Law and judiciary
Legal system and judicial system
ຊ່ຽວຊານດ້ານກົດໝາຍຮ່ວມວາງແຜນການສ້າງລະບົບສານປົກຄອງ
ສານປະຊາຊົນສູງສຸດຮ່ວມກັບສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ (ILSTA) ຈັດກອງປະຊຸມປຶກສາຫາລືວິຊາການຂຶ້ນໃນອາທິດນີ້ ກ່ຽວກັບຮ່າງດຳລັດປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ປາກເຊ ໃນວັນທີ 5-6 ສິງຫານີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ ເພື່ອຮ່ວມຫາລື ແລະ ເດີນໜ້າການຈັດຕັ້ງລະບົບສານປົກຄອງໃນລາວ.ອ່ານຕໍ່ ...
ໂຕະຂ່າວວຽຈັນທາມສ໌
Pakngum residents raise issues with NA, Vientiane People’s Council
ຊາວບ້ານສັງໄຊ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສະເໜີບັນຫາຍືດເຍື້ອຕ່າງໆຕໍ່ຜູ້ແທນສະພາແຫ່ງຊາດ ແລະ ແລະ ສະພາປະຊາຊົນນະຄອນຫຼວງ.ວານນີ້ ຄະນະຜູ້ແທນໄດ້ລົງຢ້ຽມຢາມພື້ນທີ່ ເຊິ່ງເປັນສ່ວນໜຶ່ງຂອງແຜນລົງຢ້ຽມຢາມ 13 ບ້ານໃນເມືອງປາກງື່ມ ແຕ່ວັນທີ 18 ກຸມພາ ເຖິງ 4 ມິນາ ເພື່ອເຜຍແຜ່ເນື້ອໃນຫຼ້າສຸດຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສານປະຊາຊົນນະຄອນຫຼວງ ກໍຄືຮັບຟັງບັນຫາຕົວຈິງຂອງຊຸມຊົນ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
ຄະນະຄຸ້ມຄອງກົດໝາຍລາວເຕືອນ ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບນ້ຳຖ້ວມແມ່ນຜິດຕໍ່ລະບຽບກົດໝາຍ
ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໃນຮູບແບບຂອງການລາຍງານຂ່າວທີ່ບໍ່ເປັນຈິງ ຫຼື ການປັບປ່ຽນຮູບພາບ ຫຼື ວີດີໂອກ່ຽວກັບໄພນ້ຳຖ້ວມທີ່ແຂວງອັດຕະປື ກໍຄືໃນພື້ນທີ່ອື່ນໆທົ່ວປະເທດ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ ຕາມການແຈ້ງເຕືອນຂອງຄະນະກວດສອບລະດັບຊາດທີ່ຮັບຜິດຊອບດ້ານໄພພິບັດ ຕໍ່ຜູ້ນຳໃຊ້ ແລະ ຜູ້ເຜີຍແຜ່ຂໍ້ມູນຂ່າວສານຕາມສື່ສັງຄົມອອນໄລ.ອ່ານຕໍ່ ...
ວຽງຈັນທາມສ໌
ສອບສວນການປ່ອຍຂ່າວລືກ່ຽວກັບເຂື່ອນແຕກຢູ່ທາງພາກເໜືອ
ເຈົ້າໜ້າທີ່ແຂວງຫຼວງພະບາງໄດ້ກ່າວໃນເວລາ 1 ໂມງແລງຂອງວັນເສົາຜ່ານມານີ້ວ່າ ກຳລັງຕິດຕາມບຸກຄົນທີ່ປ່ອຍຂ່າວລືທີ່ບໍ່ເປັນຈິງ ກ່ຽວກັບການແຕກຂອງເຂື່ອນໄຟຟ້ານ້ຳອູ 2 ທີ່ກຳລັງຢູ່ໃນໄລຍະການກໍ່ສ້າງ. ຂ່າວສານໄດ້ມີການແຜ່ກະຈາຍຢ່າງໄວວາຢູ່ຕາມລະບົບສື່ສັງຄົມອອນລາຍ ເຮັດໃຫ້ຜູ້ນຳໃຊ້ຂໍ້ມູນຂ່າວສານໃນແຂວງ ກໍຄືໃນທົ່ວໂລກ ຮັບຮູ້ສະຖານະການທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ.ອ່ານຕໍ່ ...
ສຸກນິລັນດອນ ສຸດທິວົງນໍລາດ
ສະພາແຫ່ງຊາດອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ
(ຂປລ) ໃນວັນທີ 22 ມິຖຸນາທີ່ຜ່ານມາ ສະມາຊິກສະພາແຫ່ງຊາດໄດ້ອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ເພື່ອສົ່ງເສີມການສ້າງເງື່ອນໄຂສະດວກສຳລັບການລົງທຶນ.ອ່ານຕໍ່ ...
ຂປລ