News

ແຈ້ງເຕືອນໄພນ້ຳລົ້ນຢູ່ບັນດາຊຸມຊົນແມ່ນ້ຳຂອງ

ແຂວງໄຊຍະບູລີ ແຈ້ງເຕືອນປະຊາຊົນທີ່ອາໃສຢູ່ລຽບຕາມລຳແມ່ນ້ຳຂອງ ໃຫ້ກຽມພ້ອມຮັບມືກັບໄພນໍ້າຖ້ວມ ຂະນະທີ່ປະເທດເພື່ອນບ້ານ(ໄທ) ກໍໄດ້ເຕືອນ 7 ແຂວງພາກຕາເວັນອອກສ່ຽງເໜືອ ໃຫ້ລະວັງໄພນໍ້າຖ້ວມກະທັນຫັນຕາມລຳແມ່ນ້ຳຂອງຈົນເຖິງວັນພະຫັດ.  ທາງການລາວ ໄດ້ປະກາດ ແຈ້ງເຕືອນ ຫລັງຈາກ ຝົນຕົກໜັກໃນໄລຍະສອງສາມວັນທີ່ຜ່ານມານີ້ ຊຶ່ງເຮັດໃຫ້ລະດັບແມ່ນໍ້າຂອງສູງຂຶ້ນ. ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ອອກແຈ້ງການໃນວັນເສົາວານນີ້ ໂດຍແຈ້ງໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເບື້ຶອງເທິງ ແລະ ລຸ່ມເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ ກຽມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ ແລະ ໃຫ້ຍ້າຍເຄື່ອງຂອງ ແລະ ສັດລ້ຽງໄປໄວ້ທີ່ສູງ. ຕາມແຈ້ງການດັ່ງກ່າວ, ນ້ຳຖ້ວມອາດຈະເກີດຂຶ້ນພາຍຫຼັງເຂື່ອນໄຟຟ້ານ້ຳອູ – ສາຂາແມ່ນ້ຳຂອງ – ແມ່ນ້ຳຂອງ ເລີ່ມປ່ອຍນ້ຳອອກຕື່ມອີກ ຫຼັງຈາກຝົນຕົກໜັກໃນຫຼາຍພາກຂອງປະເທດລາວໃນຊຸມມື້ທີ່ຜ່ານມາ, ໂດຍສະເພາະຢູ່ພາກເໜືອ.ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ປະຊາຊົນຫຼາຍພັນຄົນຢຸ່ທາງພາກເໜືຶອໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ປະຊາຊົນ ຫລາຍພັນຄົນຢູ່ທາງພາກເໜືອຂອງລາວ ໄດ້ຮັບຄວາມເດືອດຮ້ອນ ຈາກນ້ຳຫຼັ່ງໄຫລທີ່ເກີດຈາກຝົນຕົກໜັກຫລາຍວັນ. ແຂວງໄຊຍະບູລີ, ຫົວພັນ ແລະ ບາງສ່ວນຂອງແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບໜັກທີ່ສຸດ, ມີຢ່າງໜ້ອຍ 10 ເມືອງໄດ້ຮັບຜົນກະທົບ. ​ໃນ​ບາງ​ທ້ອງ​ຖິ່ນ, ຖະໜົນ​ຫົນທາງ​ບໍ່​ສາມາດສັນຈອນໄດ້, ການ​ສະໜອງ​ນ້ຳ ​ແລະ ​ໄຟຟ້າກໍ​ຖືກ​ຕັດຂາດ.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ຫຼາຍໝູ່ບ້ານຖືກນໍ້າຖ້ວມຍ້ອນຝົນຕົກໜັກຢູ່ບັນດາແຂວງໃນລາວ

ປະຊາຊົນຫຼາຍພັນຄົນຢູ່ບັນດາຫຼາຍແຂວງປະສົບກັບໄພນ້ຳຖ້ວມຈາກເຫດການຝົນຕົກໜັກຫຼາຍວັນຊຶ່ງກະທົບຊຸມຊົນຫຼາຍບ້ານຢູ່ ແຂວງໄຊຍະບູລີ, ບໍແກ້ວ, ຊຽງແຂວງ ແລະ ວຽງຈັນ. ເມືອງໄຊຍະບູລີເປັນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່ ຈາກບັນດາ 10 ໝູ່ບ້ານທີ່ໄດ້ຮັບຜົນກະທົບ. ລະບົບຖະໜົນຫົນທາງ, ນ້ຳ ແລະ ໄຟຟ້າຖືກຕັດ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຄື່ອນຍ້າຍຖິ່ນຖານຫຼົບໄພ.  ອ່ານເພິ່ມເຕີມ .  ...

ສີລັດດາ ສຸລິວົງ

ນ້ຳຖ້ວມສ້າງຄວາມເສຍຫາຍທາງພາກເໜືອ

ວຽງຈັນ (ວຽງຈັນທາມສ໌/ANN) – 125 ຄອບຄົວໃນສາມບ້ານຂອງເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຫຼາຍວັນ, ສ້າງຄວາມເສຍຫາຍກວ່າ 1 ຕື້ກີບໂດຍປະມານ.ທ່ານ ສົມຟອງ ແສງຈັນທະລາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ໄພນ້ຳຖ້ວມຄັ້ງວັນທີ 17 ສິງຫາ ໄດ້ສົ່ງຜົນກະທົບຕໍ່ບ້ານນາຫ້ວຍ, ຫ້ວຍລາ ແລະ ທ່າກາດ.ບ້ານນາຫ້ວຍມີເຮືອນປະຊາຊົນຫ້າຫຼັງໄດ້ຮັບຄວາມເສຍຫາຍ ແລະ ຖະໜົນຫຼາຍສາຍໃນເມືອງໄດ້ຖືກຕັດຂາດ ແລະ ສົ່ງຜົນກະທົບຕໍ່ພື້ນທີ່ປູກຝັງ ແລະ ລ້ຽງສັດຈຳນວນໜຶ່ງ.ອ່ານຕໍ່  ...

ພົມພົງ ເຫຼົາອິນ
http://annx.asianews.network/content/floods-wreak-havoc-nation%E2%80%99s-north-102300

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NUSkf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!