍ່ຍັງຊ່ວຍຫຼຸດຜ່ອນພາລະດ້ານການເງິນໃນການຍ້າຍຖິ່ນຖານຂອງເຂົາເຈົ້າ ແລະ ຄອບຄົວ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ