ກອງປະຊຸມຈີນ-ອາຊຽນທົບທວນການສ້າງທາງລົດໄຟຕັດຜ່ານພາກພື້ນ, ໂຄງການທາງສາຍໃໝ

ນັກເດີນທາງ, ນັກທ່ອງທ່ຽວ ແລະ ຜູ້ຢູ່ອາໄສໃນລາວ ສາມາດຂີ່ລົດໄຟເພື່ອເດີນທາງໄປຈຸດໝາຍທີ່ສຳຄັນຂອງປະເທດ ແລະ ເດີນທາງຕໍ່ໄປຍັງມົນທົນຢຸນນານຂອງຈີນ ແລະ ພາກອື່ນໆພາຍໃນທ້າຍປີ 2021 ແລະ ອາດເດີນທາງໄປທາງບາງກອກ, ຕາມການຫາລືໃນກອງປະຊຸມປຶກສາຫາລືຍຸດທະສາດຕົ້ນຕໍທີ່ປະເທດຈີນ.

ໂຄງການດັ່ງກ່າວສຳເລັດແລ້ວ 40% ແລະ ເປັນໄປຕາມແຜນການ ຕາມການລາຍງານຂອງນັກຄົ້ນຄວ້າລະດັບສູງຈາກລາວໃນກອງປະຊຸມປຶກສາຫາລືຍຸດທະສາດ ທີ່ເມືອງໜານໜິງ ເນື່ອງໃນໂອກາດວັນຄົບຮອບການລິເລີ່ມໂຄງການທາງສາຍໃໝ, ເຊິ່ງເປັນໂຄງການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມໂຍງທາງດ້ານການຄ້າໃນທົ່ວພາກພື້ນ ເຊິ່ງນຳໂດຍປະເທດຈີນ.

ອ່ານຕໍ່…

ເດິລາວທຽນທາມສ໌