ການຍ້າຍຖິ່ນຖານ
ການເຂົ້າເມືອງ
ຊາວຈີນ 25 ຄົນຖືກເນລະເທດໃນຂໍ້ຫາລັກລອບເຂົ້າລາວຢ່າງຜິດກົດໝາຍ
ຊາວຈີນ 25 ຄົນ ໄດ້ຖືກເນລະເທດ ອອກຈາກລາວ ຫລັງຈາກພະຍາຍາມ ເຂົ້າໄປໃນປະເທດ ຢ່າງຜິດກົດໝາຍ ຢູ່ເມືອງ ຢອດດາວ ແຂວງ ຜົ້ງສາລີ. ສື່ມວນຊົນຂອງລາວລາຍງານວ່າ ຊາວຈີນ 25 ຄົນ, ຍິງ 2 ຄົນ ໄດ້ຖືກມອບໃຫ້ ເຈົ້າໜ້າທີ່ ດ່ານພາສີສາກົນລານຕອຍ ດ່ານຊາຍແດນ ລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງຢູນນານ ພາກໃຕ້ ຂອງຈີນ.ທ່ານ ບຸນທອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຢ້າວ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຄົນຈີນສັນຊາດຈີນ ມີຈຸດປະສົງເດີນທາງ ແລະ ເຂົ້າມາລາວ ໂດຍບໍ່ມີເອກະສານຖືກຕ້ອງຕາມກົດໝາຍ, ແຕ່ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງ ...
ມະນີພອນ ວົງພະຈັນ
ກະຊວງດຳເນີນການປາບປາມ ການເຂົ້າເມືອງແບບຜິດກົດໝາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ມີການສະກັດກັ້ນການເຂົ້າປະເທດລາວແບບຜິດກົດໝາຍປະມານ 3,000 ຄົນ ຈາກ 79 ປະເທດ ແລະ ອີກ 1,000 ກວ່າຄົນຖືກສັ່ງຫ້າມເຂົ້າປະເທດລາວໂດຍຖາວອນ, ຕາມທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.ຕໍ່ກອງປະຊຸມສະພາແຫ່ງຊາດ, ທ່ານໄດ້ໃຫ້ຂໍ້ມູນວ່າໃນປີນີ້ ມີ 3,342 ຄົນຖືກສະກັດກັ້ນບໍ່ໃຫ້ເຂົ້າປະເທດ ແລະ ອີກ 1,409 ຄົນ ຈາກ 17 ປະເທດ ຖືກສັ່ງຫ້າມບໍ່ໃຫ້ເຂົ້າປະເທດລາວເປັນການຖາວອນ.ໃນປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຂຶ້ນທະບຽນຊາວຕ່າງປະເທດຢ່າງໃກ້ຊິດ, ເພື່ອຄຸ້ມຄອງການເຂັ້າເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວພິຈາລະນາການບໍລິການ ອີວີຊາ
ນະຄອນພະນົມ, 28 ມິຖຸນາ 2018: ສປປ ລາວກຳລັງພິຈາລະນາຂໍ້ສະເໜີໃນການນຳໃຊ້ວິຊາອິເລັກໂທຣນິກ ພາຍໃນທ້າຍປີນີ້ ຫຼືຕົ້ນປີ 2019, ອີງຕາມການລາຍງານຂອງພະນັກງານທ່ອງທ່ຽວໃນກອງປະຊຸມການທ່ອງທ່ຽວແມ່ຂອງ.ອ່ານຕໍ່ ...
ດອນ ຣອສສ໌