ເສດຖະກິດ ແລະ ການຄ້າ

ຈະຈັດກອງປະຊຸມວິຊາການເພື່ອຫາລືກ່ຽວກັບການເຂົ້າເຖິງແຫຼ່ງທຶນຂອງທຸລະກິດ SME

(ຂປລ) ອົງການຮ່ວມມືດ້ານການເງິນສາກົນ-IFC , ໜຶ່ງໃນສະມາຊິກກຸ່ມທະນາຄານໂລກ ຈະຈັດກອງປະຊຸມວິຊາການຂະໜາດໃຫຍ່ ເພື່ອໃຫ້ບັນດາຕົວແທນຈາກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ຊ່ຽວຊານທາງດ້ານການເງິນ ຮ່ວມຫາລືວິທີການໃນການປັບປຸງການເຂົ້າເຖິງແຫຼ່ງທຶນຂອງ SMEs ທ້ອງຖິ່ນ.ອ່ານຕໍ່ ...

ບັນນາທິການ ຂປລ

ລາວໝາຍຕາຕະຫຼາດພັນທະບັດຈີນ

ວຽງຈັນ, 13 ພະຈິກ (ຊິນຫົວ) — ລັດຖະບານລາວສຶກສາຄວາມເປັນໄປໄດ້ໃນການອອກພັນທະບັດໃນຕະຫຼາດຈີນ ເພື່ອສ້າງແຫຼ່ງທຶນໃນໂຄງການລົງທຶນ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ເງິນລາວຕໍ່ສຳນັກຂ່າວທ້ອງຖິ່ນວຽງຈັນທາມສ໌.ອ່ານຕໍ່ ...

mmm

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທ

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທບາງກອກ, 12 ພະຈິກ (ຊິນຫົວ) — ໃນວັນຈັນທີ່ຜ່ານມາໄດ້ມີການຍຶດຫົວຜັກບົ່ວແດງ ແລະ ຜັກທຽມທີ່ກວດພົບວ່າລັກລອບຂົນຂ້າມນ້ຳຂອງຈາກຝັ່ງລາວ ທີ່ຕະຫຼາຍຊາຍແດນໄທ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ.ໄດ້ມີການຍຶດຫົວຜັກບົ່ວແດງຈຳນວນ 1.7 ໂຕນ ແລະ ຜັກທຽມອີກ 1.4 ໂຕນທີ່ຂົນມາເທິງລົດກະບະສອງຄັນ ທີ່ຕະຫຼາດຊາຍແດນ ອຳເພີທາດພະນົມ ຈັງຫວັດນະຄອນພະນົມ ທາງທິດຕາເວັນອອກສຽງເໜືອຂອງໄທຫ່າງຈາກບາງກອກ 737 ກມອ່ານຕໍ່ ...

ຊູຊິນ

ຈີນຈະສ້າງເຂດການຄ້າຮ່ວມກັບໄທ ແລະ ລາວເພື່ອຫຼຸດຜ່ອນພາສີ

ຈີນຈະສົ່ງເສີມສາຍພົວພັນຮ່ວມກັບສອງຊາດແມ່ຂອງເພື່ອຮັບມືກັນສົງຄາມການຄ້າບາງກອກ — ໃນຂະນະທີ່ສົງຄາມການຄ້າກັບອາເມລິກາກຳລັງດຸເດືອດ, ຈີນກຳລັງຊອກຫາຊ່ອງທາງໃນການຮັດແໜ້ນສາຍພົວພັນທາງການຄ້າກັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງໃນອາຊີຕາເວັນອອກສຽງໃຕ້ ໂດຍການຈັດຕັ້ງເຂດການຄ້າປອດພາສີຢູ່ເຂດຊາຍແດນລະຫວ່າງປະເທດໄທ ແລະ ປະເທດລາວ.ອ່ານຕໍ່ ...

ອາພອນຣັດ ພູນພົງພິພັດ

ລາວມີແຜນຄືນສູ່ຕະຫຼາດພັນທະບັດເງິນບາດ

ສິງກະໂປ, 7 ພະຈິກ (IFR) – ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງໄດ້ຮັບການຈັດອັນດັບ BBB+ ຈາກ Tris, ຈະກັບຄືນສູ່ຕະຫຼາດພັນທະບັດເງິນບາດ ເຊິ່ງມີແຜນຈະເພິ່ມວົງເງິນເປັນ 7 ຕື້ບາດ (215.3 ລ້ານໂດລາສະຫະລັດ) ໃນເດືອນນີ້.ຜູ້ນຳໃນຂໍ້ຕົກລົງດັ່ງກ່າວມີທະນາຄານບາງກອກ ແລະ ທະນາຄານທະນະຊາດ.ອ່ານຕໍ່ ...

ຣອຍເຕີ

ນາຍົກທອງລຸນສົ່ງເສີມຜະລິດຕະພັນລາວໃນງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນທີ່ຊຽງໄຮ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເດີນທາງໄປເມືອງຊຽງໄຮເມືອງເອກທາງດ້ານເສດຖະກິດຂອງຈີນ ເພື່ອສົ່ງຜ່ານຂໍ້ຄວາມສົ່ງເສີມຜະລິດຕະພັນລາວໃນນາມຂອງນັກວາງນະໂຍບາຍ ແລະ ຜູ້ປະກອບການຂອງລາວ ເພື່ອຍົກສູງການສົ່ງເສີມການເຊື່ອມຕໍ່ ໄປສູ່ໜ້າຕະຫຼາດຜູ້ບໍລິໂພກທີ່ກວ້າງຂວາງ ໃນງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ລາວຫຼຸດອັນດັບລົງ 13 ຂັ້ນກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດໃນທົ່ວໂລກ

ລາວຫຼຸດອັນດັບລົງ 13 ຂັ້ນມາຢູ່ໃນອັນດັບທີ 154 ໃນການຈັດລະດັບຄວາມສະດວກໃນການດຳເນີນທຸລະກິດທົ່ວໂລກ (EODB) ເຖິງແມ່ນວ່າລັດຖະບານໄດ້ສຸມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ຄະແນນ EODB ຂອງປະເທດລາວໃນປີນີ້ແມ່ນ 51.26 ຄະແນນ, ເພີ່ມຂຶ້ນ 11% ທຽບກັບປີກາຍ, ອີງຕາມດັດສະນີການຈັດອັນດັບ EODB ປະຈຳປີຫຼ້າສຸດຂອງທະນາຄານໂລກ ເຊິ່ງທຳການສຳຫຼວດເສດຖະກິດໃນ 190 ປະເທດທົ່ວໂລກ. ການຈັດອັນດັບໃນປີນີ້ໄດ້ມີການເຜີຍແຜ່ຜ່ານທາງເວັບໄຊຂອງທະນາຄານໂລກ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຈີນເລີ່ມສົ່ງອອກນຳມັນໃຫ້ລາວ

ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...

ຢາງ ຢີ້

ທະນາຄານໂລກສົ່ງເສີມການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ບັນດາບໍລິສັດ ແລະ ຄົວເຮືອນໃນລາວຈະໄດ້ຮັບຜົນປະໂຫຍດຈາກການປະຕິຮູບທາງດ້ານສະພາບແວດລ້ອມເພື່ອການດຳເນີນທຸລະກິດ, ເຊັ່ນ ການຫຼຸດຈຳນວນວັນທີ່ຕ້ອງໃຊ້ເພື່ອສ້າງຕັ້ງທຸລະກິດ ໂດຍຜ່ານໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າ ສປປ ລາວ.ຂໍ້ຕົກລົງມູນຄ່າ 10 ລ້ານໂດລາ ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ ໄດ້ຮັບການລົງນາມວານນີ້ທີ່ວຽງຈັນອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານຍົກເລີກຂັ້ນຕອນການຂໍໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ

ນັບແຕ່ປີໜ້າເປັນຕົ້ນໄປ ຜູ້ນຳເຂົ້າເຫຼັກ ແລະ ຊີມັງໃນລາວບໍ່ຈຳເປັນຕ້ອງຂໍໃບອະນຸຍາດໃນການນຳເຂົ້າ ຫຼັງຈາກທີ່ລັດຖະບານອອກຄຳສັ່ງຍົກເລີກຂັ້ນຕອນໃນການຂໍໃບອະນຸຍາດ.ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ນຳໃຫ້ບັນດາພະແນກອຸດສະຫະກຳ ແລະ ການຄ້າໃນທົ່ວປະເທດ ໃນການຢຸດຕິການອອກໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ.ໃນອະນາຄົດ, ການນຳເຂົ້າຜະລິດຕະພັນເຫຼັກ ແລະ ຊີມັງຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີທີ່ປະຈຳຢູ່ດ່ານຊາຍແດນປະເທດ ຕາມລະບຽບການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Mbyyf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!