Makerbox ກາຍເປັນສະຖານທີ່ປະດິດສ້າງຂອງຊຸມຊົນສາທາລະນະແຫ່ງທຳອິດໃນລາວ

The Makerbox Lao (MBL) ໝາຍເຖິງ “ພື້ນທີ່ຜູ້ຜະລິດ” ຊຶ່ງເປັນແຫ່ງທຳອິດໃນລາວ, ໂດຍເຮັດໃຫ້ສະມາຊິກ ແລະ ນັກທ່ອງທ່ຽວສາມາດເພີດເພີນໄປກັບພື້ນທີ່ເຮັດວຽກຮ່ວມກັນ, ລວມທັງສິ່ງອໍານວຍຄວາມສະດວກທີ່ທັນສະໄໝສຳລັບການທົດລອງ ແລະ ການຄົ້ນພົບກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ, ສິລະປະ ແລະ ຄະນິດສາດ. ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນຈັດກອງປະຊຸມສຳມະນາໃຫ້ແກ່ບັນດານັກວິຊາຊີບ, ຜູ້ມັກ ແລະ ສະມາຊິກທີ່ມີຄວາມສົນໃຈ ເພື່ອໄດ້ປະສົບການໃນຫຼາຍໆຫົວຂໍ້ ເປັນຕົ້ນໄອທີ ຈົນເຖິງ ສິລະປະ ແລະ ຫັດຖະກຳ, ໂດຍມີນັກວາທະສິນທັງຈາກລາວ ແລະ ຕ່າງປະເທດ.

ອ່ານເພິ່ມເຕີມ… 

ລາວຊຽນທາມສ໌