ນະໂຍບາຍ ແລະ ການຄຸ້ມຄອງຄວາມທຸກຍາກ

ການຮັບປະກັນດ້ານສະບຽງອາຫານ

ການເພີ່ມສານອາຫານໃນອາຫານຈະຊ່ວຍສົ່ງເສີມສຸຂະພາບຂອງຄົນລາວ

ລະດັບການຂາດສານອາຫານຍືດເຍື້ອໃນລາວໄດ້ຫຼຸດລົງຈາກ 44% ໃນປີ 2012 ມາເປັນ 33% ໃນປີ 2017. ເຖິງຢ່າງໃດກໍຕາມ ລາວກໍຍັງຄົງເປັນປະເທດທີ່ມີອັດຕາການຂາດສານອາຫານສູງສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຮັດໃຫ້ການບໍລິໂພກສານອາຫານທີ່ມີຄຸນນະພາບຂອງພົນລະເມືອງລາວເປັນບັນຫາທີ່ທ້າທາຍ.ນີ້ແມ່ນໃຈຄວາມຈາກກອງປະຊຸມວິຊາການກ່ຽວກັບການທົບທວນສະຖານະປະຈຸບັນຂອງການເພີ່ມສານອາຫານໃນອາຫານ ແລະ ແນໃສ່ຂັ້ນຕອນເລີ່ມຕົ້ນໃນການຕັ້ງມາດຕະຖານສຳລັບການເພີ່ມສານອາຫານໃນອາຫານໃນລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເດັກເຕ້ຍທຸກຄົນມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ

(ຂປລ) ບົດລາຍງານ “ການສຶກສາວິໄຈຄວາມຂາດເຂີນຂອງເດັກອາຍຸຫຼຸດຫ້າປີແບບທັບຊ້ອນ, ສປປ ລາວ” ເຊິ່ງເຜີຍແຜ່ໃນວັນທີ 20 ມິຖຸນາ ສະແດງວ່າ ໃນລະດັບສູນກາງ ແລະ ລະດັບແຂວງ ເດັກເຕ້ຍໃນລາວມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ, ເຊິ່ງບົດລານງາຍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳພັນທີ່ສູງລະຫວ່າງອັດຕາເດັກເຕ້ຍ ແລະ ຄວາມທຸກຍາກໃນຫຼາຍດ້ານໃນລາວ ແລະ ແນະນຳວ່າ ການຫຼຸດຜ່ອນອັດຕາເດັກເຕ້ຍສາມາດເຮັດໄດ້ຍ້ອນການຫຼຸດຜ່ອນຄວາມທຸກຍາກໃນຂົງເຂດຕ່າງໆ.ບົດລາຍງານສະແດງວ່າ ໃນຈຳນວນເດັກເຕ້ຍ 33% ມີ 32% ທີ່ຢູ່ໃນພາລະເຕ້ຍ ແລະ ຂາດແຄນໃນການເຂົ້າເຖິງໂພຊະນາການທີ່ດີ, ສຸຂະພາບ, ທີ່ຢູ່ອາໄສ, ນ້ຳ ແລະ ສຸຂາພິບານ, ການຫຼິ້ນ ແລະ ການສົ່ງເສີມພັດທະນາການ ແລະ ດ້ານອື່ນໆ.ອ່ານຕໍ່ ...

ທີມ ຂປລ
http://kpl.gov.la/En/Detail.aspx?id=46685

ລາຄາສິນຄ້າບໍລິໂພກພື້ນຖານຢູ່ພາຍໃຕ້ການຄວບຄຸມ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງພະຍາຍາມຄວບຄຸມລາຄາສິນຄ້າຕ່າງໆໃຫ້ມີສະຖຽນລະພາບ ເຊັ່ນສິນຄ້າອາຫານ, ເພື່ອຮັບມືຕໍ່ກັບຕົ້ນທຶນໃນອຸດສາຫະະກຳປຸງແຕ່ງທີ່ເພີ່ມສູງຂຶ້ນ, ນາຍົກລັດຖະມົນຕີກ່າວຕໍ່ສະພາແຫ່ງຊາດ.ມູນຄ້າການຊື້ຂາຍສິນຄ້າໃນຊ່ວງສີ່ເດືອນຕົ້ນປີນີ້ແມ່ນຢູ່ທີ່ 15,500 ຕື້ກີບ, ເພີ່ມຂຶ້ນ 11.8 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ. ມູນຄ່າດັ່ງກ່າວແມ່ນກວມ 23.8 ເປີເຊັນຂອງແຜນການປະຈຳປີທີ່ຮັບຮອງໂດຍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດໃນອາທິດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/prices-consumer-staples-under-control-pm-98465

WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ

ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...

ZX

ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ແຂວງຜົ້ງສາລີໄດ້ຮັບຄຳແນະນຳໃຫ້ເພີ່ມຄວາມພະຍາຍາມໃນການຕ້ານການຂາດສານອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກແຂວງຜົ້ງສາລີຕ້ອງປັບປຸງມາດຕະຖານການຮັກສາສຸຂະພາບ ເພື່ອດຳເນີນມາດຕະການຕ້ານການຂາດສານອາຫານ ເພື່ອເປົ້າໝາຍໄລຍະຍາວໃນການລຶບລ້າງຄວາມອຶດຫົວ.ນີ້ແມ່ນຄຳແນະນຳຂອງທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ ພາຍໃຕ້ກະຊວງສາທາລະນະສຸກ, ໃນກອງປະຊຸມປະຈຳປີເພື່ອຫາລືວຽກງານໂພຊະນາການ ແລະ ວິເຄາະຫາສາເຫດຂອງພາວະບົກພ່ອງທາງໂພຊະນາການຊຳເຮື້ອໃນແຂວງຜົ້ງສາລີ.ອ່ານຕໍ່ ...

ໂຕະຂ່າວ

ຮອງນາຍົກສົ່ງເສີມການລົງທຶນດ້ານໂພຊະນາການໃນຊຸມຊົນທ້ອງຖິ່ນ

ລາວຍັງຕ້ອງສືບຕໍ່ສົ່ງເສີມການລົງທຶນທາງດ້ານໂພຊະນາການໃນລະດັບທ້ອງຖິ່ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຜະລິດພາຍໃນຊຸມຊົນ ກໍຄືການເຂົ້າເຖິງອາຫານທີ່ມີໂພຊະນາການຂອງຊຸມຊົນ. ອີງຕາມຜົນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ (LSIS-II, 2017), ສະແດງໃຫ້ເຫັນວ່າ ເຖິງວ່າປະເທດລາວມີຕົວເລກເດັກຈ່ອຍຫຼຸດລົງຈາກ 44% ໃນການສຳຫຼວດ LSIS-I  ມາເປັນ 33%, ແຕ່ລະດັບຄວາມແຕກຕ່າງໃນບັນດາ 18 ແຂວງຍັງຄົງມີສູງ ເນື່ອງຈາກວ່າໂຄງການດ້ານໂພຊະນາການໃນບານແຂວງຍັງບໍ່ມີການສະໜັບສະໜູນທີ່ພຽງພໍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເດັກນ້ຳໜັກຫຼຸດຍັງເປັນອຸປະສັກຕໍ່ກັບການແກ້ໄຂບັນຫາດ້ານໂພຊະນາການກ່ອນກຳເນີດ

ບັນຫາດ້ານໂພຊະນາການຍັງຄົງເປັນອຸປະສັກໃນປະເທດກຳລັງພັດທະນາ ກໍ່ຄືປະເທດລາວ. ການທີ່ເດັກຈະເລີນເຕີບຕົວຊ້າ ແລະ ສົ່ງຜົນຕໍ່ຄວາມບົກພ່ອງທາງໂພຊະນາການໃນໄລຍະຍາວນີ້ຖ້າບໍ່ໄດ້ຮັບການແກ້ໄຂ ຈະສົ່ງຜົນ ແລະ ເປັນສາເຫດຂອງຄວາມທຸກຍາກໃນທ້ອງຖິ່ນຊົນນະບົດ ເຊັ່ນທີ່ເຊໂປນ ແຂວງສະຫວັນນະເຂດ.ອ່ານຕໍ່ ...

UNICEF

ຄວາມທຸກຍາກ ແລະ ໄພອຶດຫິວເພີ່ມທະວີຄວາມຮ້າຍແຮງພາຍໃຕ້ສິ່ງທ້າທາຍທັງພາຍໃນ ແລະ ທົ່ວໂລກ

ລັດຖະມົນຕີໄດ້ກ່າວໃນໂອກາດວັນອາຫານໂລກ ແລະ ວັນສາກົນເພື່ອການລົບລ້າງຄວາມທຸກຍາກວ່າ ບັນຫາຍືດເຍື້ອຈຳນວນໜຶ່ງໄດ້ເພີ່ມທະວີຄວາມຮ້າຍແຮງດ້ານຄວາມທຸກຍາກ ແລະ ໄພອຶດຫິວ ໃນບັນດາປະເທດທົ່ວໂລກ ລວມທັງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ

ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

egykH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!