ການຄ້າ

ສິນຄ້າສົ່ງອອກ

ສປປ ລາວ ຂາດດຸນການຄ້າຕໍ່າສຸດ 13 ລ້ານໂດລາສະຫະລັດ ໃນເດືອນມັງກອນ

ການຂາດດຸນການຄ້າໃນລາວເພີ່ມຂຶ້ນເປັນ 233 ລ້ານໂດລາສະຫະລັດໃນເດືອນກັນຍາ 2022 ແຕ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ນັ້ນມາ. ​ໃນ​ເດືອນ​ມັງກອນ​ປີ​ນີ້, ມູນ​ຄ່າ​ລວມທາງການ​ຄ້າ​ຂອງ​ລາວ​ມີ​ເຖິງ 935 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນໄດ້ຈາກການ​ສົ່ງ​ອອກ 461 ລ້ານ​ໂດ​ລາ​ສະຫະລັດ ​ແລະ ນຳເຂົ້າ 474 ລ້ານ​ໂດ​ລາ​ສະຫະລັດ.ສິນຄ້າສົ່ງອອກຕົ້ນຕໍໃນເດືອນມັງກອນປະກອບມີມັນຕົ້ນ, ຄໍາ, ແຮ່ຄໍາ, ໂພແທດຊຽມຄລໍລິນ, ເຈ້ຍ ແລະ ຜະລິດຕະພັນທີ່ເຮັດຈາກເຈ້ຍ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ເນື້ອເຍື່ອໄມ້, ເສດເຈ້ຍ, ນໍ້າຕານ, ແລະ ແຮ່ເຫຼັກ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ສປປ ລາວ ຂາດດຸນການຄ້າ 23 ລ້ານໂດລາ ໃນເດືອນທັນວາ

ອີງຕາມການລາຍງານຂອງກົມການຄ້າຂອງລາວ ໄດ້ບັນທຶກການຂາດດຸນການຄ້າ 23 ລ້ານໂດລາໃນເດືອນທັນວາ, ເຊິ່ງຫຼຸດລົງຢ່າງຫຼວງຫຼາຍກ່ວາການຂາດດຸນການຄ້າ 45 ລ້ານໂດລາແລະ 230 ລ້ານໂດລາທີ່ລາຍງານໃນເດືອນພະຈິກ ແລະ ເດືອນຕຸລາຕາມລໍາດັບ.ຍອດ​ມູນ​ຄ່າ​ການ​ຄ້າ​ທົ່ວ​ໄປ​ບັນລຸ 1.088 USD ​ໃນ​ເດືອນ​ທັນວາ​ປີ​ກາຍ, ​ໃນ​ນັ້ນ​ມີ​ການ​ສົ່ງ​ອອກ 532 ລ້ານ USD ​ແລະ ການ​ນຳ​ເຂົ້າ​ບັນລຸ 556 ລ້ານ USD.ສິນຄ້າສົ່ງອອກທີ່ສຳຄັນຂອງເດືອນປະກອບມີ ແຮ່ຄຳ, ແຮ່ເຫຼັກ, ຜະລິດຕະພັນກະດາດ, ໂພແທດຊຽມຄລໍຣີດ, ນ້ຳຕານ, ເຄື່ອງນຸ່ງຫົ່ມ, ປູຢາງ, ມັນຕົ້ນ, ແລະກ້ວຍ. ອ່ານເພິີ່ມເຕີມ ...

ພອນທຳ ວິຊັບລະ

ລະບົບການນຳໃຊ້ລະບົບແຈ້ງພາສີປະຕູດຽວຂອງລາວຕາມຊາຍແດນສາກົນ

ການນຳໃຊ້ລະບົບແຈ້ງພາສີປະຕູດຽວຂອງລາວ (LNSW) – ແພັດຟອມລະບົບຄອມພິວເຕີທີ່ເປັນເອກະລັກໂດຍ- ກຳລັງມີຜົນບັງຄັບໃຊ້ຢ່າງເຕັມທີ່ ເພື່ອຄວາມສະດວກ ແລະ ກະຕຸ້ນການນຳເຂົ້າ, ການສົ່ງອອກ ແລະ ການຂົນສົ່ງສິນຄ້າ ແລະ ສິນຄ້າທຸກຢ່າງຢູ່ທຸກຊາຍແດນ ແລະ ສະໜາມບິນໃນລາວ. ເມື່ອບໍ່ດົນມານີ້ກະຊວງການເງິນໄດ້ອອກແຈ້ງການ ເພື່ອແຈ້ງກ່ຽວກັບການນຳໃຊ້ລະບົບ ແຈ້ງພາສີປະຕິດຽວ ນັບແຕ່ວັນທີ 23 ກຸມພາ (ຈັນ-ສຸກ) ເປັນຕົ້ນໄປ. ການຝຶກອົບຮົມການນຳໃຊ້ລະບົບດັ່ງກ່າວ ແມ່ນໄດ້ຈັດຂື້ນໂດຍ ບໍລິສັດ BIVAC Lao ຈຳກັດ, ເຊິ່ງເປັນຄູ່ຮ່ວມມືກັບກະຊວງໃນການຈັດຕັ້ງປະຕິບັດ ໂດຍບໍ່ເສຍຄ່າໃຊ້ຈ່າຍ. ສືບຕໍ່ອ່ານ  ...

ສຸກສາຄອນ ແວນແກ້ວ

ປະເທດລາວຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ແຂວງເຊກອງ

ປະເທດລາວ ຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ທາງພາກໃຕ້ຂອງລາວ ໂດຍມີຈຸດປະສົງເພື່ອການສົ່ງໄຟຟ້າອອກຂາຍໃຫ້ປະເທດກຳປູເຈຍ. ວຽງຈັນທາມສ໌ ໄດ້ລາຍງານວ່າການສ້າງໂຮງໄຟຟ້າຖ່ານຫີນສອງແຫ່ງດັ່ງກ່າວ ແມ່ນຈະເລິ່ມຕົ້ນຂື້ນໃນທ້າຍປີຢູ່ທີ່ແຂວງຊຽງຂວາງ ຊຶ່ງຈະໄດ້ເຮັດໃນຮູບແບບອອນລາຍ ແລະ ເລິ່ມສົ່ງພະລັງງານໃຫ້ປະເທດກຳປູເຈຍໃນປີ 2025. ອ່ານຕໍ່   ...

ລັດສະໝີ ພອນວິໄລ

ການຂາດດຸນການຄ້າຂອງລາວບັນລຸ 78 ລ້ານໂດລາສະຫະລັດໃນເດືອນທັນວາປີ 2020

ປະເທດລາວມີການຂາດດຸນການຄ້າເຖິງ 78 ລ້ານໂດລາສະຫະລັດໃນເດືອນທັນວາປີ 2020, ອີງຕາມຂໍ້ມູນຫຼ້າສຸດຈາກເວັບໄຊທ໌ການຄ້າ ສປປ ລາວ.ບົດລາຍງານກ່າວວ່າການສົ່ງອອກຂອງລາວໃນເດືອນທັນວາມີມູນຄ່າ 468 ລ້ານໂດລາສະຫະລັດ, ໃນຂະນະທີ່ມູນຄ່າການນຳເຂົ້າແມ່ນ 546 ລ້ານໂດລາສະຫະລັດ.ອ່ານຕໍ່  ...

ສຳນັກຂ່າວເດີສະຕາ

ສ ປປ ລາວ ກຽມສົ່ງອອກພະລັງງານແສງອາທິດ ຈາກ ນະຄອນຈຳປາສັກ

ລາວຊຽນທາມສ໌- ລັດຖະບານລາວ ໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດເມືອງໂຂງພະລັງງານສະອາດ ໃນການກໍ່ສ້າງພະລັງງານແສງອາທິດ ຢູ່ທີ່ເມືອງໂຂງ, ນະຄອນຈຳປາສັກ. ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນສຳເລັດການສຳຫຼວດຄວາມເປັນໄປໄດ້ ແລະ ຈະກາຍເປັນການສ້າງພະລັງງານແສງອາທິດເທື່ອທຳອິດຂອງລາວ ທີ່ຈະສົ່ງໄປປະເທດກຳປູເຈຍ. ອ່ານເພິ່ມເຕີມ..    ...

Phayboune Thanabouasy

ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ເພິ່ມຂື້ນໃນຊ່ວງພະຍາດລະບາດໂຄວິດ-19

(ຂ່າວສັ້ນຊິນຫົວ)- ປີ 2019, ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ໃນ 9 ເດືອນທຳອິດ ມີມູນຄ່າ 757.4 ລ້ານໂດລາສະຫະລັດ, ຊຶ່ງເພິ່ມຂື້ນປະມານ 758 ລ້ານ ໂດລາສະຫະລັດ ອີງຕາມຂໍ້ມູນຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ. ສສ.ຫວຽດນາາມ ຍັງຄົງເປັນໜຶ່ງໃນສາມປະເທດຄູ່ຮ່ວມການຄ້າ ແລະ ການລົງທຶນ ລາຍໃຫຍ່ຂອງປະເທດລາວ, ເຊັ່ນດຽວກັບ ປະເທດໄທ ແລະ ຈີນ.ອ່ານຕໍ່.  ...

huaxia

ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201

ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ

(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037

ລັດຖະບານດຳເນີນບາດກ້າວເພື່ອເຈາະຕະຫຼາດການຄ້າຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເປີດໄຟຂຽວໃຫ້ແກ່ບໍລິສັດຈີນ ໃນການພັດທະນາພື້ນຖານໂຄງລ່າງທີ່ກ່ຽວຂ້ອງເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນໃນຂະແໜງກະສິກຳ ເພື່ອຫວັງສົ່ງເສີມການສົ່ງອອກສິນຄ້າໄປປະເທດຈີນ.ບາດກ້າວດັ່ງກ່າວແມ່ນສ່ວວນໜຶ່ງຂອງການກະກຽມຂອງລັດຖະບານໃນການລົງທຶນກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ມູນຄ່າ 5.9 ຕື້ໂດລາ ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2021.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-takes-active-steps-penetrate-chinese-market-100655

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5jSNn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!