ເສດຖະກິດ ແລະ ການຄ້າ

ນາຍົກໃຫ້ຄຳໝັ້ນໃນການເພີ່ມທະວີການປັບປຸງສະພາບແວດລ້ອມການເຮັດທຸລະກິດ ເນື່ອງຈາກປະເທດລາວຖືກຫຼຸດອັນດັບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດ (ສພຊ) ວ່າ ລັດຖະບານຈະເພີ່ມທະວີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຫຼັງຈາກທີ່ປະເທດລາວຖືກຫຼຸດອັນດັບລົງ 13 ລະດັບກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທະນາຄານເອັກຊິມແຫ່ງປະເທດໄທເປີດສຳນັກງານຕົວແທນທີ່ວຽງຈັນ

(ຂປລ) ທະນາຄານເພື່ອການສົ່ງອອກ-ນຳເຂົ້າ (ເອັກຊິມ) ແຫ່ງປະເທດໄທໄດ້ເປີດສຳນັກງານຕົວແທນປະຈຳວຽງຈັນຢ່າງເປັນທາງການ ໃນວັນທີ 30 ພະຈິກນີ້ ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານ ກ່ຽວກັບການສ້າງປຶກແຜ່ນທາງດ້ານການຄ້າ ແລະ ການລົງທຶນໃນພາກພື້ນລຸ່ມແມ່ນ້ຳຂອງ ເຊິ່ງລວມມີປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ອ່ານຕໍ່  ...

ບັນນາທິການ ຂປລ

ສະມາຊິກສະພາແຫ່ງຊາດບໍ່ເຫັນດີກັບການປ່ອຍສິນເຊື່ອສຳລັບທຸລະກິດ SMEs

ລັດຖະບານສາມາດລະດົມທຶນຈາກແຫຼ່ງອື່ນເພື່ອສະໜອງໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແທນການປ່ອຍສິນເຊື່ອ ເຊິ່ງເປັນການເພີ່ມນີ້ສິນຂອງຊາດ. ນີ້ແມ່ນຄວາມເຫັນຂອງທ່ານນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດຈາກວຽງຈັນ ເຊິ່ງບໍ່ເຫັນດີກັບແຜນຂອງທະນາຄານແຫ່ງ ສປປ ລາວ ໃນການກູ້ຢືມເງິນຈາກທະນາຄານຈີນເພື່ອປ່ອຍກູ້ໃຫ້ແກ່ທຸລະກິດ SMEs.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເຄບີແບັງພ້ອມທີ່ຈະໃຫ້ບໍລິການທະນາຄານຜ່ານທາງມືຖືໃນລາວ

ທະນາຄານກະສິກອນຈຳກັດມະຫາຊົນ (ເຄບີແບັງ) ມີແຜນສົ່ງເສີມທຸລະກິດໃນລາວ ໂດຍການຂໍອະນຸຍາດເປີດຕົວການບໍລິການທະນະຄານຜ່ານໂທລະສັບມືຖື ແລະ ລະບົບດິຈິຕອລ ເພື່ອສົ່ງເສີມການຂະຫຍາຍທຸລະກິດໃຫ້ໄດ້ 15 ເປີເຊັນໃນປີ 2019, ຕາມການເປີດເຜີຍຂອງທ່ານ ພັດທະນະພົງ ຕັນສົມບູນ ຮອງປະທານລະດັບໜຶ່ງຂອງ ເຄບີແບັງ.ອ່ານຕໍ່ ...

ສົມລັກ ສີມະລີ

ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ

ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank  ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້  18 ຕື້ບາດໄທ.ອ່ານຕໍ່ ...

The Nation

ຊ່ຽວຊານແນະນຳໃຫ້ດຳເນີນການປະຕິຮູບດ້ານເສດຖະກິດ

ເພື່ອຮັບປະກັນການຂະຫຍາຍຕົວຂອງເສດຖະກິດຢ່າງຕໍ່ເນື່ອງ, ນັກວິເຄາະລະດັບສູງແນະນຳໃຫ້ລາວດຳເນີນການປະຕິຮູບທາງດ້ານເສດຖະກິດ ເພື່ອສ້າງສະຖຽນລະພາບ ແລະ ຄວາມຍືນຍົງ ແລະ ຈັດການກັບການຫຼຸດຜ່ອນຂອງການຂະຫຍາຍຕົວໃນປະຈຸບັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການບັງຄັບໃຊ້ກົດໝາຍການລົງທຶນທີ່ບໍ່ເຂັ້ມແຂງເຮັດໃຫ້ທຸລະກິດຂະໜາດໜ້ອຍຂອງຈີນຫຼັ່ງໄຫຼເຂົ້າມາໃນລາວ

ຄວາມຜິດພາດຂອງລັດຖະບານລາວທີ່ບໍ່ສາມາດສ້າງຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດ ເຮັດໃຫ້ທຸລະກິດຈີນຈຳນວນຫຼາຍຫຼີກລ່ຽງການປະຕິບັດຕາມລະບຽບການການລົງທຶນ ແລະ ຫຼົບຫຼີກການຈ່າຍອາກອນ ໃນຂະນະທີ່ດຳເນີນກິດຈະການຮ້ານຄ້າ ແລະ ຮ້ານອາຫານໃນປະເທດລາວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

RFA’s Lao Service

ລັດຖະບານຄາດການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຫຼຸດລົງ

 (ຂປລ) ລັດຖະບານຄາດຄະເນການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຕ່ຳກວ່າລະດັບຄາດໝາຍ ຕາມຄຳເຫັນຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ.ການຜະລິດໃນຂະແໜງກະສິກຳ ແລະ ປ່າໄມ້ໃນປີນີ້ຄາດວ່າຈະຢູ່ທີ່ 2.5%, ຕ່ຳກວ່າຄາດໝາຍທີ່ວາງໄວ້ທີ່ 2.8%.ອ່ານຕໍ່ ...

ຂປລ

ONYX ຈະເປີດທຸລະກິດອະສັງຫາລິມະຊັບແຫ່ງທີສອງໃນລາວ

ກຸ່ມບໍລິສັດບໍລິການ ONYX, ໜຶ່ງໃນທຸລະກິດການໂຮງແຮມຊັ້ນນຳຂອງພາກພື້ນ, ເປີດເຜີຍໃນວັນອັງຄານຜ່ານມາກ່ຽວກັບຂໍ້ຕົກລົງການຈັດການຮ່ວມກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີປະຈຳລາວ (AIDC) ໃນການກໍ່ຕັ້ງໂຮງແຮມອາມາຣີແຫ່ງໃໝ່ໃນໃຈກາງນະຄອນຫຼວງວຽງຈັນ.AIDC ແມ່ນທຸລະກິດຮ່ວມລົງທຶນ ແລະ ກໍ່ສ້າງຂອງກຸ່ມບໍລິສັດຕັງຊາຣອນ, ຜູ້ຮັບເໝົາກໍ່ສ້າງໂຮງແຮມອາມາຣີວັງວຽງ ທີ່ໄດ້ເປີດຕົວໃນຕົ້ນປີນີ້.ອ່ານຕໍ່ ...

ບັນນາທິການ The Nation

ເຢຍລະມັນໃຫ້ທຶນຊ່ວຍເຫຼືອທຸລະກິດຂະໜາດນ້ອຍ

ລັດຖະບານເຢຍລະມັນຕົກລົງໃຫ້ທຶນຊ່ວຍເຫຼືອຈຳນວນ 6 ລ້ານຢູໂຣ ສຳລັບໂຄງການແຈກຢາຍການເຂົ້າເຖິງແຫຼ່ງທຶນຂອງລາວ (LAFF) ໄລຍະສອງ ຜ່ານທະນາຄານພັດທະນາເຢຍລະມັນ (KfW) ສຳລັບທຸລະກິດຈຸນລະພາກ ແລະ ທຸລະກິດຂະໜາດນ້ອຍໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aUjf2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!