ການຜະລິດໄຟຟ້າ

ເຂື່ອນໄຟຟ້ານ້ຳຕົກ

ຮອງນາຍົກລາວຊີ້ສາເຫດເຂື່ອນ PNPC ແຕກແມ່ນຍ້ອນການວາງແຜນບໍ່ດີ

ຮອງນາຍົກລັດຖະມົນຕີລາວຊີ້ແຈງວ່າ ຍ້ອນການວິໃຈດິນເຮັດບໍ່ໄດ້ດີຈຶ່ງເປັນສາເຫດໃຫ້ເຂື່ອນແຕກ, ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວ.ໃນກອງປະຊຸມກ່ຽວກັບນະໂຍບາຍສິ່ງແວດລ້ອມໃນອາທິດແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເຊິ່ງເປັນຫົວໜ້າຄະນະກຳມະການສືບສວນສອບສວນ ຫາສາເຫດທີ່ເຮັດໃຫ້ເກີດໄພພິບັດຈາກໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC), ລະບຸສາເຫດຂອງເຂື່ອນແຕກແມ່ນມາຈາກການຂາດການກວດກາຢ່າງເຂັ້ມງວດ.ອ່ານຕໍ່ ...

ພູວົງ

ກຳມະກອນລາວສາມຄົນເສຍຊີວິດໃນເຫດດິນເຈື່ອນໃນຂະນະຂຸດຮ່ອງເພື່ອເປັ່ງນ້ຳເຂົ້າເຂື່ອນ

ໃນອາທິດແລ້ວນີ້ ກຳມະກອນລາວສາມຄົນຖືກດິນເຈື່ອນຖົມ ໃນຂະນະຂຸດຄອງເພື່ອເປັ່ງນ້ຳຈາກຫ້ວຍເຂົ້າສູ່ເຂື່ອນທີ່ຢູ່ໃກ້ຄຽງ ພົບວ່າເສຍຊີວິດແລ້ວໃນອາທິດນີ້, ໃນຂະນະທີ່ກຳມະກອນຄົນທີສີ່ໄດ້ຮັດບາດເຈັບໜັກ, ຕາມແຫຼ່ງຂ່າວພາຍໃນປະເທດ.ກຳມະກອນລາວສາມຄົນ ໄດ້ເສຍຊີວິດຍ້ອນອຸບັດຕິເຫດທີ່ເກີດຂຶ້ນໃນວັນທີ 28 ກຸມພາ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ, ເຊິ່ງມີ ທ້າວຮັງ ອາຍຸ 41 ປິ ກຳມະກອນຈາກແຂວງສະຫວັນນະເຂດ, ທ້າວກ່ອຍ ອາຍຸ 35 ຊ່າງຈອດຈາກແຂວງສາລະວັນ ແລະ ທ້າວໂກ້ ອາຍຸ 32 ປີ ຊ່າງກົນຈາກສະຫວັນນະເຂດ.ອ່ານຕໍ່ ...

ແມັກຊ໌ ອາວາຣີ

ການທົບທວນຄວາມສ່ຽງໂຄງການເຂື່ອນໄຟຟ້ານ້ຳຕົກປາກລາຍຂອງລາວ

ວຽງຈັນ, ລາວ – ໃນຂະນະທີ່ໂຄງການກໍ່ສ້າງເຂື່ອນປາກລາຍພວມມີການດຳເນີນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ມີການຈັດກອງປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບມາດຕະການໃນການຄຸ້ມຄອງຄວາມສ່ຽງ.ບົດສະຫຼຸບຂໍ້ສະເໜີ ແລະ ຄຳແນະນຳ ກ່ຽວກັບການຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ແລະ ມາດຕະການການຄຸ້ມຄອງຄວາມສ່ຽງ ແລະ ຮ່າງບົດລາຍງານການທົບທວນດ້ານວິຊາການສະບັບສຸດທ້າຍ ແມ່ນນອນຢູ່ໃນຫົວຂໍ້ຫຼັກໃນການຫາລືຂອງກຸ່ມຄະນະກຳມະການຮ່ວມ (JCWG) ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອດຳເນີນຂະບວນການແຈ້ງ, ປຶກສາຫາລືລ່ວງໜ້າ ແລະ ຕົກລົງກ່ຽວກັບໂຄງການ (PNPCA).ອ່ານຕໍ່   ...

Expat Media Team

ໄທຊຸກຍູ້ໃຫ້ເຂື່ອນໄຊຍະຜະລິດກະແສໄຟຟ້າກ່ອນກຳນົດການ

ໄຊຍະບູລີ, ລາວ (ວຽງຈັນທາມສ໌/ANN) – ໄທຈະຊຸກຍູ້ໃຫ້ລາວທຳການອະນຸມັດການປະຕິບັດການຂອງໂຮງງານໄຟຟ້ານ້ຳຕົກທີ່ກຳລັງມີການກໍ່ສ້າງກ່ອນກຳນົດການ, ເພື່ອຫຼຸດຜ່ອນພາສີພະລັງງານໂດຍລວມ, ຕາມແຫຼ່ງຂ່າວຂອງໄທ.ຕາມແຫຼ່ງຂ່າວທີ່ສາມາດເຊື່ອຖືໄດ້, ສຳນັກຂ່າວ Bangkok Post ລາຍງານວ່າ ຄະນະກຳມາທິການຄຸ້ມຄອງພະລັງງານຂອງໄທ (ERC) ໄດ້ຊຸກຍູ້ໃຫ້ລັດຖະບານລາວ ເລັ່ງມືໃນການແຈກຈ່າຍກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານ້ຳຕົກໄຊຍະບູລີ ເຊິ່ງມີກຳນົດການເລີ່ມຕົ້ນການປະຕິບັດງານໃນວັນທີ 1 ຕຸລາປີນີ້.ອ່ານຕໍ່   ...

ເອກະພອນ ພູທອນສີ

ເລີ່ມເປີດສາກການຫາລືກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພພິບັດເຂື່ອນໃນລາວ

ອຳນາດການປົກຄອງຂອງລາວກ່າວວ່າ ໄດ້ມີການເລີ່ມເປີດສາກການເຈລະຈາກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ,  ແຕ່ວ່ານັກອະນຸລັກສິ່ງແວດລ້ອມ ແລະ ນັກສິດທິມະນຸດຕ້ອງການໃຫ້ເຈົ້າຂອງໂຄງການເຂື່ອນຊ່ວຍເຫຼືອນອກເໜືອຈາກການຈ່າຍເງິນ – ພວກເຂົາຄວນຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ.ຜູ້ລອດຊີວິດກວ່າ 7,000 ຄົນ ຈາກໄພພິບັດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືທາງພາກໃຕ້ຂອງລາວ ຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດມາເກືອບເຈັດເດືອນແລ້ວ.ອ່ານຕໍ່ ...

PRATCH RUJIVANAROM

ຜູ້ປະສົບໄພເຂື່ອນແຕກໃນລາວໄດ້ຮັບຄ່າທຳຂັວນ

ເງິນຈຳນວນ US$710,000 ໂດລາ (ກວ່າ 6 ຕື້ກີບ) ໄດ້ຮັບການເບີກຈ່າຍໃຫ້ແກ່ຄອບຄົວຜູ້ປະສົບໄພ 71 ຄົນທີ່ເສຍຊີວິດ ຫຼື ຍັງຄົງສູນຫາຍເນື່ອງຈາກເຫດສັນເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື.ຜູ້ປະສົບໄພຈຳນວນ 71 ຄົນດຈາກເຫດເສົ້າສະຫຼົດໃນເດືອນກໍລະກົດ 2018 ດັ່ງກ່າວລວມມີ 22 ຜູ້ສູນຫາຍ ແລະ 49 ຜູ້ເສຍຊີວິດ.ຄອບຄົວຂອງຜູ້ປະສົບເຄາະແຕ່ລະລາຍໄດ້ຮັບຄ່າທຳຂັວນຄອບຄົວລະ US$10,000 ໂດລາ ຕາມການແຈ້ງການຂອວສຳນັກງງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

Laos' dam disaster victims stare at uncertain future

Fears linger for livelihoods as new villages being built for Lao victims may not be suitable for agricultureTHE VICTIMS of the Xi Pian-Xe Namnoi Dam collapse may not be able to return to their normal lives any time soon because the locations of their new ...

Pratch Rujivanarom 

ກຸ່ມຜູ້ມີສ່ວນຮ່ວມສືບຕໍ່ຫາລືໂຄງການເຂື່ອນປາກລາຍ

(ຂປລ) ຜູ້ເຂົ້າຮ່ວມ 120 ກວ່າຄົນຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆໄດ້ປະຊຸມກັນທີ່ຫຼວງພະບາງໃນວັນທີ 17 ມັງກອນ ເພື່ອສືບຕໍ່ຫາລືກ່ຽວກັບແຜນໂຄງການເຂື່ອນໄຟຟ້າປາກລາຍ ໃນໂອກາດທີ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 2 ກ່ຽວກັບໂຄງການ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 6.  ໃນກອງປະຊຸມດັ່ງກ່າວ ໄດ້ມີການເກັບກຳຄຳແນະນຳຕ່າງໆເພື່ອເຮັດໃຫ້ໂຄງການເພີ່ມລະດັບຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...

ຂປລ

MRC ຈັດກອງປະຊຸມຫາລືກ່ຽວກັບເຂື່ອນປາກລາຍ

ຫຼວງພະບາງ:​ ມື້ວານນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດກອງປະຊຸມລະດັບພາກພື້ນ ເພື່ອໃຫ້ບັນດາຜູ້ມີສ່ວນຮ່ວມຫາລືກ່ຽວກັບລັກສະນະຫຼ້າສຸດຂອງເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍ.ລັດຖະບານລາວໄດ້ຮ້ອງຂໍໃນກາງປີກາຍນີ້ວ່າ ຄວນລິເລີ່ມຂະບວນການກ່ຽວກັບການປຶກສາຫາລືລ່ວງໜ້າ ກ່ຽວກັບໂຄງການເຂື່ອນໄຟຟ້າປາກລາຍທີ່ມີແຜນສ້າງມາເປັນທົດສະວັດແລ້ວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ໂຄງການເຂື່ອນໄຟຟ້ານ້ຳຕົກຂະໜາດຍັກແຫ່ງທຳອິດຂອງລາວດຳເນີນຮອດຂັ້ນຕອນສຸດທ້າຍຂອງການກໍ່ສ້າງ

ກົວລາ ລຳເປີ: ໂຄງການເຂື່ອນໄຟຟ້ານ້ຳຕົກຂອງລາວ ແມ່ນດຳເນີນມາຮອດຂັ້ນສຸດທ້າຍ ເຊິ່ງການຕິດຕັ້ງຈັກປັ່ນໄຟຊຸດທຳອິດຈະມີຂຶ້ນໃນເດືອນມີນາ ເຊິ່ງຈະຕາມມາດ້ວຍການທົດສອບຜະລິດກະແສໄຟຟ້າໃນເດືອນມິຖຸນາ-ກໍລະກົດນີ້.“ການກໍ່ສ້າງໂຄງການພະລັງງານໄຟຟ້ານ້ຳຕົກ ດອນສະໂຮງ ມາຮອດເດືອນທັນວາ 2018 ເຮັດສຳເລັດແລ້ວ 79%-80%”, ຕາມແຫຼ່ງບົດວິເຄາະຂ່າວຂອງ PublicInvest  ໃນວັນຈັນຜ່ານມານີ້.ອ່ານຕໍ່ ...

The Star Online

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UvFuX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!