ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ການອະນຸຍາດສຳລັບທຸລະກິດການເງິນຈຸນລະພາກຈະກັບມາໃນເດືອນມີນາ, ຕາມເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ມີແຜນກັບມາທຳການອະນຸມັດທຸລະກິດການເງິນຈຸນລະພາກເລີ່ມແຕ່ເດືອນມີນາເປັນຕົ້ນໄປ ຫຼັງຈາກໄດ້ມີການງົດການຊຳລະສະສາງຂອງໜ່ວຍທຸລະກິດດັ່ງກ່າວໃນປີ 2017.ຜູ້ປະກອບການທີ່ມີຄວາມສົນໃຈໃນການຈັດຕັ້ງທຸລະກິດການເງິນຈຸນລະພາກແບບບໍ່ມີການຝາກເງິນ, ການບໍລິການໂອນເງິນ, ທຸລະກິດເຊົ່າ ແລະ ໂຮງຈຳນຳ ສາມາດຍື່ນໃບສະໝັ້ກພ້ອມດ້ວຍເອກະສານທີ່ກ່ຽວຂ້ອງໄປຍັງພະແນກການທີ່ກ່ຽວຂ້ອງໃນເດືອນມີນາ.ອ່ານຕໍ່  ...

ໂຕະຂ່າວ

ສະມາຊິກສະພາແຫ່ງຊາດຊຸກຍູ້ໃຫ້ເຂັ້ມງວດມາດຕະການໃນການຄຸ້ມຄອງການແລກປ່ຽນເງິນຕາ

ບໍ່ຄວນມີການອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ໄດ້ດຳເນີນສະຖາບັນການເງິນ ເຮັດທຸລະກິດແລກປ່ຽນເງິນຕາ ເນື່ອງຈາກການກະທຳດັ່ງກ່າວຈະສົ່ງຜົນຕໍ່ຄ່າເງິນກີບ. ສະມາຊິກສະພາແຫ່ງຊາດໄດ້ໃຫ້ຄຳແນະນຳດັ່ງກ່າວໃນການຫາລືການດັດແກ້ຮ່າງກົດໝາຍວ່າງດ້ວຍທະນາຄານທຸລະກິດ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ທະນາຄານເອັກຊິມແຫ່ງປະເທດໄທເປີດສຳນັກງານຕົວແທນທີ່ວຽງຈັນ

(ຂປລ) ທະນາຄານເພື່ອການສົ່ງອອກ-ນຳເຂົ້າ (ເອັກຊິມ) ແຫ່ງປະເທດໄທໄດ້ເປີດສຳນັກງານຕົວແທນປະຈຳວຽງຈັນຢ່າງເປັນທາງການ ໃນວັນທີ 30 ພະຈິກນີ້ ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານ ກ່ຽວກັບການສ້າງປຶກແຜ່ນທາງດ້ານການຄ້າ ແລະ ການລົງທຶນໃນພາກພື້ນລຸ່ມແມ່ນ້ຳຂອງ ເຊິ່ງລວມມີປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ອ່ານຕໍ່  ...

ບັນນາທິການ ຂປລ

ເຄບີແບັງພ້ອມທີ່ຈະໃຫ້ບໍລິການທະນາຄານຜ່ານທາງມືຖືໃນລາວ

ທະນາຄານກະສິກອນຈຳກັດມະຫາຊົນ (ເຄບີແບັງ) ມີແຜນສົ່ງເສີມທຸລະກິດໃນລາວ ໂດຍການຂໍອະນຸຍາດເປີດຕົວການບໍລິການທະນະຄານຜ່ານໂທລະສັບມືຖື ແລະ ລະບົບດິຈິຕອລ ເພື່ອສົ່ງເສີມການຂະຫຍາຍທຸລະກິດໃຫ້ໄດ້ 15 ເປີເຊັນໃນປີ 2019, ຕາມການເປີດເຜີຍຂອງທ່ານ ພັດທະນະພົງ ຕັນສົມບູນ ຮອງປະທານລະດັບໜຶ່ງຂອງ ເຄບີແບັງ.ອ່ານຕໍ່ ...

ສົມລັກ ສີມະລີ

ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ

ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank  ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້  18 ຕື້ບາດໄທ.ອ່ານຕໍ່ ...

The Nation

ຫວຽດຄັອມແບງເປີດທະນາຄານຕ່າງປະເທດແຫ່ງທຳອິດໃນລາວ

(ຂປລ) ຫວຽດຄັອມແບງ, ທະນາຄານການຄ້າຕ່າງປະເທດຮ່ວມຫຸ້ນຂອງຫວຽດນາມ ໄດ້ເປີດຕົວຫວຽດຄັອມແບງຢ່າງເປັນທາງການທີ່ວຽງຈັນໃນວັນທີ 17 ຕຸລາ.ຫວຽດຄັອມແບງລາວ ຕັ້ງຢູ່ຖະໜົນລ້ານຊ້າງ ເປັນໜຶ່ງໃນຫົວໜ່ວຍບໍລິການການເງິນການທະນາຄານໃນຕົວເມືອງວຽງຈັນ ມີທຶນກໍ່ຕັ້ງທຸລະກິດຢູ່ທີ່ 80 ລ້ານໂດລາ, ເປັນໜຶ່ງໃນສະຖາບັນການເງິນທີ່ມີສະຖາບັນສິນເຊື່ອຂອງຫວຽດນາມທີ່ສູງທີ່ສຸດໃນລາວ.ອ່ານຕໍ່ ...

ຂປລ

ຫົວໜ້າທະນາຄານກາງໄດ້ຮັບການຮັບຮອງນິຕິບັນຍັດໃໝ່

ຫົວໜ້າອຳນວຍການທະນາຄານແຫ່ງ ສປປ ລາວໄດ້ຮັບການຮັບຮອງຢ່າງເປັນທາງການຕາມກົດໝາຍ ໃນການເປັນປະທານໃນຄະນະກຳມະການ ຕັດສິນຊີ້ຂາດ ແລະ ການວາງນະໂຍບາຍສູງສຸດຂອງທະນາຄານກາງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ທະນາຄານແຫ່ງລັດເຕືອນການນຳໃຊ້ສະກຸນເງິນອິເລັກໂທຣນິກຄຣິບໂຕ

ທະນາຄານແຫ່ງລັດໄດ້ອອກແຈ້ງການເຕືອນສາທາລະນະຊົນ ຕໍ່ການນຳໃຊ້ສະກຸນເງິນອິເລັກໂທຣນິກ ເຊັ່ນ ບິດຄອຍ, ​ເອເທີຣຽມ ແລະ ໄລທ໌ຄອຍ ເຊິ່ງເປັນສະກຸນເງິນທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ມີການຜູກມັດກັບຄັງສຳຮອງເງິນສົດຕົວຈິງໃດໆ.ອ່ານຕໍ່ ...

ເດິລາວທຽນທາມສ໌

ການອອກພັນທະບັດໃນສະກຸນເງິນແຫ່ງຊາດມີຜົນດີ

ລັດຖະບານຈະຮັບຮອງເອົານະໂຍບາຍກ່ຽວກັບການອອກພັນທະບັດໃນສະກຸນເງິນທ້ອງຖິ່ນ ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດເຊື່ອມໂຍງກັບອັດຕາແລກປ່ຽນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນພາຍໃນ. ພາຍໃຕ້ນະໂຍບາຍດັ່ງກ່າວ, ການຈ່າຍດອກເບ້ຍແມ່ນຈ່າຍໃຫ້ເຈົ້າຂອງທະບັດພາຍໃນ ເຊິ່ງຈະເຮັດໃຫ້ແຫຼ່ງທຶນມີການໝູນວຽນພາຍໃນເສດຖະກິດຂອງຊາດ ອີງຕາມກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ

ທະນາຄານເອຊີລິດາລາວເປີດຕົວແອັບມືຖື ‘ເອຊີລິດາຢູນີຕີທັນໃຈ’

ທະນາຄານເອຊີລິດາລາວໄດ້ຈັດຖະແຫຼງຂ່າວໃນມື້ວານນີ້ ເພື່ອເປີດຕົວການບໍລິການທາງທະນາຄານບົນໂທລະສັບມືຖືໃໝ່ ‘ເອຊີລິດາຢູນີຕີທັນໃຈ’. ທະນາຄານອອນລາຍໃນມືຂອງທ່ານນີ້ ແມ່ນອີກໜຶ່ງທາງເລືອກທີ່ໃຫ້ຄວາມສະດວກ ແລະ ປອດໄພໃນການບໍລິຫານການເຄື່ອນໄຫວທະນາຄານລາຍວັນ ໃນທຸກທີ່ ທຸກເວລາ. ມີບໍລິການເປັນພາສາລາວ ແລະ ອັງກິດ ແລະ ການຈັດການທຸລະກຳການເງິນເປັນເງິນກີບ, ເງິນໂດລາ ແລະ ເງິນບາດ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9hjSM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!