ເຄື່ອງມືໃໝ່ ເພື່ອອຳນວຍຄວາມສະດວກ ໃນການຂຶ້ນທະບຽນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຜູ້ປະກອບການທຸລະກິດໃນລາວ ໂດຍສະເພາະຢູ່ໃນເຈັດແຂວງເປົ້າໝາຍ ທີ່ຕ້ອງການຂຶ້ນທະບຽນທຸລະກິດຂອງຕົນ ຈະໄດ້ຮັບຄວາມສະດວກຍິ່ງຂຶ້ນ ພາຍຫຼັງການຕິດຕັ້ງອຸປະກອນທັນສະໄໝ ຢູ່ສູນຂຶ້ນທະບຽນທຸລະກິດ.ອຸປະກອນດັ່ງກ່າວ ເຊິ່ງມີມູນຄ່າ 680 ລ້ານກວ່າກີບ ໄດ້ມີການສົ່ງມອບໃຫ້ແກ່ ກົມຂຶ້ນທະບຽນ ແລະ ຄຸ້ມຄອງທຸລະກິດ (ERM) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຂະແໜງການລັດ, ເອກະຊົນ ແກ້ໄຂອຸປະສັກໃນການດຳເນີນທຸລະກິດຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຂະແໜງການລັດ ແລະ ເອກະຊົນຈາກລາວ ແລະ ຍີ່ປຸ່ນ ຮ່ວມປະຊຸມຢູ່ນະຄອນວຽງຈັນໃນວັນຈັນນີ້ ເພື່ອຫາລືກ່ຽວກັບການແກ້ໄຂອຸປະສັກຂອງບັນດາບໍລິສັດຍີ່ປຸ່ນ ໃນການດຳເນີນທຸລະກິດໃນລາວ.ກອງປະຊຸມສົນທະນາຮ່ວມຂະແໜງການລັດ ແລະ ເອກະຊົນລາວ-ຍີ່ປຸ່ນ (Lao-Japan PPSJD) ປະຈຳປີ ຄັ້ງທີ 13 ແມ່ນຈັດຂຶ້ນເພື່ອແນໃສ່ສົ່ງເສີມການລົງທຶນຈາກປະເທດດິນແດນອາທິດອຸໄທ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ວິສາຫະກິດຮ່ວມປະສົມລາວ-ຈີນ ເພື່ອການຜະລິດຢາປິ່ນປົວພະຍາດ

ວຽງຈັນ (ວຽງຈັນທາມສ໌/ANN) – ວິສາຫະກິດຮ່ວມປະສົມລາວ-ຈີນ ມີແຜນຈັດຕັ້ງນິຄົມອຸດສາຫະກຳການຜະລິດຢາ ໃນນະຄອນຫຼວງວຽງຈັນ.ທາງບໍລິສັດຍັງມີແຜນຜະລິດອຸປະກອນການແພດຫຼາຍປະເພດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໃນອະນາຄົດ ແລະ ຫຼຸດຜ່ອນການນຳເຂົ້າ.ທ່ານ ຈາງ ຈົງຕີ ປະທານບໍລິສັດ Golden Wisdom ຮ່ອງກົງ ເປີດເຜີຍໃນພິທີວາງສີລາເລີກການກໍ່ສ້າງບໍລິສັດຜະລິດຢາ Golden Wisdom (ລາວ) ຈຳກັດ ໃນວັນສຸກແລ້ວນີ້ ໃນເຂດພັດທະນາໄຊເສດຖາ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ປະກອບການທຸລະກິດລາວ ຮຽນຮູ້ກ່ຽວກັບຜົນປະໂຫຍດຂອງຂໍ້ຕົກລົງເສລີການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ຈະສາມາດຂະຫຍາຍຕະຫຼາດສິນຄ້າຂອງຕົນໄດ້ດີຂຶ້ນ ແລະ ແຂ່ງຂັນກັບປະເທດອື່ນໄດ້ຂ້ຽວຂາດຍິ່ງຂຶ້ນ ພາຍຫຼັງຮຽນຮູ້ກ່ຽວກັບເງື່ອນໄຂ ແລະ ຜົນປະໂຫຍດຈາກຂໍ້ຕົກລົງການຄ້າເສລີ (FTAs).ກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ໃນວັນພະຫັດແລ້ວນີ້ ໄດ້ຫາລືກ່ຽວກັບຜົນປະໂຫຍດຂອງ FTAs ແລະ ການສ້າງທຸລະກິດ e-commerce. ເຊິ່ງມີຜູ້ເຂົ້າຮ່ວມຈາກຕາງໜ້າທຸລະກິດເກືອບ 100 ແຫ່ງ ເຊິ່ງລວມມີທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ຈາກກະຊວງອຸດສາຫະກຳ ແລ ການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດເກົາຫຼີ ສັນຫາໂອກາດທາງດ້ານຕະຫຼາດໃນລາວ

ວຽງຈັນ (ວຽງຈັນທາມສ໌) – ແປດບໍລິສັດຊັ້ນນຳຈາກເກົາຫຼີໃຕ້ ຫວັງຈະຂະຫຍາຍໂອກາດທາງດ້ານຕະຫຼາດ ແລະ ທຸລະກິດໃນລາວ ດ້ວຍການວາງຈຳໜ່າຍສິນຄ້າຂອງຕົນ ຫຼີ ຊອກຫາຕົວແທນຈຳໜ່າຍໃນລາວ. ຜູ້ປະກອບການຈາກທັງສອງປະເທດ ຮ່ວມພົບປະໂອ້ລົມ ທີ່ນະຄອນວຽຈັນ ໃນອາທິດແລ້ວນີ້ ໃນລະຫວ່າງພາລະກິດການຄ້າ ຈອນນຳ 2019.ພາລະກິດດັ່ງກ່າວແມ່ນຈັດຕັ້ງໂດຍ ອົງການສົ່ງເສີມການລົງທຶນເກົາຫຼີ (KOTRA) ແລະ ໄດ້ຈັດຂຶ້ນໃນວັນພະຫັດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຫົວໜ່ວຍທຸລະກິດລາວ ໄດ້ຮັບລາງວັນທຸລະກິດດີເດັ່ນຂອງອາຊຽນ ສອງປີຊ້ອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ສ້າງຄວາມປະທັບໃຈໃນກຸ່ມນັກທຸລະກິດ ດ້ວຍຜົນງານທີ່ເດັ່ນໃນງານລາຕີ ມອບລາງວັນທຸລະກິດອາຊຽນ (ABA) 2019 ເຊິ່ງຈັດຂຶ້ນໃນທຸກໆປີ ໂດຍສະພາທີ່ປຶກສາທຸລະກິດອາຊຽນ ນັບແຕ່ມີການກໍ່ຕັ້ງໃນປີ 2007 ເພື່ອໃຫ້ການຍ້ອງຍໍຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນທົ່ວພາກພື້ນອາຊຽນ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມຈະເລີນຂອງພາກພື້ນອາຊຽນ ໃນຂະນະດຽວກັບກໍເປັນຕົວແບບທີ່ດີ ເພື່ອສົ່ງເສີມການຂະຫຍາຍເສດຖະກິດ, ຄວາມຍືນຍົງ ແລະ ນະວັດຕະກຳ ໃນປະເທດບ້ານເກີດເມືອງນອນຂອງຕົນ.ງານ ABA ສ້າງໂອກາດອັນດີໃນການເປີດຫູເປີດຕາ ໃນລະດັບພາກພື້ນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ  ແລະ ການຂະຫຍາຍເຄືອຂ່າຍ ໃນຊຸມຊົນທຸລະກິດອາຊຽນ. ງານດັ່ງກ່າວໃຫ້ຄວາມໃສ່ໃຈເປັນພິເສດ ຕໍ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ດີເດັ່ນ ທີ່ມີທ່າແຮງໃນການຂະຫຍາຍຕົວສູ່ລະດັບພາກພື້ນໃນໄລຍະສັ້ນ ແລະ ລະດັບໂລກໃນໄລຍະຍາວ.ອ່ານຕໍ່ ...

ໂຕະຂ່າວ

ທຸລະກິດມືໃໝ່, ຜູ້ປະກອບການຂອງລາວ ພົບປະໃນງານເຄືອຂ່າຍທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດໃໝ່, ຜູ້ປະກອບການຂອງລາວ ມີໂອກາດໃນການຂະຫຍາຍກິດຈະການຂອງຕົນໂດຍການສ້າງເຄືອຂ່າຍກັບນັກລົງທຶນຕ່າງປະເທດ, ຜູ້ຈັດງານກ່າວໃນງານເຄືອຂ່າຍທຸລະກິດມືໃໝ່ ແລະ ອາຊີບ.ງານສ້າງເຄືອຂ່າຍທຸລະກິດດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມານີ້ ໂດຍມີການເຂົ້າຮ່ວມຂອງນັກລົງທຶນຕ່າງປະເທດ, ຜູ້ປະກອບການພາຍໃນ ແລະ ທຸລະກິດນ້ອງໃໝ່.ອ່ານຕໍ່ ...

ສຸກສະໄໝ ບູລົມ

LOCA, ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືເພື່ອຍົກລະດັບການບໍລິການ

ວຽງຈັນ (ວຽງຈັນທາມສ໌/ANN) – LOCA ບໍລິການລົດຮັບສົ່ງລາຍທຳອິດຂອງລາວ ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືກັນເພື່ອຍົກລະດັບການບໍລິການລົດຕູ້ໃນລາວ.ຂໍ້ຕົກລົງການຮ່ວມມື ໄດ້ມີການລົງນາມທີ່ນະຄອນວຽງຈັນໃນວັນຈັນນີ້ ລະຫວ່າງທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ທ່ານ ບຸນຄ້ຳ ລາດຊະວົງ ປະທານສະມາຄົມລົດຕູ້ນະຄອນຫຼວງວຽງຈັນ.ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ສ້າງຄວາມທັນສະໄໝໃຫ້ແກ່ການບໍລິການລົດຕູ້, ກໍຄືການຫັນສູ່ດິຈິຕອລ໌ ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການຈອງລົດ ແລະ ຕົກລົງລາຄາ.ອ່ານຕໍ່ ...

ໂຕະຂ່າວ

ສະຫະພັນ, ສະມາຄົມສົ່ງເສີມການຮ່ວມມືລາວ-ຈີນ ທາງດ້ານວັດທະນະທຳ ແລະ ເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມສົ່ງເສີມເສດຖະກິດ ແລະ ການຄ້າລາວ-ຈີນ (LCETPA) ຈະຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະມາຄົມນັກທຸລະກິດໜຸ່ມລາວ (YEAL) ໃນການຈັດຕັ້ງປະຕິບັດຫຼາຍໂຄງການ.ໂຄງການທີ່ຈະຈັດຕັ້ງປະຕິບັດລວມມີ ການຝຶກອົບຮົມກ່ຽວກັບພາສາຈີນ, ວັດທະນະທຳ, ກະສິກຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/union-associations-boost-lao-chinese-cooperation-culture-and-economy-103796

ນາຍົກຊຸກຍູ້ໃຫ້ນັກທຸລະກິດຍິງສູ້ຊົນໃນການດຳເນີນທຸລະກິດໃຫ້ປະສົບຄວາມສຳເລັດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງນັກທຸລະກິດຍິງ ໃນການສົ່ງເສີມການພັດທະນາເສດຖະກິດ ແລະ ສົ່ງເສີມໃຫ້ພວກເຂົານຳໃຊ້ທ່າແຮງດັ່ງກ່າວເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.ທ່ານນາຍົກໄດ້ກ່າວຄຳເຫັນດັ່ງກ່າວໃນກອງປະຊຸມຊຶ່ງຈັດໂດຍສະມາຄົມນັກທຸລະກິດຍິງລາວ (LBWA) ຮ່ວມກັບສູນການສະຫະພັນແມ່ຍິງລາວ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ວິສິດ ເທບພະລັດ
http://annx.asianews.network/content/lao-pm-urges-businesswomen-strive-greatness-101110

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YpwXW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!