Gender

ສາທາລະນະສຸກ

ສຸຂະພາບໄວຈະເລີນພັນ, ສິດທິ ແລະ ທາງເລືອກສຳລັບທຸກຄົນ

(ຂປລ) ການເຂົ້າເຖິງ ແລະ ກິດຈະກຳສົ່ງເສີມສຸຂະພາບໄວຈະເລີນພັນ ມີຈຸດປະສົງແນໃສ່ເພີ່ມທະວີການເຂົ້າເຖິງໂຮງງານຕັດຫຍິບໃນນະຄອນຫຼວງວຽງຈັນ.ຄຼີນີິກໄວໜຸ່ມນະຄອນຫຼວງວຽງຈັນ (VYC) ຮ່ວມກັບສະຫະພັນແມ່ຍິງລາວ (LWU) ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຮ່ວມກັບເຈົ້າຂອງ ແລະ ຫົວໜ້າໂຮງງານຕັດຫຍິບໃນນະຄອນຫຼວງວຽງຈັນໃນວັນທີ 7 ມິຖຸນາ ເພື່ອຫາລືການຂະຫຍາຍຂອບເຂດຂອງວຽກງານໃນປະຈຸບັນ ແລະ ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນ ເພື່ອສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບໄວຈະເລີນພັນສຳລັບຜູ້ອອກແຮງງານ.ອ່ານຕໍ່ ...

ທີມ ຂປລ

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ຊ່ຽວຊານລາວ, ໄທຮ່ວມມືໃນການປິ່ນປົວພະຍາດມະເລັງທໍ່ນ້ຳບີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍມະໂຫສົດ ຈັບມືກັບຄະນະຜູ້ຊ່ຽວຊານຈາກບັນດາປະເທດໃນກຸ່ມອາຊຽນເຊັ່ນ ປະເທດໄທ ໃນການປັບປຸງການປິ່ນປົວຄົນເຈັບພະຍາດມະເລັງທໍ່ນ້ຳບີ.ໃນປີ 2017, ໂຄງການເພື່ອການຢັບຢັ້ງ, ກວດ ແລະ ປິ່ນປົວພະຍາດມະເລັງທໍ່ນ້ຳບີໃນລາວ ໄດ້ມີການລິເລີ່ມຜ່ານໂຄງການຮ່ວມມືດ້ານການຄົ້ນຄວ້າ ລະຫວ່າງສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນ, ກະຊວງສາທາລະນະສຸກຂອງລາວ, ສະຖາບັນຄົ້ນຄວ້າມະເລັງທໍ່ນ້ຳບີ ມະຫາວິທະຍາໄລຂອນແກ່ນ ປະເທດໄທ, ແລະ ສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນຂອງປະເທດສະວິດເຊິແລນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແພດປະເມີນຄວາມຄືບໜ້າຂອງຂະແໜງນາລີເວດ ແລະ ສຸຕິສາດໃນກອງປະຊຸມປະຈຳປີ

ເຈົ້າໜ້າທີ່ກະຊວງສາທາລະນະສຸກໃນຂະແໜງນາລີເວດ ແລະ ສຸຕິສາດ ໄດ້ຈັດຕັ້ງກອງປະຊຸມປະຈຳປີທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຫາລືແຜນການປີ 2019.ຜູ້ເຂົ້າຮ່ວມກອງປະຊຸມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆ ແລະ ແລກປ່ຽນແຜນການໃນຕໍ່ໜ້າ.ໃນນີ້ລວມມີການລາຍງານກ່ຽວກັບອັດຕາການຕາຍ, ການຮັກສາມະເລັງເຕົ້ານົມແບບທັນສະໄໝ, ພາວະເລືອດອອກຜິດປົກກະຕິຈາກມົດລູກ, ແນວທາງການປິ່ນປົວພະຍາດຕິດຕໍ່ທາງເພດສຳພັນແຫ່ງຊາດ, ໂພຊະນາການສຳລັບເດັກຫຼັງເກີດ, ແນວທາງປ້ອງກັນການເອົາລູກອອກແບບບໍ່ປອດໄພ ແລະ ກໍລະນີສຶກສາອື່ນໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງເຂັ້ມງວດລະບຽບການກ່ຽວກັບໂຮງໝໍເອກະຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກຈະເລີ່ມນຳໃຊ້ເຄືອຂ່າຍລະບົບຂໍ້ມູນຂ່າວສານສາທາລະນະສຸກໃນເດືອນນີ້ ເພື່ອປັບປຸງການຄຸ້ມຄອງໂຮງໝໍເອກະຊົນ ແລະ ຮັບປະກັນການຄຸ້ມຄອງກ່ຽວກັບມາດຕະຖານ.ພາຍໃຕ້ລະບົບດັ່ງກ່າວ ເຈົ້າຂອງໂຮງໝໍເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈະຕ້ອງແຈ້ງລາຍລະອຽດຂໍ້ມູນກ່ຽວກັບສິ່ງອຳນວຍຄວາມສະດວກຂອງໂຮງໝໍຕົນໃຫ້ກັບເຈົ້າໜ້າທີ່ສາທາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຮງງານໝູນວຽນແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຮງງານໝູນວຽນ ພ້ອມເມຍຂອງເຂົາເຈົ້າແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ, ຕາມການເປີດເຜີຍໃນການສຳຫຼວດຂອງສູນປິ່ນປົວພະຍາດ HIV/AIDS/ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ.ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ ສະແດງຜົນການຄົ້ນຄວ້າດັ່ງກ່າວໃນກອງປະຊຸມຫຼ້າສຸດເພື່ອການຫາລືວິທີການໃນການສະກັດກັ້ນການແຜ່ລະບາດຂອງພະຍາດ HIV/AIDS/ພຕພ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ອາຊຽນສົ່ງເສີມການນຳໃຊ້ຢາພື້ນເມືອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາພື້ນເມືອງ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມຄະນະທີ່ປຶກສາອາຊຽນຊຸດທີ 31 ວ່າດ້ວຍມາດຕະຖານ ແລະ ຄຸນນະພາບຂອງຢາພື້ນເມືອງ ແລະ  ກຸ່ມເຮັດວຽກກ່ຽວກັບຜະລິດຕະພັນສົ່ງເສີມສຸຂະພາບ ແລະ ກິດຈະກຳທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນທີ່ວຽງຈັນແຕ່ວັນ 29 ເມສາ ແລະ 3 ພຶດສະພາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຮງໝໍມິດຕະພາບເປີດສູນວິຊາຊີບດ້ານສຸຂະພາບແຫ່ງທຳອິດຂອງປະເທດ

ສູນກວດສຸຂະພາບແຮງງານແຫ່ງທຳອິດຂອງປະເທດໄດ້ມີການເປີດຕົວທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້ ແນໃສ່ປ້ອງກັນ ແລະ ປິ່ນປົວພະຍາດຕ່າງໆທີ່ເກີດຂຶ້ນຈາກການອອກແຮງງານ.ທ່ານ (ປອ) ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຮສ ດຣ ບຸນນາກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູສຸຂະພາບ ພາຍໃຕ້ກະຊວງສາທາລະນະສຸກ, ພ້ອມດ້ວຍເຈົ້າໜ້າທີ່ການນຳຈາກກະຊວງ ແລະ ແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີເປີດສູນດັ່ງກ່າວໃນວັນສຸກຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ຈີນຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດ

ລາວ ແລະ ຈີນຕົກລົງເດີນໜ້າການຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດທີ່ໂຮງໝໍມະໂຫສົດ ຕາມການລົງນາມໃນຂໍ້ຕົກລົງ ໂດຍທ່ານ ດຣ ພິສິດ ພຸດສະຫວັດ ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ ດຣ ໝ່າ ຫຼິງຄຸນ ຮອງອຳນວຍການໂຮງໝໍຫົວໃຈ ແລະ ຫຼອດເລືອດຝືຫວາຍ ຢຸນນານ ປະເທດຈີນ ໃນວັນອັງຄານນີ້.ຂໍ້ຕົກລົງດັ່ງກ່າວຈະເປັນການປູທາງໃຫ້ແກ່ການປັບປຸງການບົ່ງມະຕິ ແລະ ການປິ່ນປົວໂລກຫົວໃຈໃນລາວ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DxBvY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!