ການສື່ສານຄົມມະນາຄົມ

ພື້ນຖານໂຄງລ່າງດ້ານການຄົມມະນາຄົມ

ບໍລິສັດ ຫວຽດເທວ ຈະທົດສອບການໃຫ້ບໍລິການ 5G ໃນລາວ

ຫວຽດເທວ ບໍລິສັດໂທລະຄົມຍັກໃຫຍ່ ຈະທົດສອບການນຳໃຊ້ເຄືອຂ່າຍ 5G ໃນລາວໃນໄຕມາດທີ່ສີ່ນີ້ ເຊັ່ນດຽວກັບຢູ່ປະເທດກຳປູເຈຍ ແລະ ມຽນມາ.ບໍລິສັດຢູນິເທວ ເຊິ່ງເປັນເຄືອຂ່າຍບໍລິສັດດັ່ງກ່າວໃນລາວ ຈະເປັນຜູ້ປະກອບການເຄືອຂ່າຍລາຍທຳອິດໃນລາວ ທີ່ໃຫ້ບໍລິການ 5G, ຕາມບົດຂ່າວຂອງບໍລິສັດ ຫວຽດເທວ ໃນວັນອັງຄານນີ້.ຢູນິເທວ ໄດ້ໃຫ້ບໍລິການໃນລາວມາເປັນເວລາ 13 ປີແລ້ວ ແລະ ປະຈຸບັນກໍເປັນຜູ້ປະກອບການເຄືອຂ່າຍໂທລະສັບທີ່ໃຫຍ່ທີ່ສຸດໃນປະເທດ ເຊິ່ງມີຜູ້ນຳໃຊ້ 3 ລ້ານກວ່າຄົນ, ກວມ 56 ສ່ວນຮ້ອຍຂອງຕະຫຼາດໂທລະຄົມທົ່ວປະເທດ.ອ່ານຕໍ່  ...

Dat Nguyen
https://e.vnexpress.net/news/business/companies/viettel-to-test-5g-broadcast-in-laos-3993756.html

ສະຖານນີໂທລະພາບລາວເພີ່ມຄວາມຊັດແຈ້ງໃນການອອກອາກາດ ພາຍໃຕ້ການຊ່ວຍເຫຼືອເພື່ອຍົກລະດັບສູ່ລະບົບ HD ຈາກຈີນ

ຜູ້ຊົມໂທລະພາບທ້ອງຖິ່ນ ກຳລັງຈະໄດ້ຮັບຊົມພາບທີ່ແຈ້ງກວ່າເດີມ ພາຍຫຼັງການມອບຮັບໂຄງການຍົກລະດັບລະບົບໂທລະພາບຄວາມລະອຽດສູງ (HD) ສຳລັບສະຖານນີໂທລະພາບລາວ (LNTV) ຊ່ອງ 3 ທີ່ນະຄອນວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອຈາກຈີນ.ໂຄງການຍົກລະດັບມູນຄ່າ 63 ຕື້ກີບ (52 ລ້ານຢວນ) ແມ່ນການຍົກລະດັບອຸປະກອນເຕັກນິກມາດຕະຖານຂອງຊ່ອງ 3 ໃຫ້ເປັນລະບົບ HD, ເພື່ອເສີມຂະຫຍາຍຄຸນນະພາບການຜະລິດຂອງສື່ໂທລະພາບທ້ອງຖິ່ນ.ອາ່ນຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຫົວເຫວີຍເປີດຕົວເທັກໂນໂລຢີຄລາວ 5G - ຍຸກອະນາຄົດເປັນຄັ້ງທຳອິດໃນງານວາງສະແດງສິນຄ້າ ICT ລາວ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຮ່ວມກັບບໍລິສັດຫົວເຫວີຍ, ລາວໂທລະຄົມ ແລະ ຜູ້ປະກອນການພາກສ່ວນຕ່າງໆ ຈັດງານວາສງະແດງສິນຄ້າລາວ ICT EXPO 2019 ເຊິ່ງໄດ້ເໄຂຂຶ້ນຢ່າງເປັນທາງການ ໃນວັນອັງຄານນີ້ ທີ່ໂຮງແຮມດອນຈັນພາເລສ໌ ວຽງຈັນ.ໃຫ້ກຽດເຂົ້າຮ່ວມເປັນປະທານໃນໃນພິທີເປີດງານວາງສະແດງດັ່ງກ່າວມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/embrace-5g-cloud-future-huawei%E2%80%99s-wonderful-debut-lao-ict-expo-2019-99229

ຜູ້ປະກອບການໂທລະຄົມໃນລາວເບິ່ງທ່າແຮງໃນການພັດທະນາເຄືອຂ່າຍ 5G

ວຽງຈັນ (ວຽງຈັນທາມສ໌/ANN) – ກົມວິທະຍຸສື່ສານ ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ສືບຕໍ່ຫາລືກ່ຽວກັບການສ້າງຕັ້ງເຄືອຂ່າຍ 5G ໃນລາວຮ່ວມກັບຜູ້ໃຫ້ບໍລິການອິນເຕີເນັດວານນີ້.ໃນການຫາລືກ່ຽວກັບການກະກຽມຈັດຕັ້ງເຄືອຂ່າຍ 5G ດັ່ງກ່າວ, ຜູ້ໃຫ້ບໍລິການອິນເຕີເນັດກ່າວວ່າ ເຄືອຂ່າຍ 5G ຈະຊ່ວຍຊຸກຍູ້ກິດຈະກຳການຄ້າອອກລາຍຂອງລາວ ແລະ ເສີມຂະຫຍາຍການບໍລິການດ້ານອຸດສາຫະກຳ ແລະ ເທັກໂນໂລຢີ.ອ່ານຕໍ່ ...

ໂຕະຂ່າວ

ໂທລາວ, ລາວໂທລະຄົມຊ່ວຍໃນການສ້າງທຸລະກິດໄລຍະເລີ່ມຕົ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໂທລາວ, ຮ່ວມກັບບໍລິສັດລາວໂທລະຄົມຈຳກັດມະຫາຊົນ (ລາວໂທລະຄົມ) ໄດ້ຮ່ວມຈັດຕັ້ງວິສາຫະກິດເພື່ອແນໃສ່ຊ່ວຍເຫຼືອຜູ້ປະກອບການໜຸ່ມລາວ, ຜູ້ເລີ່ມຕົ້ນ ໃນການນຳໃຊ້ເທັກໂນໂລຢີດິຈິຕອລ໌ເພື່ອສ້າງທ່າແຮງສູງສຸດໃນການດຳເນີນທຸລະກິດຂອງເຂົາເຈົ້າ.ທັງສອງບໍລິສັດຄາດວ່າ ການດຳເນີນການດັ່ງກ່າວວ່າຈະເພີ່ມຍອດໃນການນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ. ທັງເຊື່ອວ່ານະວັດຕະກຳ ແລະ ການສ້າງສັນຂອງນັກທຸລະກິດໜຸ່ມຈະຊ່ວຍສົ່ງເສີມການພັດທະນາດ້ານເສດຖະກິດຂອງຊາດ.ອ່ານຕໍ່ ...

ໂຕະຂ່າວ

ລາວຈະພັດທະນາຂະແໜງການສື່ສານໂທລະຄົມໃຫ້ທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສົ່ງເສີມຂະແໜງໄປສະນີ ແລະ ໂທລະຄົມມະນາຄົມ ເພື່ອບັນລຸວິໄສທັດການພັດທະນາປະເທດໃຫ້ທັນສະໄໝ ທັງສົ່ງເສີມ ແລະ ຫັນປ່ຽນການຄຸ້ມຄອງຂອງພາກລັດ ຜ່ານການຫັນສູ່ດິຈິຕອລ.ທ່ານ (ປອ) ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ  ໄດ້ເຜີຍແຜ່ວິໄສທັດດັ່ງກ່າວໃນຄຳເຫັນການເປີດກອງປະຊຸມທົບທວນ ແລະ ວາງແຜນຂອງຂະແໜງການໄລຍະສອງວັນ ເຊິ່ງໄດ້ໄຂຂຶ້ນທີ່ວຽງຈັນໃນວັນຈັນນີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕະຫຼາດຈະເປັນຕົວຊີ້ວັດການໃຫ້ບໍລິການ 5G ໃນລາວ: ຕາມເຈົ້າໜ້າທີ່ໂທລະຄົມ

ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຈະອາໄສກົນໄກການຕະຫຼາດ ເພື່ອເປັນຕົວຊີ້ວັດວ່າປະເທດລາວຈະມີການບໍລິການ 5G, ຕາມເຈົ້າໜ້າທີ່ກະຊວວງ. ທ່ານ ປອ ທະລີສັກ ມະໂນທຳ, ອຳນວຍການສູນ E-Government ຂອງກະຊວງ ກ່າວຕໍ່ວຽງຈັນທາມສ໌ໃນອາທິດແລ້ວນີ້ວ່າ ທາງກະຊວງບໍ່ມີນະໂຍບາຍຈຳກັດການໃຫ້ບໍລິການ 5G ແຕ່ຢ່າງໃດ.ອ່ານຕໍ່   ...

ເອກະພອນ ພູທອນສີ

ລາວໂທລະຄົມຈະລົງທຶນ US$17 ລ້ານໂດລາເພື່ອຍົກລະດັບລະບົບເຄື່ອຂ່າຍ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມຈຳກັດ (LTC) ຜູ້ປະກອບການດ້ານໂທລະຄົມມະນາຄົມຊັ້ນນຳຂອງລາວ ມີແຜນທຸ້ມທຶນກວ່າ US$17 ລ້ານໂດລາ ເພື່ອຍົກລະດັບລະບົບເຄືອຂ່າຍ ແລະ ປັບປຸງການໃຫ້ບໍລິການ.ອ່ານຕໍ່ ...

ໂຕະຂ່າວ

ການຄ້າ E-Commerce ຈະຂະຫຍາຍຕົວຖ້າລາວມີການເຂົ້າເຖິງ ແລະ ເຊື່ອມຕໍ່ດິຈິຕອລໃນລາຄາທີ່ເໝາະສົມ

ລາວຕ້ອງກ້າວຂ້າມອຸປະສັກຕ່າງໆ ເຊັ່ນ ລາຄາ ແລະ ສັນຍານການເຊື່ອມຕໍ່, ພື້ນຖານໂຄງລ່າງ, ສິ່ງອຳນວນຄວາມສະດວກ ເພື່ອໃຫ້ການພັດທະນາ e-Commerce ໃນລາວສາມາດຊ່ວຍເຫຼືອແມ່ຍິງ, ທຸລະກິດຂະໜາດນ້ອຍ, ຜູ້ພິການ, ແລະ ຊຸມຊົນຫ່າງໄກສອກຫຼີກຕ່າງໆ ໃຫ້ໄດ້ຮັບປະໂຫຍດຈາກການຄ້າ ຕາມບົດລາຍງານຂອງທະນະຄານໂລກ.ເຕັກໂນໂລຊີ, ການຄ້າອອນໄລ ແລະ ການເຊື່ອມຕໍ່ເປັນຕົວສະແດງເຖິງສັກກະຍາພາບໃນການສົ່ງອອກສິນຄ້າ ແລະ ການບໍລິການຈາກລາວ, ລາວຕ້ອງທຳຄວາມເຂົ້າໃຈຕໍ່ອຸປະສັກເຫຼົ່ານີ້ໃຫ້ເລິກເຊິ່ງ ແລະ ສວຍໃຊ້ໂອກາດທີ່ມີໃຫ້ຫຼາຍທີ່ສຸດ, ຕາມບົດວິໄຈຂອງນັກການເງິນຫຼາຍຝ່າຍຂອງທະນາຄານໂລກ.ອ່ານຕໍ່  ...

The Laotian Times

ການເຊື່ອມຕໍ່ອອນໄລຂອງລາວຍັງຄົງຫຼ້າຫຼັງທຽບກັບປະເທດເພື່ອນບ້ານ ຕາມບົດລາຍງານຂອງທະນາຄານໂລກ

“ສປປ ລາວຍັງຫຼ້າຫຼັງຫຼາຍໃນແງ່ຂອງຄວາມສາມາດໃນການເຂົ້າເຖິງ, ຄຸນນະພາບ ແລະ ຄວາມສາມາດໃນການຈ່າຍສຳລັບການບໍລິການອິນເຕີເນັດ ເມື່ອທຽບກັບບັນດາປະເທດໃນພາກພື້ນ,” ຕາມບົດລາຍງານກ່ຽວກັບການເຊື່ອມຕໍ່ທາງດິຈິຕອລ.ການປະເມີນດັ່ງກ່າວແມ່ນມາຈາກ ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກກ່ຽວກັບການເຊື່ອມຕໍ່ອອນໄລ ທີ່ມີຊື່ວ່າ Digital Connectivity in Lao PDR: Lagging Behind Peers.“ການເຊື່ອມຕໍ່ທາງດິຈິຕອລ —ນັບແຕ່ການເຂົ້າເຖິງໄປສູ່ຄວາມສາມາດຈ່າຍ ແລະ ຄວາມໜ້າເຊື່ອຖືຂອງການບໍລິການອິນເຕີເນັດ— ແມ່ນປັດໄຈສຳຄັນຂອງການພັດທະນາດ້ານເສດຖະກິດ ແລະ ສັງຄົມ.”ອ່ານຕໍ່  ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vagLs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!