ກະສິກຳ ແລະ ການປະມົງ

ຊ່ຽວຊານປະເມີນຄວາມຄືບໜ້າກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ

 ຊ່ຽວຊານຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອທົບທວນໂຄງການກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະມາຊິກສະຫະກອນຍັງຄົງຜະເຊີນຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳ

ສະມາຊິກສະຫະກອນຊົນນະບົດຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕ່ຳ ເຊິ່ງສ້າງຂໍ້ຈຳກັດໃຫ້ແກ່ເຂົາເຈົ້າໃນການເຂົ້າເຖິງຕະຫຼາດ, ຕາມການລາຍງານຂອງເຈົ້າໜ້າທີ່ກະສິກຳໃນກອງປະຊຸມວິຊາການວານນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ

ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...

ຫຼຽງຢູ

ກຸ່ມສິດທິມະນຸດຮຽກຮ້ອງຄວາມໂປ່ງໃສໃນຄະດີການຈຳຄຸກຊາວບ້ານ 10 ຄົນຈາກການຂັດແຍ່ງດ້ານທີ່ດິນ

ອົງການຈັດຕັ້ງສັງຄົມສົງເຄາະໃນລາວຮຽກຮ້ອງໃຫ້ລັດຖະບານ ດຳເນີນຄະດີດ້ວຍຄວາມໂປ່ງໃສໃນການສັ່ງຈຳຄຸກຊາວບ້ານ 10 ຄົນເປັນເວລາເກີນໜຶ່ງປີ ຍ້ອນບັນຫານຂັດແຍ່ງທາງດ້ານທີ່ດິນ ແລະ ໃຫ້ເປີດເຜີຍສະພາບດ້ານສຸຂະພາບການເປັນຢູ່ໃນທີ່ຄຸມຂັງ.ໃນເດືອນກໍລະກົດ 2017, ຊາວບ້ານເຢິບ ເມືອງທ່າແຕງ ແຂວງເຊກອງ ຈຳນວນ 14 ຄົນໄດ້ຖືກກັກຕົວໂດຍເຈົ້າໜ້າທີ່ຕຳຫຼວດ ຍ້ອນໄປຂັດຂວາງກຳມະກອນ ແລະ ການຕັດຕົ້ນໄມ້ໃນທີ່ດິນທີ່ລັດຖະບານໃຫ້ສຳປະທານແກ່ບໍລິສັດຢາພາລາຫວຽດ ເຊິ່ງຄາດວ່າມີກຳນົດສຳປະທານ 50 ປີ.ອ່ານຕໍ່ ...

ອຸ່ນແກ້ວ ສຸກສະຫວັນ

ຄະນະຮັບຜິດຊອບສັນຍາເຜີຍແຜ່ຜົນການສຳຫຼວດກະສິກຳ

ຄະນະຮັບຜິດຊອບແຈ້ງເລື່ອນການສຳຫຼວດກະສິກຳທົ່ວປະເທດ ຫຼື ການສຳຫຼວດດ້ານກະສິກຳຂອງລາວຄັ້ງທີ 3 (LCA3), ແຕ່ໄດ້ໃຫ້ສັນຍາວ່າຈະເຜີຍແຜ່ຜົນການສຳຫຼວດກະສິກຳດັ່ງກ່າວກ່ອນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (NSEDP).ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຈີນສະໜັບສະໜູນສູນເຝົ້າລະວັງເພື່ອຄວບຄຸມການແຜ່ລະບາດຂອງພະຍາດໃນສັດ

ລັດຖະບານຈີນໃຫ້ທຶນຊ່ວຍເຫຼືອລ້າຈຳນວນ 47 ຕື້ກີບ (39,060,000 ຢວນ) ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໃນສັດໃນລາວ,​ ໂດຍສະເພາະໃນພື້ນທີ່ລຽບຊາຍແດນລາວ-ຈີນ.ໂຄງການດັ່ງກ່າວ ຈະມີການຈັດຕັ້ງສູນເຝົ້າລະວັງພະຍາດສັດຂຶ້ນທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນວຽງຈັນ ກໍຄືສ້າງສະຖານນີເຝົ້າລະວັງທີ່ແຂວງຫຼວງນ້ຳທາ ແລະ ຜົ້ງສາລີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວໄດ້ຮັບລາງວັນຊາວນາແບບຢ່າງຂອງອົງການ FAO

ລາວເປັນໜຶ່ງໃນຫ້າປະເທດໃນພາກພື້ນອາຊີ ແລະ ປາຊິຟິກ ທີ່ໄດ້ຮັບລາງວັນຊາວນາແບບຢ່າງຂອງອົງການ FAO 2018, ເຊິ່ງພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນທີ່ບາງງກອກ ໃນວັນທີ 19 ຕຸລານີ້. ບັນດາປະເທດທີ່ໄດ້ຮັບລາງວັນໃນປີ 2018 ເນື່ອງໃນວັນອາຫານໂລກ, ລວມມີ ສາທະລະນະລັດ ປະຊາທິປະໄຕ ເກົາຫຼີ, ລາວ, ເມົາດິຟ, ​ໄທ ແລະ ວັນນໍຕູ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຄຸ້ມຄອງຜົນກະທົບຈາກປະກົດການ ເອວນິໂຢ ແລະ ລານິຢາ ໃນຂະແໜງກະສິກຳຂອງລາວ

(ຂປລ) ຕັ້ງແຕ່ປີ 1966, 70 ເປີເຊັນຂອງໄພນ້ຳຖ້ວມໃນລາວແມ່ນເກີດຂຶ້ນໃນຊຸມປີທີ່ມີປະກົດການເອວນິໂຢ ແລະ ລານິຢາ ເຊິ່ງໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຂະແໜງການກະສິກຳ ແລະ ເສດຖະກິດຂອງຊາດໂດຍລວມ, ຕາມການລາຍງານຂອງທະນາຄານໂລກ ທີ່ນະຄອນວຽງຈັນ ໃນວັນທີ 19 ຕຸລາຜ່ານມາ.ອ່ານຕໍ່ ...

ຂປລ

ລັດຖະມົນຕີກ່າວ, ລາວວາງເປົ້າໝາຍຜະລິດເຂົ້າເພີ່ມຂຶ້ນໃນປີ 2019

ລາວວາງເປົ້າໝາຍຄວາມມຸ່ງໝັ້ນໃນການເພີ່ມທະວີການຜະລິດເຂົ້າໃນປີ 2019 ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນຍ້ອນໄພນ້ຳຖ້ວມໜັກໃນປີນີ້, ຕາມການລາຍງາຍຂອງທ່ານລັດຖະມົນຕີອາທິດແລ້ວນີ້. ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວວ່າ ກະຊວງກະສິກຳ ແລະ ປ່າໄມ້ ວາງເປົ້າໝາຍໃນການເຮັດນາແຊງປີໜ້າໃຫ້ໄດ້ 100,000 ເຮັກຕາ, ເຊິ່ງເພີ່ມຂຶ້ນຈາກເປົ້າໝາຍ 90,400  ເຮັກຕາຂອງປີນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການຜະລິດກະສິກຳເພື່ອການຄ້າຂອງລາວເພີ່ມຂື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດກະສິກຳໃນລາວມີສາມປະເພດຫຼັກຄື – ກະສິກຳພື້ນບ້ານ, ການປູດພືດແບບປະສົມປະສານ ແລະ ການຜະລິດເພື່ອການຄ້າ, ຕາມຂໍ້ມູນຂອງກົມແຜນການ ແລະ ການລົງທຶນ ກະຊວງກະສິກຳ ແລະ ປ່າໄມ້ ໃນກອງປະຊຸມສຳມະນາເນື່ອງໃນວັນອາຫານໂລກ ແລະ ວັນສາກົນ ແລະ ອາທິດເພື່ອການລົບລ້າງຄວາມທຸກຍາກແຫ່ງຊາດ ໃນວັນອັງຄານທີ່ຜ່ານມາ ທີ່ວຽງຈັນ.ໃນຂະນະທີ່ ການຜະລິດກະສິກຳພື້ນບ້ານຄ່ອຍໆຫຼຸດໜ້ອຍຖອຍລົງ ແຕ່ກໍຍັງຄົງຄວາມສຳຄັນ ແລະ ການຜະລິດກະສິກຳແບບປະສົມປະສານກຳລັງມີການຂະຫຍາຍຕົວໃນລາວ, ການຜະລິດເພື່ອການຄ້າກໍມີລັກສະເພີ່ມຂຶ້ນໃນແຕ່ລະປີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XLUhg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!