ກຳມະກອນລາວສາມຄົນເສຍຊີວິດໃນເຫດດິນເຈື່ອນໃນຂະນະຂຸດຮ່ອງເພື່ອເປັ່ງນ້ຳເຂົ້າເຂື່ອນ

ໃນອາທິດແລ້ວນີ້ ກຳມະກອນລາວສາມຄົນຖືກດິນເຈື່ອນຖົມ ໃນຂະນະຂຸດຄອງເພື່ອເປັ່ງນ້ຳຈາກຫ້ວຍເຂົ້າສູ່ເຂື່ອນທີ່ຢູ່ໃກ້ຄຽງ ພົບວ່າເສຍຊີວິດແລ້ວໃນອາທິດນີ້, ໃນຂະນະທີ່ກຳມະກອນຄົນທີສີ່ໄດ້ຮັດບາດເຈັບໜັກ, ຕາມແຫຼ່ງຂ່າວພາຍໃນປະເທດ.

ກຳມະກອນລາວສາມຄົນ ໄດ້ເສຍຊີວິດຍ້ອນອຸບັດຕິເຫດທີ່ເກີດຂຶ້ນໃນວັນທີ 28 ກຸມພາ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ, ເຊິ່ງມີ ທ້າວຮັງ ອາຍຸ 41 ປິ ກຳມະກອນຈາກແຂວງສະຫວັນນະເຂດ, ທ້າວກ່ອຍ ອາຍຸ 35 ຊ່າງຈອດຈາກແຂວງສາລະວັນ ແລະ ທ້າວໂກ້ ອາຍຸ 32 ປີ ຊ່າງກົນຈາກສະຫວັນນະເຂດ.

ອ່ານຕໍ່…

ແມັກຊ໌ ອາວາຣີ