ການຄ້າ

ສິນຄ້າສົ່ງອອກ

ລາວດຳເນີນການສົ່ງອອກເຂົ້າສານຊຸດທຳອິດຕາມໂກຕາ ໄປປະເທດຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງໝໍ່ໆມານີ້ ລາວໄດ້ເລີ່ມສົ່ງອອກເຂົ້າສານງວດທຳອິດ ຈຳນວນ 1,100 ໂຕນ ໄປປະເທດຈີນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງກ່ຽວກັບໂກຕາການສົ່ງອອກເຂົ້າສານ 50,000 ໂຕນ ລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍາພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຂອງຈີນ (COFCO).ການສົ່ງອອກງວດທຳອິດນີ້ແມ່ນຈະດຳເນີນພາຍໃນເດືອນກໍລະກົດ ແລະ ສິງຫານີ້ ເຊິ່ງງວດຕໍ່ໄປຈະສືບຕໍ່ຈັດສົ່ງເພື່ອໃຫ້ໄດ້ຕາມເປົ້າໝາຍທັງໝົດພາຍໃນປີ 2021, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-exports-first-shipment-rice-quota-china-100658

ໂຄງການໃໝ່ເພື່ອສົ່ງເສີມການແຂ່ງຂັນການສົ່ງອອກສິນຄ້າທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການສົ່ງເສີມການແຂ່ງຂັນການສົ່ງອອກສິນຄ້າທາງພາກເໜືອຂອງລາວ (ECL) ໃໝ່ມີຈຸດປະສົງແນໃສ່ເພີ່ມທະວີການລົງທຶນໃນການສົ່ງອອກສິນຄ້າໃນຂະແໜງເປົ້າໝາຍ ເພື່ອປັບປຸງການສ້າງລາຍຮັບແບບຍືນຍົງສຳລັບຄົວເຮືອນທີ່ທຸກຍາກ, ໂດຍສະເພາະແມ່ນກຸ່ມແມ່ຍິງ.ເປົ້າໝາຍຂອງໂຄງການແມ່ນແນໃສ່ປັບປຸງການແຂ່ງຂັນການສົ່ງອອກສິນຄ້າໃນສາມແຂວງພາກເໜືອ ໂດຍສະເພາະແມ່ນແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນທ້ອງຖິ່ນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/new-project-promoting-export-competitiveness-northern-laos-99107

ລັດຖະບານຈະອຳນວຍຄວາມສະດວກໃຫ້ແກ່ທຸລະກິດການສົ່ງອອກ

ລັດຖະບານໄດ້ລຶບລ້າງທຸລະກິດການສົ່ງອອກສິນຄ້າບາງປະເພດ ອອກຈາກລາຍການທຸລະກິດຄວບຄຸມ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການສົ່ງອອກສິນຄ້າລາວສູ່ຕະຫຼາດຕ່າງປະເທດ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ຫຼ້າສຸດ ກະຊວງໄດ້ຖະແຫຼງວ່າ ລັດຖະບານຈະບໍ່ຈັດປະເພດການສົ່ງອອກສິນຄ້າບໍລິໂພກທົ່ວໄປເຂົ້າໃນລາຍການທຸລະກິດຄວາມຄຸມ. ນີ້ກໍໝາຍຄວາມວ່າຜູ້ສົ່ງອອກສິນຄ້າປະເພດດັ່ງກ່າວບໍ່ຈຳເປັນຕ້ອງຂໍອະນຸຍາດຈາກເຈົ້າໜ້າທີ່ ກ່ອນດຳເນີນການສົ່ງອອກສິນຄ້າ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວປັບຫຼຸດເປົ້າໝາຍລາຍຮັບຈາກການສົ່ງອອກນ້ຳຕານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ປັບຫຼຸດຄາດໝາຍລາຍຮັບການສົ່ງອອກນ້ຳຕານທຽບກັບຕົວເລກປີກາຍ ຫຼັງຈາກທີ່ລາຍຮັບປະຈຳປີຂອງການສົ່ງອອກສິນຄ້າດັ່ງກ່າວຫຼຸດລົງ.ໃນປີຜ່ານມາ ເປົ້າໝາຍການສົ່ງອອກນ້ຳຕານແມ່ນ US$92.4 ລ້ານກີບ, ແຕ່ວ່າລາຍຮັບລວມຕົວຈິງແມ່ນມີພຽງແຕ່ US$63.5 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ສຳລັບປີນີ້ ລາວໄດ້ຕັ້ງເປົ້າລາຍຮັບໄວ້ທີ່ US$85.5 ລ້ານໂດລາ, ເຊິ່ງເປັນອັດຕາທີ່ສູງກວ່າມູນຄ່າການສົ່ງອອກຂອງປີກາຍ ແຕ່ຍັງຕ່ຳກວ່າເປົ້າໝາຍປີກາຍ.ອ່ານຕໍ່ ...

ຄຳພອນ ສີວົງໄຊ

ລາວຄາດວ່າການສົ່ງອອກເຂົ້າຈະຫຼຸດລົງເນື່ອງຈາກໄພນ້ຳຖ້ວມໃນປີ 2018

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າລາຍຮັບຈາກການສົ່ງອອກເຂົ້າໃນປີ 2019 ຈະຫຼຸດລົງ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນທົ່ວປະເທດໃນປີຜ່ານມາ.ລາວວາງເປົ້າໝາຍການສົ່ງອອກເຂົ້າໃນປີຜ່ານມາທີ່ US$45.6 ລ້ານໂດລາ, ແຕ່ວ່າສາມາດບັນລຸໄດ້ພຽງ US$31.4 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລັດຖະບານຄາດວ່າຈະສ້າງລາຍຮັບຈາກການສົ່ງອອກເຂົ້າພຽງແຕ່ US$25.2 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍທຽບກັບຕົວເລກໃນປີຜ່ານມາ.ຜົນຜະລິດເຂົ້າໃນ 16 ແຂວງ ແມ່ນໄດ້ໜ້ອຍເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນລະດູຝົນປີກາຍ, ຕາມລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້. ປີກາຍນີ້ ພື້ນທີ່ປູກເຂົ້າຈຳນວນ 101,000 ເຮັກຕາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຄິດເປັນ 12% ຂອງເນື້ອທີ່ປູກເຂົ້າທັງໝົດ 817,800 ເຮັກຕາ.ອ່ານຕໍ່ ...

ໂຕະຂ່າວ

ລາວໝາຍເພີ່ມການສົ່ງອອກສິນຄ້າໄປຈີນ ແລະ ຫຼຸດຜ່ອນການນຳເຂົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຍອດການສົ່ງອອກສິນຄ້າຂອງລາວໄປຈີນໃນປີນີ້ຄາດວ່າຈະເພີ່ມຂຶ້ນເປັນ  US$1,510 ລ້ານໂດລາ, ໃນຂະນະທີ່ການນຳເຂົ້າຈະຫຼຸດລົງເປັນ US$985 ລ້ານໂດລາ, ຕາມການຄາດຄະເນຫຼ້າສຸດຂອງກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີຜ່ານມາ ລາວວາງແຜນບັນລຸຍອດການສົ່ງອອກສິນຄ້າໄປຈີນໃຫ້ໄດ້ US$1,478 ລ້ານໂດລາ ແຕ່ວ່າສາມາດບັນລຸໄດ້ພຽງແຕ່ US$1,406 ລ້ານໂດລາ, ແລະ ຄາດຄະເນມູນຄ່າການນຳເຂົ້າຢູ່ທີ່ US$945 ລ້ານໂດລາ ແຕ່ວ່າການນຳເຂົ້າຕົວຈິງແມ່ນມີເຖິງ US$1,381 ລ້ານໂດລາ.ອ່ານຕໍ່ ...

ໂຕະຂ່າວ

ສິນຄ້າສົ່ງອອກໃນນິຄົມອຸດສາຫະກຳສະຫວັນຕັ້ງເປົ້າເພີ່ມຂຶ້ນ 15-20%

ວຽງຈັນ (ວຽງຈັນທາມສ໌/ANN) – ສິນຄ້າຂາອອກຈາກນິຄົມອຸດສາຫະກຳສະຫວັນ (ເຂດ C) ໃນເຂດເສດຖະກິດພິເສດສະຫວັນ-ເຊໂນ (SEZ) ແຂວງສະຫວັນນະເຂດ ຄາດວ່າຈະເພີ່ມຂຶ້ນປະມານ 15-20% ໃນປີນີ້ ເນື່ອງຈາກຄວາມສາມາດໃນການຜະລິດເພີ່ມຂຶ້ນ.ນິຄົມອຸດສາຫະກຳສະຫວັນບັນລຸການສົ່ງອອກສິນຄ້າກວ່າ US$400 ລ້ານໂດລາໃນປີຜ່ານມາ ແລະ ຄາດວ່າຕົວເລກດັ່ງກ່າວຈະເພີ່ມເປັນປະມານ US$500 ລ້ານໂດລາໃນປີນີ້, ຕາມການເປີດເຜີຍຫຼ້າສຸດຂອງທ່ານ ທີຈີເຊັງ ຜູ້ຈັດການໃຫຍ່ຂອງນິຄົມອຸດສາຫະກຳສະຫວັນ ເຂດເສດຖະກິດພິເສດສະຫວັນ-ເຊໂນ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ຜະລິດເຟີນີເຈີລາວປະສົບຂໍ້ຫຍຸ້ງຍາກດ້ານການຄ້າຂາອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນີເຈີລາວຮ້ອງຂໍໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອໃນທຸກຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ເຟີນີເຈີ ທີ່ສັ່ງຊື້ໂດຍລູກຄ້າຕ່າງປະເທດໃນງານວາງສະແດງສິນຄ້າຕ່າງໆໃນລາວ.ຜູ້ຜະລິດຜະລິດຕະພັນໄມ້ ແລະ ເຟີນີເຈີລາວ ໄດ້ຜະເຊີນຂໍ້ຫຍຸ້ງຍາກຫຼາຍຢ່າງ ໃນການສົ່ງອອກຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຫຼັງຈາກທີ່ລັດຖະບານລາວໄດ້ມີຄຳສັ່ງຈຳກັດຂະໜາດຂອງຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ພາຍໃຕ້ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ໂຄງການສົ່ງເສີມການສົ່ງອອກ ແລະ ຫຼຸດຜ່ອນຄວາມທຸກຍາກທາງພາກເໜືອ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າ ແລະ  ໂຄງການໂຄງສ້າງການເສີມຂະຫຍາຍການລວມສູນທາງການຄ້າ (EIF) ໄດ້ເປີດຕົວວຽກງານໃໝ່ໃນການເພີ່ມທະວີການສົ່ງອອກຂອງປະເທດ ແລະ ສົ່ງເສີມການລົງທຶນໃນການຂະຫຍາຍທຸລະກິດ.ຂະແໜງການເປົ້າໝາຍໃນສາມແຂວງພາກເໜືອຂອງລາວ ເຊິ່ງການພັດທະນາຈະແນໃສ່ການເພີ່ມລາຍຮັບໂດຍກົງໃຫ້ແກ້ຄອບຄົວຜູ້ທຸກຍາກ ໂດຍສະເພາະແມ່ນແມ່ຍິງ, ແລະ ການລົງທຶນມູນຄ່າ US$1.8 ລ້ານໂດລາແມ່ນແນໃສ່ເສີມຂະຫຍາຍຜະລິດຕະພາບຂອງທຸລະກິດກະສິກຳ ແລະ ຫັດຖະກຳ.ອ່ານຕໍ່ ...

ໂຕະຂ່າວ

ໄທຈະປ່ຽນຈາກການ​ເປັນ​ຜູ້​ຊື້ ໄຟ​ຟ້າເທົ່າ​ນັ້ນ ໄປ​ເປັນ​ຜູ້​ຮ່ວມ​ສົ່ງ​​ໄຟ​ຟ້າ​ຈາກ​ລາວໄປ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​ໄທ​ບໍ່​ມີ​ແຜນ​ການ​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ເພີ້ມ​ຂຶ້ນ ແຕ່​ຈະ​ພັດ​ທະ​ນາ​ໂຄງ​ຂ່າຍ​ເພື່ອ​ຮອງຮັບການ​ສົ່ງ​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ຜ່ານ​ໄທ ໄປ​ມາ​ເລ​ເຊຍ-ສິງ​ກະ​ໂປ.ອ່ານຕໍ່ ...

ບັນນາທິການວີໂອເອ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

psBkw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!