ພື້ນທີ່ສະຫງວນ
ອຸດທະຍານແຫ່ງຊາດ ແລະ ເຂດຮັກສາພັນສັດປ່າ
ລູກເສືອຖຶກຍຶດໄດ້ຈາກການຄ້າສັດຢູ່ທີ່ປະເທດໄທ
ພາຍຫຼັງການສອບສວນຜົວເມຍຄູ່ໜຶ່ງ ເປັນເວລາຫຼາຍເດືອນຕາມຂໍ້ສົງໄສໃນເບື້ອງຕົ້ນ, ຕຳຫຼວດສາມາດຈັບຕົວພວກກ່ຽວໄດ້ ແລະ ຢຶດໄດ້ລູກເສືອ 4 ໂຕ ທີ່ຕົກໃນຂໍ້ຫາການລັກລອບຄ້າສັດປ່າຈາກປະເທດລາວ. ຕຳຫຼວດໄທໄດ້ທຳການສືບສວນຕັ້ງແຕ່ເດືອນກັນຍາ ເປັນຕົ້ນມາ, ໃນທີ່ສຸດ ເຈົ້າໜ້າທີ່ໄດ້ຈັບຕົວຜູ້ກ່ຽວ ແລະ ເມຍຂອງລາວ ແລະ ຊ່ວຍຊີວິດເສືອນ້ອຍ 4 ໂຕ ໃນວັນອັງຄານມື້ນີ້ ທີ່ແຂວງມຸກດາຫານຂອງໄທ. ອ່ານເພິ່ມເຕີມ ...
ພອນທຳ ວິຊັບລະ
ສປປ ລາວ ຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ
ລັດຖະບານຄາດຫວັງມີລາຍຮັບຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ ພາຍຫຼັງການເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ. ທ່ານ ຄຳແສນ ອຸ່ນຄຳ, ຮອງຫົວໜ້າກົມປ່າໄມ້ກ່າວໃນວັນພະຫັດວ່າ ລັດຖະບານໄດ້ເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ ໃນການຂາຍສິນເຊື່ອຄາບອນຈາກພື້ນທີ່ປ່າທີ່ໄດ້ທຳການອອກແບບໄວ້ສະເພາະ ຢູ່ທີ່ບັນດາ 6 ແຂວງທາງພາກເໜືອຂອງລາວເຊັ່ນ: ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ບໍແກ້ວ ແລະ ໄຊຍະບູລີ. ສືບຕໍ່ອ່ານ . ...
ຜູ້ສື່ຂ່າວທາມສ໌
ລາວຢືນຢັນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານສາກົນເພື່ອຜະເຊີນກັບສິ່ງທ້າທາຍໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ຍ້ອນວ່າປະເທດລາວຍັງມີຄວາມສ່ຽງກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ.ອ່ານຕໍ່ ...
News Desk
ຍຶດງາຊ້າງເຖື່ອນໄດ້ທີ່ຮ້ານຄ້າແຂວງຫຼວງພະບາງ
ຜະລິດຕະພັນງາຊ້າງກວ່າ 73 ກິໂລ ຖືກຍຶດໄດ້ຈາກຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງທີ່ແຂວງຫຼວງພະບາງ ແລະ ເຈົ້າຂອງຮ້ານຊາວຕ່າງຊາດຖືກກັກຕົວໃນຂໍ້ຫາຄ້າງາຊ້າງເຖື່ອນ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ແຂວງຈຳປາສັກຂະຫຍາຍເຂດອະນຸລັກໂລມາ
ອຳນາດການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານຫາງສະດຳ ແລະ ບ້ານຫາງຄອນ ໄດ້ຕົກລົງຂະຫຍາຍເຂດອະນຸລັກໂລມາແມ່ນ້ຳຂອງໃຫ້ໃຫຍ່ກວ່າເດີມ 7 ເທົ່າ. ນີ້ແມ່ນບາດກ້າວເພື່ອອະນຸລັກຈຳນວນປະຊາກອນໂລມາແມ່ຂອງ (ຫຼືວ່າໂລມາອີລະວະດີ) ທີ່ໃກ້ສູນພັນ.ອ່ານຕໍ່ ...
ວຽງຈັນທາມສ໌