ການຊ່ວຍເຫຼືອ ແລະ ການພັດທະນາ

ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ

ລາວຮັບການຊ່ວຍເຫຼືອຈາກຈີນກ່ຽວກັບວຽກງານຊາວໜຸ່ມ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ຫົວໜ້າສູນກາງຊາວໜຸ່ມກ່າວໃນວັນອັງຄານນີ້ວ່າ ຝ່າຍລາວມີຄວາມຍິນດີຕໍ່ການຊ່ວຍເຫຼືອຈາກປະເທດຈີນກ່ຽວກັບວຽກງານຊາວໜຸ່ມ. ກຸ່ມອາສາສະໝັກຊາວໜຸ່ມຈີນຊ່ວຍເຫຼືອລາວຊຸດທີ 9 ໄດ້ເດີນທາງມາລາວ ແລະ ຈະໃຫ້ການບໍລິການຊ່ວຍເຫຼືອດ້ານການສຶກສາ, ສາທະລະນະສຸກ, ກິລາ ແລະ ຄົມມະນາຄົມ ເປັນໄລຍະເວລາ 6 ເດືອນ.ອ່ານຕໍ່ ...

ບັນນາທິການຊິນຫົວ

ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ

(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...

ບັນນາທິການ ຂປລ

ຍີ່ປຸ່ນໃຫ້ທຶນ 23 ຕື້ກີບເພື່ອສົງເສີມການສຶກສາໃນລາວ

ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອກວ່າ 23 ຕື້ກີບ (310 ລ້ານເຢັນ) ຜ່ານກອງທຶນຊ່ວຍເຫຼືອລ້າຍີ່ປຸ່ນ ສຳລັບທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ (JDS) ເພື່ອສົ່ງເສີມການສຶກສາຂອງລາວ. ທຶນການສຶກສາດັ່ງກ່າວແມ່ນສຳລັບລັດຖະກອນທົ່ວປະເທດ ເພື່ອຍົກລະດັບຄວາມຮູ້ ແລະ ສົ່ງເສີມການສຶກສາສຳລັບຜູ້ນຳລາວໃນອະນາຄົດ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ

ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ສົ່ງເສີມການພັດທະນາຊົນນະບົດ

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ດຳເນີນໂຄງການຂະໜາດຍ່ອຍ 300 ກວ່າໂຄງການໃນປີນີ້ ເຊິ່ງນຳໃຊ້ທຶນ 94 ຕື້ກີບໃນການປັບປຸງພື້ນຖານໂຄງລ່າງໃນຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຄົວເຮືອນ.ອ່ານຕໍ່ ...

ວຽງຈັນທາມສ໌

ອົສະຕຣາລີຊ່ວຍເຫຼືອໂຄງການເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ

ສະຖາບັນແມັກຟາເລນເບີນເນັດເພື່ອການຄົ້ນຄວ້າດ້ານການແພດ ແລະ ສາທາລະນະສຸກແຫ່ງອົສະຕຣາລີ ຈະມອບທຶນຊ່ວຍເຫຼືອກວ່າ 700,000 ໂດລາສະຫະລັດສຳລັບປີ 2018-2021 ເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກໃນເມືອງເປົ້າໝາຍໃນແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ລັດຖະບານອົສຕຣາລີຊ່ວຍເຫຼືອໂຄງການອາຫານໂຮງຮຽນເພື່ອຊຸມຊົນ 1ລ້ານໂດລາອົສຕຣາລີ

ລັດຖະບານອົສຕຣາລີປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອອົງການອາຫານໂລກ (WFP) ຈຳນວນ 1ລ້ານໂດລາອົສຕຣາລີ ເພື່ອຊ່ວຍເຫຼືອຊຸມຊົນທີ່ຂາດເຂີນໃນ ສປປລາວ ໃນການບໍລິຫານຈັດການໂຄງການອາຫານໂຮງຮຽນ ທັງສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ຂປລ

ລາວ-ຈີນສືບຕໍ່ຮ່ວມມືໃນໂຄງການຕ່າງໆ

ຈາກຖະແຫຼງການຂອງສຳນັກງານນາຍົກລັກຖະມົນຕີ ຄາດວ່າ ລັດຖະບານລາວ ແລະຈີນ ມີແຜນອະນຸມັດໂຄງການຮ່ວມມືຕ່າງໆ ທີ່ຈີນຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nGKWA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!