News
ລັດຖະບານ ເປີດເຜີຍລະບົບການຄຸ້ມຄອງຂໍ້ມູນກ່ຽວກັບການລົງທະບຽນການເກີດແບບດິຈິຕອນ
ລັດຖະບານລາວໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນສູນກາງດີຈີຕອນ ເພື່ອເກັບກຳຂໍ້ມູນປະຊາກອນໃນທົ່ວປະເທດ. ກະຊວງພາຍໃນໄດ້ເປີດຕົວລະບົບການລົງທະບຽນເອເລັກໂຕຣນິກ ແລະ ສະຖິຕິສໍາຄັນ (eCRVS) ໃນກອງປະຊຸມໃນເດືອນກຸມພາເພື່ອວິເຄາະຂໍ້ມູນການເກີດ, ການເສຍຊີວິດ, ການແຕ່ງງານ ແລະ ການຢ່າຮ້າງ.ການລົງທະບຽນແບບລະບົບດິຈິຕອນ ສາມາດເຂົ້າຜ່ານຄອມພິວເຕີ ແລະ ໂທລະສັບມືຖືທີ່ເກັບກຳຂໍ້ມູນຈາກຫ້ອງການເມືອງ ໄປຫາພາກສ່ວນກ່ຽວຂ້ອງຂອງລັດ ເພື່ອອອກໃບຢັ້ງຢືນການເກີດ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
Makerbox ກາຍເປັນສະຖານທີ່ປະດິດສ້າງຂອງຊຸມຊົນສາທາລະນະແຫ່ງທຳອິດໃນລາວ
The Makerbox Lao (MBL) ໝາຍເຖິງ “ພື້ນທີ່ຜູ້ຜະລິດ” ຊຶ່ງເປັນແຫ່ງທຳອິດໃນລາວ, ໂດຍເຮັດໃຫ້ສະມາຊິກ ແລະ ນັກທ່ອງທ່ຽວສາມາດເພີດເພີນໄປກັບພື້ນທີ່ເຮັດວຽກຮ່ວມກັນ, ລວມທັງສິ່ງອໍານວຍຄວາມສະດວກທີ່ທັນສະໄໝສຳລັບການທົດລອງ ແລະ ການຄົ້ນພົບກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ, ສິລະປະ ແລະ ຄະນິດສາດ. ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນຈັດກອງປະຊຸມສຳມະນາໃຫ້ແກ່ບັນດານັກວິຊາຊີບ, ຜູ້ມັກ ແລະ ສະມາຊິກທີ່ມີຄວາມສົນໃຈ ເພື່ອໄດ້ປະສົບການໃນຫຼາຍໆຫົວຂໍ້ ເປັນຕົ້ນໄອທີ ຈົນເຖິງ ສິລະປະ ແລະ ຫັດຖະກຳ, ໂດຍມີນັກວາທະສິນທັງຈາກລາວ ແລະ ຕ່າງປະເທດ.ອ່ານເພິ່ມເຕີມ ...
ລາວຊຽນທາມສ໌
ໂອກາດທາງດິຈິຕອລ໌ ເພື່ອອະນາຄົດຂອງລາວ
(ຂປລ) ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຮ່ວມກັບທະນາຄານໂລກ ຈັດຕັ້ງກອງປະຊຸມວິຊາການໃນຫົວຂໍ້ “ໂອກາດທທາງດິຈິຕອລ໌ ເພື່ອການແຂ່ງຂັນທີ່ຫຼາຍຂຶ້ນໃນອະນາຄົດ” ຂຶ້ນໃນວັນທີ 28 ພະຈິກນີ້.ກອງປະຊຸມດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຕາງໜ້າຈາກຂະແໜງເອກະຊົນ ແລະ ຊ່ຽວຊານຕ່າງປະເທດ, ໄດ້ມີການຫາລືກ່ຽວກັບເສດຖະກິດຍຸກດິຈິຕອລ໌, ທ່າແຮງຂອງມັນທີ່ມີຜົນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວິທີການເພື່ອຮັບປະກັນວ່າຄົນລາວ ສາມາດສ້າງປະໂຫຍດຈາກໂອກາດທາງດິຈິຕອລ໌ໄດ້ຫຼາຍຂຶ້ນ ໃນທົ່ວປະເທດ.ກອງປະຊຸມດັ່ງກ່າວແມ່ນເລັ່ງໃສ່ຄວາມຈຳເປັນເພື່ອກ້າວໄປສູ່ການຂ້າມຜ່ານ ສູ່ຍຸກດິຈິຕອລ໌ ໃນ ສປປ ລາວ ເຮັດໃຫ້ປະເທດລາວໄດ້ຮັບປະໂຫຍດຈາກໂອກາດ ທີ່ມາຄຽງຄູ່ກັບການເຊື່ອມຕໍ່ທາງດິຈິຕອລ໌.ອ່ານຕໍ່ ...
ໂຕະຂ່າວ ຂປລ
