ຂປລ-ຂ່າວສານປະເທດລາວ

ສະພາ MRC ຜ່ານບົດສະຫຼຸບກ່ຽວກັບບັນຫາທາງດ້ານນະໂຍບາຍທີ່ສຳຄັນ

(ຂປລ) ຄະນະລັດຖະມົນຕີຈາກສະພາຄະນະກຳມາທິການແມ່ນ້ຳຂອງ (MRC) ທົບທວນຂໍ້ຜູກມັດການປະຕິຮູບຂອງອົງການຈັດຕັ້ງ ແລະ ການຮ່ວມມືໃນພາກພື້ນ ເພື່ອຕົກລົງກ່ຽວກັບບັນຫາທີ່ສຳຄັນ ເຊັ່ນ ການສົ່ງຕົວແທນເຂົ້າຮ່ວມໃນການຄັດເລືອກຫົວໜ້າບໍລິຫານລະດັບສອງຂອງເລຂາທິການ MRC ແລະ ແຜນວຽກປີ 2019 ລວມທັງໜ້າວຽກບູລິມະສິດຕ່າງໆ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດຖະບານຢືນຢັນແຜນຫຼຸດໂກຕາລັດຖະກອນ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນໃນວັນພຸດຜ່ານມານີ້ວ່າ ລັດຖະບານຈະຫຼຸດໂກຕາລັດຖະກອນສຳລັບປີ 2019 ໃຫ້ເຫຼືອ 1,500 ອັດຕາ, ເຄິ່ງໜຶ່ງຂອງຈຳນວນໂກຕາໃນປີ 2018, ເນື່ອງຈາກອັດຕາສ່ວນຂອງລັດຖະກອນທຽບກັບພົນລະເມືອງຂອງລາວແມ່ນຢູ່ໃນລະດັບສູງສຸດ ທຽບກັບບັນດາປະເທດໃນອາຊຽນ.ອ່ານຕໍ່ ...

ຂປລ

ເຢຍລະມັນ ແລະ EU ສືບຕໍ່ເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (MRC) ຮ່ວມກັບລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ (EU) ລົງນາມໃນຂໍ້ຕົກລົງມູນຄ່າ 8.92 ລ້ານຢູໂຣ ຫຼື ປະມານ 10 ລ້ານໂດລາສະຫະລັດ ໃນວັນທີ 28 ພະຈິກ ເພື່ອເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ, ຄຽງຄູ່ກັບກອງປະຊຸມຄັ້ງທີ 25 ຂອງສະພາ MRC.ອ່ານຕໍ່ ...

ຂປລ

ລັດຖະບານວາງແຜນຟື້ນຟູຫຼັງໄພພິບັດສຳລັບພື້ນທີ່ທີ່ໄດ້ຮັບຜົນກະທົບ

(ຂປລ) ລັດຖະບານກະກຽມ ແລະ ອະນຸມັດແຜນຟື້ນຟູຫຼັງໄພພິບັດ ເຊິ່ງຈະຈັດຕັ້ງປະຕິບັດໃນ 124 ເມືອງທີ່ໄດ້ຮັບຜົນກະທົບຈາກໄພິບັດ. ການຈັດຕັ້ງປະຕິບັດແຜນໃນບັນດາຕົວເມືອງທີ່ຖືກຜົນກະທົບດັ່ງກ່າວ ຈະນຳໃຊ້ງົບປະມານກວ່າ 3,166 ຕື້ກີບ.ອ່ານຕໍ່ ...

ບັນນາທິການ ຂປລ

ກະຊວງພະລັງງານມີແຜນຫຼຸດຄ່າໄຟເຖິງ 50% ໃຫ້ກັບຊາວກະສິກອນລາວ

(ຂປລ) ກະຊວງພະລົງງານ ແລະ ບໍ່ແຮ່ສືບຕໍ່ປັບປຸງຍຸດທະສາດການພັດທະນາ ເພື່ອຮັບປະກັນການຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການກະສິກຳ.ແຜນການດັ່ງກ່າວຈະສ້າງປະໂຫຍດໃຫ້ແກ່ຂະແໜງກະສິກຳ ໂດຍການຫຼຸດຄ່າໄຟຟ້າ 50% ໃຫ້ແກ່ຊາວໄຮ່ນາ ແລະ 30% ສຳລັບຜູ້ລ້ຽງສັດ,​ ຕາມການລາຍງານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນຈັນຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ເສີມຂະຫຍາຍເຄືອຂ່າຍກາຍຮ່ວມມືລັດ ເອກະຊົນ ເພື່ອປັບປຸງການຄວບຄຸມພະຍາດໄຂ້ປ່າໃນລາວ

(ຂປລ) ນະໂຍບາຍແຫ່ງຊາດເພື່ອຄວບຄຸມ ແລະ ລຶບລ້າງພະຍາດປ່າ2016-2020 ຂອງສູນໄຂ້ຍູງ, ແມ່ກາຝາກ ແລະ ແມງໄມ້ ເຊິ່ງເປັນແຜນຍຸດທະສາດເທື່ອທີຫ້າກ່ຽວກັບການລຶບລ້າງພະຍາດໄຂ້ປ່າໃນ ສປປ ລາວ ມີເປົ້າໝາຍແນໃສ່ການຄວບຄຸມ ແລະ ລຶບລ້າງພະຍາດໄຂ້ປ່າໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ເຊິ່ງພົບວ່າຍັງມີການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ປະຊາຊົນເມືອງສະໜາມໄຊຫຼາຍພັນຄົນໄດ້ຮັບການສັກຢາປ້ອງກັນພະຍາດໄຂ້ທໍລະພິດ

(ຂປລ) ເຈົ້າໜ້າທີ່ສາທາລະນະສຸກໄດ້ລົງສັກຢາປ້ອງກັນພະຍາດໄຂ້ທໍລະພິດ ໃຫ້ກັບປະຊາຊົນທີ່ມີອາຍຸແຕ່ 6 ເດືອນ ເຖິງ 45 ປີຈຳນວນກວ່າ 9,100 ຄົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນເດືອນກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ສະມາຊິກສະພາແຫ່ງຊາດຮຽກຮ້ອງການແກ້ໄຂບັນຫາການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍ

(ຂປລ) ສະມາຊິກສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານ ແລະ ອຳນາດການປົກຄອງ ດຳເນີນການແກ້ໄຂບັນຫາສັງຄົມ ເຊັ່ນການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍລະຫວ່າງຄົນລາວກັບຊາວຕ່າງປະເທດ ເນື່ອງຈາກການກະທຳດັ່ງກ່າວມັກເຮັດໃຫ້ແມ່ຍິງລາວຕົກເປັນເຫຍື່ອຂອງການຄ້າມະນຸດ.ອ່ານຕໍ່ ...

ຂປລ

ລັດຖະບານຄາດການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຫຼຸດລົງ

 (ຂປລ) ລັດຖະບານຄາດຄະເນການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຕ່ຳກວ່າລະດັບຄາດໝາຍ ຕາມຄຳເຫັນຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ.ການຜະລິດໃນຂະແໜງກະສິກຳ ແລະ ປ່າໄມ້ໃນປີນີ້ຄາດວ່າຈະຢູ່ທີ່ 2.5%, ຕ່ຳກວ່າຄາດໝາຍທີ່ວາງໄວ້ທີ່ 2.8%.ອ່ານຕໍ່ ...

ຂປລ

ລັດຖະບານ ແລະ ຄູ່ຮ່ວມພັດທະນາກຽມຫາລືການຟື້ນຟູໄພພິບັດໃນກອງປະຊຸມໂຕະມົນປະຈຳປີ

(ຂປລ) ກອງປະຊຸມໂຕະມົນ, ກອງປະຊຸມໃຫຍ່ເພື່ອຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືດ້ານການພັດທະນາຂອງ ສປປ ລາວ, ຈະຈັດຂຶ້ນທີ່ນະຄອນວຽງຈັນໃນວັນທີ 4-5 ທັນວານີ້.ກອງປະຊຸມໂຕະມົນແມ່ນນຳໂດຍກະຊວງແຜນການ ແລະ ການລົງທຶນ, ທັງລວມເອົາອົງການຈັດຕັ້ງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອລາຍງານຄວາມຄືບໜ້າ ແລະ ຫາລືກ່ຽວກັບວິທີການໃນການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືດ້ານການພັດທະນາຂອງ ສປປ ລາວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rAuEj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!