ຊາວປະມົງລາວກັບສູ່ປະເທດມາເລເຊຍຖ່າມກາງຄວາມສ່ຽງຕ່າງໆ

ຊາວລາວຫລາຍພັນຄົນ ໄດ້ອອກຈາກບ້ານເກີດເມືອງນອນ ເພື່ອໄປເຮັດວຽກ ໃນອຸດສາຫະກຳການປະມົງທີ່ປະເທດມາເລເຊຍ ຊຶ່ງເປັນບ່ອນທີ່ພວກເຂົາເຈົ້າ ມີຄວາມສ່ຽງຕໍ່ການຖືກຂົ່ມເຫັງຈາກນາຍຈ້າງ ເນື່ອງຈາກສະຖານະພາບການເປັນຢູ່ທີ່ຜິດກົດໝາຍ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ຄາດຄະເນວ່າ ຫວ່າງມໍ່ໆມານີ້ ມີຊາວລາວປະມານ 2,000 ຄົນ ໄດ້ເດີນທາງໄປປະເທດມາເລເຊຍ ແບບຜິດກົດໝາຍ ເພື່ອຫາປາ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດນັ້ນ, ແຮງງານລາວ 700 ຄົນໄດ້ກັບມາຈາກປະເທດຈາກປະເທດມາເລເຊຍ, ແຕ່ສ່ວນໃຫຍ່ໄດ້ກັບຄືນປະເທດ ເນື່ອງຈາກສະພາບເສດຖະກິດໃນປະເທດຂອງເຂົາເຈົ້າຊຸດໂຊມລົງຍ້ອນອັດຕາເງິນເຟີ້ສູງ.

ອ່ານເພິ່ມເຕີມ…

ສຸພັດຕາ