ລັດຖະບານ

ການພົວພັນຕ່າງປະເທດ

ລາວ ແລະ ຫວຽດນາມເພີ່ມທະວີການຮ່ວມມືດິຈິຕອລ

ລາວ ແລະ ຫວຽດນາມໄດ້ຕົກລົງຮ່ວມມືກັນໃນວຽກງານເຕັກໂນໂລຊີຂໍ້ມູນຂ່າວສານດິຈິຕອລຫຼັງຈາກຜ່ານຂໍ້ຕົກລົງຢູ່ວຽງຈັນ ໃນກອງປະຊຸມຫາລືກ່ຽວກັບບລ໊ອກເຊນໃນວັງອັງຄານທີ່ຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ-ຫວຽດນາມສັນຍາຮັດແໜ້ນສາຍພົວພັນ

ທ່ານ ປານຄຳ ວິພາວັນ ຮອງປະທານປະເທດລາວ ແລະ ຄູ່ຢ້ຽມຢາມ ທ່ານນາງ ດາງທິງ໋ອກຕິນ ຈາກຫວຽດນາມ ໄດ້ຕົກລົງກັນໃນມື້ວານນີ້ ວ່າຈະຮ່ວມມືກັນຮັດແໜ້ນສາຍສຳພັນເພື່ອນມິດ, ຄວາມສາມັກຄີພິເສດ ແລະ ການຮ່ວມມືແໜ້ນແຟ້ນລະຫວ່າງສອງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ມົງໂກລີ ແລະ ລາວ ປັບປຸງການຮ່ວມມືລັດຖະສະພາລະຫວ່າງປະເທດ

ສຳນັກຂ່າວເອເຄໄອດ໋ອດຄັອມ – ຫົວໜ້າວກຸ່ມມົງໂກນ-ລາວໃນລັດຖະສະພາ ທ່ານ ໂຍ ບາຕາບີເລັກ ຕ້ອນຮັບຄະນະຜູ້ແທນຈາກລາວເຊິ່ງນຳໂດຍ ທ່າານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າການກຸ່ມລາວ-ມົງໂກນໃນສະພາແຫ່ງຊາດ ທີ່ເດີນທາງຢ້ຽມຢາມປະເທດມົງໂກລີຕາມຄຳເຊື້ອເຊີນຂອງກະຊວງອາຫານ, ການກະເສດ ແລະ ອຸດສາຫະກຳເບົາ.ອ່ານຕໍ່ ...

ບັນນາທິການເອເຄໄອເພຣັສ໌

ເລີ່ມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະດັບພາກພື້ນ

ງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນພະຫັດທີ່ຜ່ານມາ ທີ່ມົນທົນຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງປະເທດຈີນ ແລະ ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂົ້າຮ່ວມໃນງານດັ່ງກ່າວມີ ຕົວແທນຈາກລາວເຊິ່ງນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານໄທຊ່ວຍເຫຼືອຜູ້ປະສົບເຄາະຈາກການຄ້າມະນຸດ

ລັດຖະບານໄທຕົກລົງສືບຕໍ່ສົ່ງເສີມການກໍ່ສ້າງສູນພັດທະນາສັງຄົມມິດຕະພາບລາວ-ໄທ ຢູ່ວຽງຈັນ ເພື່ອຊ່ວຍຜູ້ປະສົບເຄາະຈາກການຄ້າມະນຸດໃນລາວ. ໃນອາທິດນີ້ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະລາດຊະທູດໄທຄົນໃໝ່ປະຈຳລາວ ໄດ້ຢືນຢັນແຜນງົບປະມານການກໍ່ສ້າງຈຳນວນ 25 ລ້ານບາດໂດຍປະມານ ໃນໂອກາດຢ້ຽມຢາມ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນທາງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜູ້ນຳ ACMECS  ຈະທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ

ຜູ້ນຳປະເທດສະມາຊິກຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ຂອງ, ເອຍະວະດີ,​ ເຈົ້າພະຍາ (ACMECS) ຈະພົບປະກັນໃນກອງປະຊຸມສຸດຍອດຄັ້ງທີ 8 ຢູ່ບາງກອກ ປະເທດໄທ ໃນວັນທີ 15-16 ມີຖຸນານີ້ ເພື່ອທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ບັນດາຜູ້ນຳຍັງຈະປະຊຸມໃນກອງປະຊຸມສຸດຍອດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 9. ຄະນະຜູ້ແທນຈາກລາວທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີອ່ານຕໍ່ ...

ວຽງຈັນທາມສ໌

ລາວ ລຸກຊຳບວກສືບຕໍ່ຮັດແໜ້ນການຮ່ວມມື

ລັດຖະບານລາວ ແລະ ລຸກຊຳບວກ ໄດ້ຕົກລົງສືບຕໍ່ຮັດແໜ້ນມິດຕະພາບ,​ ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ. ໃນການພົບປະກັນລະຫວ່າງສອງຊາດໄດ້ມີການທົບທວນຄວາມຄືບໜ້າໃນການຮ່ວມມືໃນຊຸມປີທີ່ຜ່ານມາ ແລະ ໄດ້ມີການປຶກສາຫາລືແຜນການສົ່ງເສີມການຮ່ວມມືໃນຕໍ່ໜ້າ ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ-ບຣູໄນ ສືບຕໍ່ການຮ່ວມມືສອງຊາດ

ປະເທດລາວ ແລະ ບຣູໄນໄດ້ຕົກລົງກັນສືບຕໍ່ຮັດແໜ້ນສາຍພົວພັນຂອງສອງປະເທດ, ເຊິ່ງກວມເອົາຂົງເຂດການພັດທະນາຊັບພະຍາກອນມະນຸດ, ການຂົນສົ່ງທາງອາກາດ, ການຄວບຄຸມຢາເສບຕິດ, ແຮງງານ,​ ການແລກປ່ຽນວັດທະນະທຳ, ​ແລະ ການພັດທະນາແມ່ຍິງ. ອີງຕາມການລາຍງານຂອງກະຊວງການຕ່າງປະເທດຂອງລາວ,​ ທັງສອງຝ່າຍຍັງໄດ້ຕົກລົງແຜນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຟອກເງິນ ແລະ ການໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສະກັດກັ້ນການຈັດຕັ້ງການກໍ່ການຮ້າຍ.ອ່ານຕໍ່ ...

ວຽງຈັນທາມສ໌

ທູດກ່າວ: ນະໂຍບາຍການຕ່າງປະເທດໃໝ່ຂອງເກົາຫຼີຈະສົ່ງເສີມການຮ່ວມມືກັບອາຊຽນ ແລະ ລາວ

ທ່ານເອກອັກຂະລັດຖະທູດເກົາຫຼີປະຈຳລາວໄດ້ກ່າວວ່າ ນະໂຍບາຍການຕ່າງປະເທດສະບັບໃໝ່ຂອງສາທາລະນະລັດເກົາຫຼີ ຈະສົ່ງເສີມສາຍພົວພັນ ແລະ ການຮ່ວມມື ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ລວມທັງປະເທດລາວ. “ນະໂຍບາຍທາງໃຕ້ສະບັບໃໝ່” ພາຍໃຕ້ການນຳຂອງຄະນະລັດຖະບານຂອງປະທານມູນເຈອິນ ແມ່ນແນໃສ່ເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ ກັບສະມາຄົມປະຊາຊາດແຫ່ງອາຊີຕາເວນອອກສຽງໃຕ້ ທີ່ມີ 10 ປະເທດສະມາຊິກ ເຊິ່ງມີລາວເປັນໜຶ່ງໃນນັ້ນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ປະທານສະພາລາວ ແລະ ໄທ ໄດ້ປຶກສາຫາລືດ້ານສາຍພົວພັນ ແລະ ການຮ່ວມມື

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານ ພອນເພັດ ວິຈິດຊົລໄຊ ປະທານສະພາແຫ່ງຊາດໄທ ໄດ້ກ່າວຕົກລົງເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ,​ ໂດຍສະເພາະລະຫວ່າງສະພາສອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5FegP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!