News
ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ
ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້ ...
ປ້ອມພົງ ລາວອິນ
ເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເຄິ່ງທາງ
ລາຍງານຈາກແຂວງຫຼວງພະບາງ: ເຄິ່ງໜ່ຶງຂອງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 240 ກິໂລແມັດ, ລະຫວ່າງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ຊຶ່ງເປັນຂີດໝາຍໃນການກໍ່ສ້າງເສັ້ນທາງລົດໄຟ. ອ່ານຕໍ່ . ...
ພົມພົງ ລາວອິນ
ກອງປະຊຸມຈີນ-ອາຊຽນທົບທວນການສ້າງທາງລົດໄຟຕັດຜ່ານພາກພື້ນ, ໂຄງການທາງສາຍໃໝ
ນັກເດີນທາງ, ນັກທ່ອງທ່ຽວ ແລະ ຜູ້ຢູ່ອາໄສໃນລາວ ສາມາດຂີ່ລົດໄຟເພື່ອເດີນທາງໄປຈຸດໝາຍທີ່ສຳຄັນຂອງປະເທດ ແລະ ເດີນທາງຕໍ່ໄປຍັງມົນທົນຢຸນນານຂອງຈີນ ແລະ ພາກອື່ນໆພາຍໃນທ້າຍປີ 2021 ແລະ ອາດເດີນທາງໄປທາງບາງກອກ, ຕາມການຫາລືໃນກອງປະຊຸມປຶກສາຫາລືຍຸດທະສາດຕົ້ນຕໍທີ່ປະເທດຈີນ.ໂຄງການດັ່ງກ່າວສຳເລັດແລ້ວ 40% ແລະ ເປັນໄປຕາມແຜນການ ຕາມການລາຍງານຂອງນັກຄົ້ນຄວ້າລະດັບສູງຈາກລາວໃນກອງປະຊຸມປຶກສາຫາລືຍຸດທະສາດ ທີ່ເມືອງໜານໜິງ ເນື່ອງໃນໂອກາດວັນຄົບຮອບການລິເລີ່ມໂຄງການທາງສາຍໃໝ, ເຊິ່ງເປັນໂຄງການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມໂຍງທາງດ້ານການຄ້າໃນທົ່ວພາກພື້ນ ເຊິ່ງນຳໂດຍປະເທດຈີນ.ອ່ານຕໍ່ ...
ເດິລາວທຽນທາມສ໌
