ລາວ-ບຣູໄນ ສືບຕໍ່ການຮ່ວມມືສອງຊາດ

ປະເທດລາວ ແລະ ບຣູໄນໄດ້ຕົກລົງກັນສືບຕໍ່ຮັດແໜ້ນສາຍພົວພັນຂອງສອງປະເທດ, ເຊິ່ງກວມເອົາຂົງເຂດການພັດທະນາຊັບພະຍາກອນມະນຸດ, ການຂົນສົ່ງທາງອາກາດ, ການຄວບຄຸມຢາເສບຕິດ, ແຮງງານ,​ ການແລກປ່ຽນວັດທະນະທຳ, ​ແລະ ການພັດທະນາແມ່ຍິງ. ອີງຕາມການລາຍງານຂອງກະຊວງການຕ່າງປະເທດຂອງລາວ,​ ທັງສອງຝ່າຍຍັງໄດ້ຕົກລົງແຜນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຟອກເງິນ ແລະ ການໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສະກັດກັ້ນການຈັດຕັ້ງການກໍ່ການຮ້າຍ.

ອ່ານຕໍ່…

ວຽງຈັນທາມສ໌