ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການກຽມພ້ອມຮັບມືຕໍ່ໄພພິບັດ ແລະ ຮັບມືສຸກເສີນ

ປະທານປະເທດຮຽກຮ້ອງໃຫ້ແຂວງຄຳມ່ວນ ແລະ ສະຫວັນນະເຂດເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພພິບັດ

ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງຄຳມ່ວນ ແລະ ສະຫວັນນະເຂດ ເລັ່ງມືພາລະກິດຟື້ນຟູຊີວິດການເປັນຢູ່ໃຫ້ກັບສູ່ພາບປົກກະຕິ ຫຼັງເຫດໄພນ້ຳຖ້ວມເປັນບໍລິເວັນກວ້າງໃນບັນດາແຂວງພາກກາງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ປະເມີນຜົນຄວາມເສຍຫາຍໄພນ້ຳຖ້ວມທີ່ແຂວງອັດຕະປື

ທີມປະເມີນຜົນຈາກກະຊວງແຜນການ ແລະ ການລົງທຶນຮ່ວມກັບອຳນາດການປົກຄອງແຂວງອັດຕະປື ປະເມີນຜົນຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊທີ່ຜ່ານມາ. ອີງຕາມຂໍ້ມູນເບື້ອງຕົ້ນຈາກແຂວງ, ມີ 13 ບ້ານ, 2,717 ຄອບຄົວ ແລະ 13,067 ຄົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຈາກການແຕກຂອງສັນເຂື່ອນໂຄງການພະລັງງານໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ທີ່ເມືອງສະໜາມໄຊ ຄັ້ງວັນທີ 23 ກໍລະກົດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນເບບິນກາຈະພັດຜ່ານພາກເໜືອຂອງລາວ

ພື້ນທີ່ພາກເໜືອຂອງລາວໄດ້ຮັບຄຳເຕືອນໃຫ້ກຽມພ້ອມຕໍ່ຝົນຕົກໜັກ ແລະ ລົມແຮງ ເຊິ່ງກົມອຸຕຸນິຍົມຄາດວ່າພະຍຸລະດູຮ້ອນດັ່ງກ່າວຈະພັດຜ່ານຫວຽດນາມ ແລະ ພາກເໜືອຂອງລາວໃນວັນທີ 16-18 ສິງຫານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອັດຕະປືຢືນຢັນພົບຜູ້ເສຍຊີວິດແລ້ວ 36 ຄົນ ແລະ 98 ຄົນຍັງສູນຫາຍ

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານ ແລະ ທີມກູ້ໄພຈາກສິງກະໂປ ຍັງຄົງສືບຕໍ່ການຄົ້ນຫາຜູ້ສູນຫາຍ 98 ຄົນ ຈາກເຫດໄພພິບັດເຂື່ອນແຕກ, ເຊິ່ງມີຈຳນວນຍອດຜູ້ເສຍຊີວິດຢູ່ທີ່ 36 ຄົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືວອນຂໍເຂົ້າ ແລະ ອຸປະກອນແຕ່ງກິນເພີ່ມເຕີມ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນຫຼາຍທີ່ພັກຢູ່ຕາມແຄ້ມ ຍັງຕ້ອງການເຂົ້າ, ຊີ້ນ, ປາ, ເຕົາໄຟ, ແລະ ອຸປະກອນແຕ່ງກິນ ເພື່ອແຕ່ງກິນເອງຫຼັງຈາກໄພພິບັດນ໊ຳຖ້ວມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຮອງນາຍົກ: ສັ່ງເລັ່ງມືການແຈກຈ່າຍເຄື່ອງຊ່ວຍເຫຼືອທີ່ຈຳເປັນ

ເຈົ້າໜ້າທີ່ຮັບຜິດຊອບພະຍາຍາມຂຸ້ນຂ້ຽວຈັດການກັບເຄື່ອງນຸ່ງຫົ່ມຈຳນວນຫຼາຍ ແລະ ເຄື່ອງໃຊ້ສອຍອື່ນໆ ທີ່ໄດ້ຮັບການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກມີເຄື່ອງຂອງບໍລິຈາກຈຳນວນຫຼາຍຫຼັ່ງໄຫຼເຂົ້າມາໃນສາງສູນກາງທີ່ວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການນຳເນັ້ນການເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພນ້ຳຖ້ວມ

ການນຳຮຽກຮ້ອງໃຫ້ມີການເລັ່ງມືພາລະກິດບັນເທົາທຸກໄພນ້ຳຖ້ວມໃນທຸກໆແຂວງທີ່ໄດ້ຮັບຜົນກະທົບຈາກສະພາບກາດທີ່ຮ້າຍແຮງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກະຊວງສຶກສາໃຫ້ທຶນການສຶກສາສຳລັບນັກຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ນັກຮຽນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຈະໄດ້ຮັບທຶນການສຶກສາພາຍໃຕ້ນະໂຍບາຍສຳລັບຜູ້ປະສົບໄພນ້ຳຖ້ວມ. ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າຈະມອບທຶນການສຶກສາ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ເຖິງແມ່ນວ່າກົມການສຶກສາຊັ້ນສູງຈະຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນຂອງນັກຮຽນທີ່ຕ້ອງການການຊ່ວຍເຫຼືອດ້ານການເງິນອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ທະຫານຊ່ວຍລຳລຽງເຄື່ອງຊ່ວຍເຫຼືອສຳລັບຜູ້ປະສົບໄພທີ່ອັດຕະປື

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານຍັງຄົງສືບຕໍ່ລຳລຽງອາຫານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໂດຍທາງຍົນເຮລິຄອບເຕີ ໄປຍັງສູນພັກເຊົາຊົ່ວຄາວ ເນື່ອງຈາກລົດຂົນສົ່ງບໍ່ສາມາດເຂົ້າເຖິງພື້ນທີ່ດັ່ງກ່າວໄດ້.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2jF8w
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!