ກຸ່ມສິດທິມະນຸດຮຽກຮ້ອງຄວາມໂປ່ງໃສໃນຄະດີການຈຳຄຸກຊາວບ້ານ 10 ຄົນຈາກການຂັດແຍ່ງດ້ານທີ່ດິນ

ອົງການຈັດຕັ້ງສັງຄົມສົງເຄາະໃນລາວຮຽກຮ້ອງໃຫ້ລັດຖະບານ ດຳເນີນຄະດີດ້ວຍຄວາມໂປ່ງໃສໃນການສັ່ງຈຳຄຸກຊາວບ້ານ 10 ຄົນເປັນເວລາເກີນໜຶ່ງປີ ຍ້ອນບັນຫານຂັດແຍ່ງທາງດ້ານທີ່ດິນ ແລະ ໃຫ້ເປີດເຜີຍສະພາບດ້ານສຸຂະພາບການເປັນຢູ່ໃນທີ່ຄຸມຂັງ.

ໃນເດືອນກໍລະກົດ 2017, ຊາວບ້ານເຢິບ ເມືອງທ່າແຕງ ແຂວງເຊກອງ ຈຳນວນ 14 ຄົນໄດ້ຖືກກັກຕົວໂດຍເຈົ້າໜ້າທີ່ຕຳຫຼວດ ຍ້ອນໄປຂັດຂວາງກຳມະກອນ ແລະ ການຕັດຕົ້ນໄມ້ໃນທີ່ດິນທີ່ລັດຖະບານໃຫ້ສຳປະທານແກ່ບໍລິສັດຢາພາລາຫວຽດ ເຊິ່ງຄາດວ່າມີກຳນົດສຳປະທານ 50 ປີ.

ອ່ານຕໍ່…

ອຸ່ນແກ້ວ ສຸກສະຫວັນ